ກອງພົນທີ 4 ສະຫຼຸບຖອດຖອນບົດຮຽນວຽກງານອົບຮົມ-ຫັດແອບ
ໃນວັນທີ 22 ທັນວາ 2022 ນີ້, ກອງພົນທີ 4 ໄດ້ຈັດກອງປະ ຊຸມສະຫຼຸບຖອດຖອນບົດຮຽນວຽກງານອົບ ຮົມການເມືອງ, ຫັດແອບການທະຫານ, ພະ
ລາທິ ການ-ເຕັກນິກ ປະຈຳປີ 2022 ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຮອງເລຂາຄະນະພັກກອງ ພົນຫົວໜ້າການທະ
ຫານກອງພົນ ທີ 4, ມີຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງອົງການ 5 ຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 401, ກອງພັນ
ນ້ອຍ, ກອງຮ້ອຍເອກະລາດ ເຂົ້າຮ່ວມ. ສະຫາຍ ພັນໂທ ໂອຄຳ ສີສັງ ທອງ ຫົວໜ້າພະແນກອົບຮົມຫ້ອງເສນາທິການກອງພົນທີ 4 ໄດ້ຂຶ້ນຜ່ານບົດສະຫຼຸບ
ການຈັດ ຕັ້ງອົບຮົມການເມືອງ, ຫັດແອບການທະຫານ, ພະລາທິການ- ເຕັກນິກ ປະຈຳປີ 2022 ເຊິ່ງໄດ້ຍົກໃຫ້ເຫັນບາງບົດຮຽນທີ່ຖອດຖອນໄດ້, ໃນນີ້
ຄະນະພັກ-ຄະນະບັນຊາ, ຄະນະຊີ້ນຳ, ບັນດາອະ ນຸກຳມະການຂັ້ນກອງພົນໄດ້ເອົາໃຈໃສ່ເປັນເຈົ້າການລົງນຳພາ-ຊີ້ນຳລົງໃກ້ຊິດຕິດແທດໃນການອົບຮົມ-
ຫັດແອບຕົວຈິງ, ມີຄວາມເປັນເອກະພາບບັນດາເນື້ອໃນອົບຮົມ-ຫັດແອບແຕ່ລະໄລຍະແຕ່ລະບາດກ້າວ, ສິລະປະຍຸດ- ຍຸດທະວິທີ, ບັນດາທ່າຈັ່ງຫວະການ
ເຄື່ອນໄຫວຖືກຕ້ອງຕາມລະບຽບຫຼັກການ ລວມໄປເຖິງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຮັດໃຫ້ບັ້ນອົບຮົມ-ຫັດ ແອບໃນໄລຍະຜ່ານມາສຳເລັດ
ຜົນຢ່າງຈົບງາມ ສະເລ່ຍຜົນໄດ້ຮັບການອົບຮົມ-ຫັດແອບປະຈຳປີ 2022 ບັນລຸໄດ້ 89,29%, ສາມາດຮັກສາຄວາມປອດໄພໄດ້ 100%, ຕອນທ້າຍກອງ
ປະຊຸມ ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງວຽກງານອົບຮົມການເມືອງ, ຫັດແອບການທະ
ຫານ, ພະລາທິການ- ເຕັກນິກ ປະຈຳປີ 2022, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນ, ຈົ່ງເພີ່ມທະ ວີຍົກສູງວຽກງານສຶກສາອົບຮົມ
ການເມືອງ-ແນວຄິດເປັນຫຼັກ, ຖືເອົາວຽກງານອົບຮົມ-ຫັດ ແອບເປັນບັນຫາສຳຄັນ ແລະ ເປັນໄມ້ຫຼາວັດແທກໃນການປັບ ປຸງກໍ່ສ້າງກອງປອດໃສ ເຂັ້ມ
ແຂງ ໜັກແໜ້ນ, ການອົບຮົມ-ຫັດແອບ ແຕ່ລະອົງການ, ກົມກອງໃຫ້ຖືເອົາຄຸນນະພາບເປັນຈຸດໜັກ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດຂັ້ນເທິງ,
ບັນດາຂໍ້ ກຳນົດ 7 ລະບອບ 18 ວຽກຂອງ ກອງທັບຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກໃຫ້ປະກົດຜົນ
ເປັນຈິງ ແລະ ພ້ອມກັນກຳແໜ້ນບັ້ນອົບຮົມ- ຫັດແອບດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງກົມກອງ ໃຫ້ເກີດປະໂຫຍດສູງສຸດ.
ແຫຼ່ງທີ່ມາ: ອານຸສັກ ຈູມມະນີວົງ
ວັນທີ 03/01/2023