ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ປະຕິບັດ​ງານ​ປະຈຳ​ຊາຍ​ແດນ ແຂວງ​ມຸກດາ​ຫານ-ສະ​ຫວັນ​​ນະ​ເຂດ
ເຂົ້າ​ພົບ​ປະ​ຢ້ຽມຢາມ​ເຈົ້າແຂວງ​ສະ​ຫວັນ​​ນະ​ເຂດ

 



     ວັນ​ທີ 4 ມັງກອນ 2023 ນີ້, ຄະນະ​​ປະຕິບັດ​ງານ ປະຈຳ​ຊາຍ​ແດນ ໄທ-ລາວ ແຂວງ​ມຸກ ດາ​ຫານ-ສະ​ຫວັນ​​ນະ​ເຂດ ນຳ​ໂດຍ ທ່ານ ພົນ​ຕີ ນໍລະ​ທິບ ໂພຍ​ນອກ ຜູ້​ບັນ ຊາ​ການ​ກອງ​ພົນ​ທີ 3 ຜູ້​ບັນຊາ​ການ​ກອງ​ກຳລັງ​ສຸລະ​ສັກ​ມົນຕີ ຣາ​ຊະ​ອານາຈັກ​ໄທ ພ້ອມ​ດ້ວຍ​ຄະນະ ໄດ້​ມາ​ຢ້ຽມຢາມ ແລະ ອວຍພອນ ​ທ່ານ ສັນຕິພາບ ພົມວິຫານ ເລຂາພັກແຂວງເຈົ້າແຂວງ ແຂວງ​ສະຫວັນ​ນະ​ເຂດຢູ່​ທີ່ສຳນັກງານ​ປົກຄອງ​ແຂວງ. ຜູ້​ບັນຊາ​ການ​ກອງ​ພົນທະຫານ​ຮາບ​ທີ 3 ໄດ້​ລາຍ​ງານ​ສະພາບ​ການ​ປະຕິບັດ​ງານ​ການ ​ຮ່ວມ​ມື​ ກັບ​ເຈົ້າ​ໜ້າທີ່​ຝ່າຍ​ລາວ​ໂດຍ​ສະເພາະ​ເຂດ​ຊາຍ​ແດນ​ມຸກດາ​ຫານ-ສະ​ຫວັນ​​ນະ​ເຂດ ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ໄດ້​ປະສານ​ສົມທົບ​ກັນ​ເປັນ​ຢ່າງ​ດີ​ໃນ​ການ​ສະກັດ​ ກັ້ນ ແລະ ປາບ​ປາມ​ຢາ​ເສບ​ຕິດ, ການ​ລັກ ລອບ​ເຂົ້າ-ອອກ​ເມືອງ​ຜິດ​ກົດໝາຍ, ຄ້າຂາຍ​ເຖື່ອນ​ຫຼົບໜີ​ພາສີ ແລະ ບັນຫາ​ອື່ນໆ. , ທ່ານ ສັນຕິພາບ ພົມວິຫານ ກໍ​ໄດ້​ຕີ​ລາ ຄາ​ສູງ​ຕໍ່​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ຄະນະ​ຊຸດ​ປະຕິບັດ​ງານ​ປະຈຳ​ຊາຍ​ແດນ​ມຸກດາ​ຫານ-ສະຫວັນ​ນະ​ເຂດ ທີ່​ໄດ້​ເຮັດ​ສຳເລັດ​ໜ້າ​ທີ່ໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ຕ່າງໆ​ໃນ​ ໄລຍະ​ຜ່ານ​ມາ​ໄດ້​ຮັບ​ຜົນສຳເລັດ​ໃນ​ຫຼາຍ​ດ້ານ, ເຊິ່ງ​ໃນ ຕໍ່ໜ້າ​ນີ້​ສອງ​ຄະນະ​ຊຸດ​ປະຕິບັດ​ງານ​ປະຈຳ​ຊາຍ​ແດນ​ຈົ່ງ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃຫ້​ເລິກ​ເຊິ່ງ​ຂຶ້ນ​ກວ່າ​ເກົ່າ ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ເຮັດ​ໃຫ້​ສະພາບ​ລຽບ​ຕາມ​ຊາຍ​ແດນ​ມີ​ຄວາມ​ສະຫງົບ, ຮ່ວມ​ກັນ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ລຽບ​ຕາມ​ຊາຍ​ແດນ, ການ​ຫຼັກ​ລອບ​ເຂົ້າ-ອອກ​ ເມືອງ​ທີ່​ຜິດ​ກົດໝາຍ ແລະ ຄ້າຂາຍ​ເຖື່ອນທີ່​ຫຼົບໜີ​ພາສີໃຫ້​ໝົດ​ໄປ​ເທື່ອ​ລະ​ກ້າວ.

 

ແຫຼ່ງທີ່ມາ: ພານິດ ພິລາ​ວົງ