ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ສະຫຼຸບ​ວຽກ​ງານ​ຮອບດ້ານ​ ປະຈຳ​ປີ 2022

 


    ວັນ​ທີ 10 ມັງກອນ 2023 ນີ້, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022, ໂດຍ ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ຫົວໜ້າ ​ຫ້ອງ​ວ່າການກະຊວງປ້ອງກັນ ​ປະເທດ, ມີ​ຄະນະ​ພັກ​ອົງການ ​ຫ້ອງ​ວ່າການ​ກະຊວງ, ຄະນະ​ພັກ-ຄະນະ​ບັນຊາກົມ, ຫ້ອງການ, ບໍລິສັດ​ລັດ​ວິ​ສາ​ຫະ​ກິດ, ກອງ ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ​ທົ່ວ​ຫ້ອງ​ວ່າການ​ເຂົ້າ​ຮ່ວມ. ( ອ່ານຕໍ່ໜ້າ 7 ) ສະຫາຍ ພັນ​ເອກ ທະນູ​ກອນ ສຸລິຍະ​ແສງ ຫົວໜ້າ
​ກົມ​ຄົ້ນຄວ້າ​ສັງ​ລວມ ຫ້ອງ​ວ່າການກະຊວງ​ ປ້ອງ​ກັນ​ປະເທດ ໄດ້​ສະຫຼຸບ​ຕີ​ລາ ຄາ​ຄືນ​ຕໍ່​ໜາກ​ຜົນ​ໃນ​ການເຄື່ອນ ໄຫວ​ນຳພາ-ຊີ້​ນຳ​ຂອງ​ຄະນະ​ພັກ​ໃນ​ຊຸມ​ປີຜ່ານມາ ເປັນຕົ້ນ ​ແມ່ນວຽກ​ງານ​ເຮັດ​ໃຫ້​ສະ ພາບ​ມີ​ຄວາມ​ສະຫງົບ ໄດ້​ເປັນ​ເຈົ້າການ ​ຊີ້​ນຳ​ບັນດາ​ອົງການ, ກົມ​ກອງ, ຕິດຕາມ​ກຳ​ແໜ້ນ​ສະພາບ​ການ ເຄື່ອນໄຫວ​ຂອງ​ກຸ່ມຄົນ​ບໍ່​ດີ ແລະ ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ເພື່ອ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ-ປອດ​ໄພ, ວຽກ​ງານ​ປັບປຸງ​ກໍ່ສ້າງ​ກຳລັງ​ໄດ້​ເອົາໃຈໃສ່​ຄົ້ນຄວ້າ​ຫັນ​ບັນດາ​ມະຕິ​ຂອງ​ສູນ​ກາງ​ພັກ, ມະຕິ​ຂອງ ​ ກົມ​ການເມືອງ​ສູນ​ກາງ​ພັກ, ມະຕິ-ຄຳ​ສັ່ງ​ຂອງ​ຄະນະ ​ປກຊ-​ປກສ ສູນ​ກາງ ເປັນ​ມະຕິ​ຂອງ​ຄະນະ​ພັກ​ກະຊວງ, ເປັນ​ທິດ​ ທາງ​ວຽກ​ງານປ້ອງ​ກັນ​ຊາດ; ຄົ້ນ​ຄວ້​​າ-ຮ່າງ​ບັນ ດາ​ ຄຳ​ສັ່ງ ແນະ ນຳ, ແຜນການເຄື່ອນໄຫວ​ເຮັດ​ວຽກຂອງ​ຄະນະ​ນຳ​ກະຊວງ, ແຈ້ງການ, ບົດ​ລາຍ​ງານ, ບັນດາ​ບົດ​ຄຳ​ເຫັນ, ບົດ​ໂອ້​ລົມ, ບົດ​ປາ​ໄສ​ຂອງ​ຄະນະ​ນຳ​ກະຊວງ ແລະ ຂອງ​ການ​ນຳ​ພັກ-ລັດ, ເປັນ​ເຈົ້າ​ການ​ປະສານ​ສົມທົບ​ກັບ​ບັນດາ​ອົງ ການ​ກ່ຽວຂ້ອງ​ຂອງ​ພັກ-ລັດ, ກົມ​ກອງ-ທ້ອງຖິ່ນ, ຊ່ວຍ​ການ​ ນຳ​ກະຊວງ​ປ້ອງ​ກັນປະເທດໃນ​ ການເຄື່ອນ ໄຫວ​ວຽກ​ງານ​ຕ່າງໆ; ກວດແກ້​ເອ ກະສານ, ຊັບຊ້ອນ​ສ້າງ​ສຳ​ເນົາ ແລະ ຈໍ​ລະ​ຈອນເອກະສານເປັນ​ລະບົບ-ວ່ອງໄວ, ຮັກສາ​ໄດ້​ຄວາມ​ລັບ ແລະ ມີ​ຄວາມ​ປອດ​ໄພ. ພ້ອມນີ້ກ ໍ ໄດ້​ເອົາ ໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ ໂດຍ​ສຸມ​ໃສ່​ຈັດ​ຕັ້ງ​ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມ ​ໃຫຍ່​ຜູ້​ແທນ ຄັ້ງ​ທີ XI ຂອງພັກ, ມະຕິ​ກອງ ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ຄະນະ​ບໍ ລິຫານ​ງານ​ພັກອົງການ​ຫ້ອງ​ວ່າການ​ກະຊວງ, ບັນດາ​ເອກະສານ​ມູນເຊື້ອ​ຂອງຊາດ, ຂອງ​ພັກ, ຂອງ​ກອງ ທັບ, ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂ​ ຄວາມ​ຫຍຸ້ງຍາກ​ ທາງ​ດ້ານ​ເສດ ຖະກິດ-ການ​ເງິນ ແລະ ການແກ້ ​ໄຂບັນຫາ​ຢາ​ເສບ​ຕິດພ້ອມກັບ ​ເອກະສານ​ສຳຄັນ​ຕ່າງໆ ແລະ ຂໍ້​ກຳນົດ, ກົດ​ລະບຽບຂອງກອງ ທັບ, ບັນດາ​ມະຕິ-ແນວ ທາງ-ແຜນນະໂຍບາຍ​ຂອງ​ພັກ, ລະ ບຽບກົດໝາຍຂອງລັດ,ລະບຽບ​ວິ ໄນ​ຂອງ​ກອງທັບ, ມະຕິ-ຄຳ​ ສັ່ງ​ຂອງ​ຂັ້ນ​ເທິງ ແລະ ໜ້າທີ່ການ ເມືອງ​ຂອງ​ກົມ​ກອງເປັນ​ປົກກະ ຕິ, ດ້ານ​ວຽກ​ງານ​ຮັບປະກັນ​ດ້ານ​ພະລາທິການ ແຕ່​ລະ​ກົມ​ກອງ​ໄດ້​ເອົາໃຈໃສ່​ການ​ສ້າງ​ລາຍ​ຮັບ ໃຫ້​ກົມ​ກອງ​ຂອງ​ຕົນ ໃນ​ການ​ປູກຝັງ, ລ້ຽງສັດ, ປູກ​ພືດຂາຍ​ອອກ​ສູ່​ສັງຄົມ ເພື່ອ​ສ້າງ​ລາຍ​ຮັບ​ເຂົ້າ​ກົມ​ກອງຕາມ​ທິດ​ນຳ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງຄວາມ​ເຂັ້ມແຂງ​ດ້ວຍຕົນ​ ເອງ. ບັນດາ​ຫົວໜ່ວຍ​ທຸລະ​ກິດ​ທີ່​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ​ຫ້ອງ ​ ວ່າການ​ກະຊວງ ກໍ​ໄດ້​ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ຕາມ​ພາລະ​ບົດບາດ​ຂອງ​ຕົນ ໃນ​ການ​ດຳເນີນ​ທຸລະ​ກິດ​ໃຫ້​ມີ​ຄວາມ​ຄ່ອງ​ຕົວ, ມີ​ລາ ຍ​ຮັບ​ຜົນ​ກຳໄລ, ຮັບປະກັນ​ເງິນ ເດືອນ, ເງິນ​ສະຫວັດດີ​ການ-ສັງ ຄົມ, ມອບ​ພາສີ-ອາກອນ, ມອບ​ ພັນທະ​ໃຫ້​ລັດຖະບານ ແລະ ກະ ຊວງ, ປະກອບສ່ວນ​ຊ່ວຍເຫຼືອ​ສັງຄົມ​ຕາມ​ແຜນການ​ທີ່​ວາງໄວ້. ພ້ອມ​ນີ້​ຍັງ​ ໄດ້​ເອົາໃຈໃສ່​ວຽກ​ງານ​ພົວພັນ​ກັບ​ຕ່າງປະເທດ ເຊິ່ງ​ໄດ້​ປະຕິບັດ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ​ຢ່າງ​ຕັ້ງ ໜ້າ, ເປັນຕົ້ນ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ແລະ​ຫຼາຍ​ຝ່າຍ,
“ ການ​ຮ່ວມ​ມື​ຮອບດ້ານ​ກັບ​ກອງທັບ​ບັນດາ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ, ພົວພັນ​ຮ່ວມ​ມື​ກັບ​ກອງທັບ​ບັນດາ​ປະເທດ​ໃນ​ກຸ່ມ​ອາ​ຊຽນ, ພາກ​ພື້ນ ແລະ​ໃນ​ໂລກ; ຄຸ້ມ​ຄອງ- ຕິດຕາມ ແລະ ອຳນວຍ​ຄວາມ​ສະດວກ ໃຫ້​ແກ່​ບັນດາ​ຄະນະ​ຊ່ຽວຊານ​ການ​ທະຫານ​ຂອງ​ບັນດາ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ, ຕິດຕາມ-ຄຸ້ມ​ຄອງ​ນັກຮຽນ​ນາຍ​ທະຫານ ​ຕ່າງປະເທດ​ທີ່​ມາ​ຮຽນ​ຢູ່ ​ສປປ ລາວ, ຈັດ​ສົ່ງ​ນັກ ຮຽນ​ທະຫານ​ລາວ​ໄປ​ຮຽນ​ບຳລຸງ ແລະ ກໍ່ ສ້າງ​ຢູ່​ຕ່າງປະເທດ​ຕາມ​ແຜນການ ແລະ ວຽກ​ງານ​ຮ່ວມ​ມືດ້ານ​ອື່ນໆ.

ແຫຼ່ງທີ່ມາ: ໜັງສືພິມ​ກອງທັບ