ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນະຄອນຫຼວງ ເປີດ​ອົບຮົມ​ວຽກ​ງານ ​ປກຊ-​ປກສ ໃຫ້​ພະນັກງານ​ຫຼັກ​ແຫຼ່ງ​ເປົ້າ​ໝາຍ 3 ຊຸດ​ທີ II

 


     ວັນ​ທີ 6 ມັງກອນ 2023 ນີ້, ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ໄດ້​ເປີດອົບຮົມ ວຽກ​ງານ​ປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງ ​ເປົ້າ​ໝາຍ 3 ຊຸດ​ທີ II ທົ່ວ​ນະຄອນ​ຫຼວງ​ວຽງ​ຈັນ, ໂດຍ​ການ​ເປັນ​ປະທານຂອງ ​ສະຫາຍ ອາດ​ສະພັງ​ທອງ ສີ​ພັນ​ດອນ ເຈົ້າ​ຄອງ​ນະຄອນຫຼວງວຽງ​ຈັນ, ປະທານ​ຄະນະ​ກຳມະ ການ​ສຶກ​ສາ​ອົບຮົມ​ວຽກ​ງານ ​ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ, ມີ​ ສະຫາຍ ພົນ​ຈັດຕະວາ ໄພ​ວັນ ຈັນທະ​ພົມມາ, ຮອງ​ປະທານ​ຄະນະ​ກຳມະການ ​ປກຊ-​ປກສ ນະຄອນ ຫຼວງ​ວຽງ​ຈັນ, ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ມີ​ ສະຫາຍ ພັນ​ເອກ ບຸນ​ວານ ພົມ​ມະ​ວົງ, ຮອງ​ປະທານ​ຄະນະ​ກຳມະການ ​ປກຊ-​ປກສ ນະຄອນ ຫຼວງ​ວຽງ​ຈັນ, ຫົວໜ້າ​ການ​ທະ ຫານ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ມີ​ຕາງໜ້າ​ຈາກ​ພາກສ່ວນ​ຕ່າງໆ, ຄະນະ​ພັກ-ຄະນະ​ບັນຊາ​ອົງການ, ກົມ​ກອງ​ທີ່​ຂຶ້ນ​ກັບເຂົ້າ ​ຮ່ວມ. ສະຫາຍ ພັນ​ເອກ ບຸນ​ລິດ ສີ​ສຸ​ພອນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ທະຫານ​ນະຄອນຫຼວງວຽງ​ຈັນ ໄດ້​ຂຶ້ນ​ຜ່ານ​ແຜນການ​ອົບຮົມ​ວຽກ​ງານ ​ປກຊ-​ປກສ ໃຫ້​ພະ ນັກງານ​ ຫຼັກ​ແຫຼ່ງ​ເປົ້າ​ໝາຍ 3 ຊຸດ​ທີ II ທົ່ວ​ນະຄອນ​ຫຼວງ​ວຽງ​ຈັນ, ການ​ອົບຮົມ​ຄັ້ງ​ນີ້​ຈະ​ໄດ້ດຳ ເນີນ​ເປັນ​ເວລາ 30 ວັນ, ມີ​ສຳມະ​ນາ​ກອນ​ເຂົ້າ​ຮ່ວມ​ທັງ​ໝົດ 29 ສະຫາຍ, ໃນ​ນັ້ນ, ສຳມະນາ​ກອນ​ທີ່​ເປັນ​ຮອງ​ຫົວໜ້າ​ພະແນກ ແລະ ທຽບ​ເທົ່າ​ພະ​ແນກ​ຂັ້ນນະຄອນຫຼວງ​ວຽງ​ຈັນ 20 ສະຫາຍ ແລະ ຂັ້ນ​ຮອງ​ເຈົ້າເມືອງ 9 ສະ ຫາຍ, ສຳລັບ​ເນື້ອ​ໃນ​ທີ່​ນຳ​ມາ ​ອົບຮົມ​ມີ 12 ບົດ​ຄື: ບາງ​ບັນຫາ​ກ່ຽວ​ກັບ​ການ​ສະກັດ​ກັ້ນ-ຕ້ານ​ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ, ບາງ​ທັດສະນະ​ພື້ນຖານ​ຂອງ​ພັກ​ຕໍ່​ວຽກ​ງານ​ການ ​ ທະຫານ​ໃນ​ໄລຍະ​ໃໝ່, ບົດບາດ​ທີ່​ເປັນ​ເສນາ​ທິ​ການ​ຂອງ​ບັນດາ​ອົງການ, ພະແນກການ, ອົງ​ການຈັດຕັ້ງມາຫາ ​ຊົນ​ຂັ້ນ​ເມືອງ​ຕໍ່​ວຽກ​ງານ​ປ້ອງ​ກັນ​ຊາດ, ການ​ພັດທະນາ​ເສດ
ຖະກິດ-ສັງຄົມ ຕິດ​ພັນ​ກັບວຽກ ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ ຄວາມ​ສະຫງົບ​ຂັ້ນ​ເມືອງ, ການ​ກໍ່ສ້າງ​ທ່າ​ສະໜາມ 3 ຂັ້ນ, ການຈັດຕັ້ງ​ເຄື່ອນ​ໄຫວ​ຂອງ​ກຳລັງ​ກອງ​ຫຼອນ- ​ປກສ ບ້ານ, ກຸ່ມ​ບ້ານ, ກຳລັງ​ປ້ອງ​ກັນ​ພາຍ​ໃນ, ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ການ​ກໍ່ສ້າງ​ບໍລິເວນ​ປ້ອງ​ກັນ-ຈັ້ງ​ທ່າ​ຂັ້ນ​ເມືອງ, ຂັ້ນ​ນະຄອນຫຼວງ​ ວຽງ​ຈັນ, ຄວາມ​ຮັບ​ຮູ້​ລວມ​ກ່ຽວ​ກັບ​ຄວາມ​ສະຫງົບ ແລະ ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຊາດ, ວຽກ​ງານ​ຕ້ານ​ອາດ​ສະ​ຍາ​ກຳ, ບົດ​ສິລະ​ປະຍຸດ, ການ​ມ້າງ​ປະກອບ ​ປືນ ແລະ ປະຕິບັດ​ຍິງ​ລູກປືນ​ແທ້. ທັງ​ນີ້, ກໍ​ເພື່ອເປັນ​ການຈັດຕັ້ງ​ຜັນ​ຂະຫຍາຍແນວທາງ ​ປກຊ-​ປກສ ໃນ​ໄລຍະ​ໃໝ່, ເຮັດ​ໃຫ້ພະ ນັກງານ​ຫຼັກ​ແຫຼ່ງ​ກຳ​ແໜ້ນ​ທັດສະນະ ແລະ ປະຕິບັດ​ກົນ​ໄກ​ທາງ​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ ​ຮອບດ້ານ ຕິດ​ພັນ​ກັບ​ການປະຕິບັດ​ມະຕິ 3 ສ້າງ​ຂອງ​ກົມ​ການ ເມືອງ​ສູນ​ກາງ​ພັກ, ທັງ​ເປັນ ​ການ ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ເຂົ້າ ໃຈ​ເປັນ​ເອກະ​ພາບ​ຕໍ່​ວຽກ​ງານ​ດັ່ງ ກ່າວ​ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງຖິ່ນ, ເພື່ອ​ຮັບປະກັນ​ໃຫ້​ແກ່​ຄະນະ​ພັກ​ຂັ້ນ​ຂອງ​ຕົນ, ພ້ອມ​ ກັນ​ນັ້ນ, ກໍ​ເພື່ອ​ຍົກ​ສູງ​ຄວາມ​ຮັບຜິດຊອບ, ຫົວຄິດ​ປະດິດ​ສ້າງ ແລະ ປັບປຸງ​ທັດສະນະ​ແນວທາງ​ການ​ພັດທະນາ ໃຫ້​ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ການ​ປົກ​ປັກ​ຮັກສາ​ປະເທດ ​ຊາດ​ໃນ​ໄລຍະ​ໃໝ່.

ແຫຼ່ງທີ່ມາ:ສຸລິຍາ