ປະກາດການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານ ຢູ່ກອງບັນຊາການທະຫານແຂວງຫົວພັນ
ພິທີປະກາດການຈັດຕັ້ງ ແລະ ຍົກຍ້າຍນາຍທະຫານ ຢູ່ກອງບັນຊາການທະຫານແຂວງຫົວພັນ, ຈັດຂຶ້ນໃນວັນທີ 31 ມັງກອນ 2023 ນີ້, ໂດຍການ
ເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການ ສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການ
ກອງທັບ, ມີ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກເຈົ້າ ແຂວງ ແຂວງຫົວພັນ, ສະຫາຍ ພົນຕີ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການ
ເມືອງກອງທັບ, ມີກົມທີ່ກ່ຽວຂ້ອງ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ກອງບັນຊາການທະຫານເມືອງ, ກົມກອງຮາກ
ຖານທີ່ຂຶ້ນກັບ, ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ
ກອງທັບ ໄດ້ຜ່ານຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍນາຍທະຫານໄປຮັບໜ້າທີ່ໃໝ່ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການ
ແຕ່ງຕັ້ງຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ, ອີງຕາມການຕົກລົງເຫັນ ດີເປັນເອກະພາບຂອງກອງປະ ຊຸມຄະ ນະປະຈຳພັກກະຊວງ
ປ້ອງກັນປະເທດ ຄັ້ງວັນທີ 10 ມັງ ກອນ 2023 ແລະ ອີງຕາມການ ຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງກອງທັບ, ນາຍົກລັດຖະມົນຕີ ຕົກລົງຍົກ
ຍ້າຍ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງ
ປ້ອງກັນປະເທດ ແລະ ແຕ່ງ ຕັ້ງ ສະຫາຍ ພັນເອກ ຄຳເມືອງ ໂຄດວົງຄູນ ຫົວໜ້າຫ້ອງເສນາທິການ ຂຶ້ນເປັນຫົວໜ້າການທະຫານກອງບັນຊາການທະຫານ
ແຂວງຫົວພັນຜູ້ໃໝ່. ໂອກາດນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ມີຄຳເຫັນໂອ້ລົມ ແລະ
ໃຫ້ທິດຊີ້ນຳຫຼາຍບັນຫາສຳ ຄັນຕໍ່ຜູ້ທີ່ໄດ້ຮັບການຍົກຍ້າຍ ແລະ ໄດ້ຮັບການມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້, ເນັ້ນໜັກໃຫ້ແຕ່ລະ ສະຫາຍ ຍົກສູງສະຕິລະ
ວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ຄົ້ນ ຄວ້າເຊື່ອມຊຶມ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງຕ່າງໆ
ຂອງຂັ້ນເທິງ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ວິທີນຳພາຢ່າງມີວິທະຍາສາດ, ປະດິດສ້າງ ແລະ ມີປະສິດທິພາບສູງ ເພື່ອນຳ ພາປັບປຸງພັດທະນາກົມ
ກອງ ເຮັດໃຫ້ກົມກອງມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ທັນສະໄໝເທື່ອລະກ້າວ.
ແຫຼ່ງທີ່ມາ: ສົມເພັດ ວິໄລຄຳ