ບໍລິສັດລັດພັດທະນະຊົນນະບົດ ມອບເງິນໃຫ້ກະຊວງປ້ອງກັນປະເທດ
ວັນທີ 31 ມັງກອນ 2023 ນີ້, ບໍລິສັດລັດພັດທະນະຊົນນະບົດໄດ້ນຳເງິນຈຳນວນ 200.000.000 ກີບ. ມາມອບໃຫ້ກະຊວງປ້ອງກັນປະເທດ, ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 - 20 ມັງກອນ 2023). ກ່າວມອບໂດຍ ສະຫາຍ ພັນເອກ ສຸກນິລັນ ຄຳພິລາວົງ ຜູ້ອຳນວຍການບໍລິສັດລັດພັດທະນະຊົນນະບົດ ແລະ ກ່າວຮັບໂດຍ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ. ໃນໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະອຳນວຍ ການບໍລິສັດລັດພັດທະນະຊົນນະບົດທີ່ເຫັນໄດ້ຄວາມໝາຍ, ຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ ໄດ້ນຳເອົາເງິນຈຳນວນດັ່ງກ່າວມາ ມອບໃຫ້ກະຊວງປ້ອງກັນປະເທດ, ອັນເປັນການປະ ກອບສ່ວນສຳຄັນເຂົ້າໃນການພັດທະນາກອງທັບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
ແຫຼ່ງທີ່ມາ: ບຸນຊ້ອຍ