ຄະນະນຳກະຊວງປ້ອງກັນປະເທດ ອວຍພອນປະທານສະພາແຫ່ງຊາດ
ວັນທີ 24 ມັງກອນ 2023 ນີ້, ຄະນະນຳກະຊວງປ້ອງກັນປະເທດ ນຳໂດຍ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ ພ້ອມຄະນະ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງ
ຊາດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ.
ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ກ່າວວ່າ: ຍາມໃດການນຳພັກ ແລະ ລັດຖະບານ ກໍຄືຄະນະນຳສະພາແຫ່ງຊາດ ກໍໄດ້ເອົາໃຈໃສ່ເບິ່ງແຍງ ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃຫ້ແກ່ກອງທັບພວກເຮົາ, ໃນໄລຍະຜ່ານມາເຖິງແມ່ນວ່າສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດ ເຮົາມີການຜັນແປໄປຢ່າງສັບສົນ, ມີທັງສິ່ງເອື້ອອຳນວຍ ແລະ ສິ່ງທ້າທາຍທົດສອບຫຼາຍປະການທີ່ສົ່ງຜົນກະທົບຕໍ່ການສ້າງສາພັດທະນາປະເທດຊາດ, ແຕ່ ກອງທັບເຮົາຍາມໃດກໍໄດ້ຍຶດໝັ້ນຕໍ່ອຸດົມການ, ຕໍ່ໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ສຸມໃສ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະ 4 ໜ້າທີ່ໃຫຍ່ 26 ແຜນງານ ເຫັນວ່າມີຜົນສຳເລັດຫຼາຍດ້ານປະກອບສ່ວນເຂົ້າໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍລວມແລ້ວມາຮອດປັດຈຸບັນທົ່ວກຳລັງປະກອບອາວຸດສະພາບທາງດ້ານການເມືອງແນວຄິດ, ຈິດໃຈແມ່ນ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ສືບຕໍ່ປະຕິບັດໜ້າທີ່ຂອງຕົນເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ໄດ້ສຸມໃສ່ ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກໃນທຸກດ້ານ, ດ້ານວຽກງານຮັບປະກັນພະລາທິການ-ເຕັກນິກ, ການພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ ກໍສາ ມາດປະຕິບັດໄດ້ດີ, ຜົນສຳເລັດດັ່ງກ່າວນັ້ນ ກໍຍ້ອນພັກ-ລັດຖະບານກໍຄືສະພາແຫ່ງຊາດໄດ້ໃຫ້ຄວາມສຳຄັນ, ຊຸກຍູ້ຊ່ວຍເຫຼືອ, ສ້າງເງື່ອນໄຂອຳນວຍ ຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ຂອງກອງທັບພວກເຮົາ, ຈາກນັ້ນ, ກໍໄດ້ກ່າວອວຍພອນໄຊອັນປະເສີດຕໍ່ ສະຫາຍປະທານສະພາແຫ່ງຊາດ ແລະ ສະແດງຄວາມຮູ້ບູນຄຸນຕໍ່ການນຳພັກ-ລັດ, ສະພາແຫ່ງຊາດທີ່ຍາມໃດກໍໄດ້ໃຫ້ຄວາມສຳຄັນ, ຊ່ວຍເຫຼືອປັບປຸງກໍ່ສ້າງກອງທັບ ເຮັດໃຫ້ກອງທັບສາມາດ ເຮັດລ້ອນໜ້າທີ່ການເມືອງຂອງຕົນໄດ້ດີຕະຫຼອດມາ.
ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະນຳກະຊວງປ້ອງກັນປະເທດ ທີ່ໄດ້ມາອວຍພອນເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ບັນດາ ສະຫາຍການນຳກະຊວງປ້ອງກັນປະເທດ ຕະຫຼອດຮອດພະ ນັກງານ-ນັກຮົບໃນທົ່ວກອງທັບ ຈົ່ງພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະເທດຊາດໄດ້ມອບໝາຍໃຫ້, ສືບຕໍ່ປັບປຸງກໍ່ສ້າງກອງທັບໃຫ້ ມີແບບແຜນທັນສະໄໝ, ເປັນຫຼັກແຫຼ່ງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບໝັ້ນຄົງ.
ແຫຼ່ງທີ່ມາ: ເພັດ ສົມນໍວັນ
ວັນທີ 26/01/2023