ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາວ-ຫວຽດນາມ ສຳເລັດ​ການ​ສະເຫຼີມ​ສະ​ຫຼອງ​ ປີ​ສາມັກຄີ​ມິດຕະພາບ 2022 ດ້ວຍ​ຜົນສຳເລັດ​ອັນ​ຈົບງາມ


    ພິທີ​ສະຫຼຸບ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ໄດ້​ຈັດ​ຂຶ້ນ​ ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 11 ມັງກອນ 2023, ທີ່ຫໍ​ປະ ຊຸມ​ແຫ່ງ​ຊາດ, ໂດຍ​ການ​ໃຫ້​ກຽດ​ເປັນ​ປະທານ​ຮ່ວມ​ຂອງ ສະຫາຍ ສອນ​ໄຊ ສີ​ພັນ​ດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາ ຊົນ​ລາວ ແລະ ສະ ຫາຍ ຟ້າມ ມິງ ຈິງ, ນາ ຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ແລະ ມີ​ບັນດາ​ສະຫາຍ​ການ​ນຳ​ພັກ, ລັດຖະ ບານ, ພະ ນັກງານ, ທະຫານ, ຕຳຫຼວດ, ຊາວ​ໜຸ່ມ, ນ້ອງ​ນັກຮຽນ-ນັກ​ສຶກ​ສາ ທັງ​ຫວຽດນາມ ແລະ ລາວ ຫຼາຍ​ກວ່າ 450 ສະ ຫາຍ ເຂົ້າ​ຮ່ວມ​ຢ່າງ​ພ້ອມ ພຽງ. ເລີ່ມ​ຕົ້ນ​ພິທີ​ໄດ້​ມີ​ການ​ສາຍ​ວີ​ດີ​ໂອ​ປະມວນ​ການເຄື່ອນໄຫວ​ສຳຄັນ ແລະ ບັນດາ​ກິດຈະ ກຳສະເຫຼີມ ສະຫຼອງ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ປີ 2022; ມີ​ການສະແດງ​ສີ​ລະ​ປະທີ່​ສະແດງໃຫ້​ເຫັນ​ເຖິງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ແລະ ການ ​ຮ່ວມ​ມື​ຮອບດ້ານລະຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ອ້າຍ​ນ້ອງ ໂດຍ​ໄດ້​ຖ່າຍ​ທອດ​ຜ່ານ​ບັນດາ​ບົດ​ເພງ ແລະ ບົດ ​ຟ້ອນ​ມິດຕະພາບ ລາວ-ຫວຽດນາມ ຢ່າງ​ເບີກບານ​ມ່ວນຊື່ນ ແລະ ມີ​ເນື້ອ​ໃນ​ຄວາມ​ໝາຍ​ສຳຄັນ​ທາງ​ປະຫວັດສາດ ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ສາຍ​ໄຍ ແຫ່ງ ​ຄວາມ​ຜູກ​ພັນ ຄວາມ​ສາມັກຄີ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ທີ່​ບໍ່​ສາມາດ​ຕັດຂາດ​ຈາກ​ກັນ​ໄດ້. ຈາກ​ນັ້ນ, ສອງ​ສະຫາຍ​ນາຍົກລັດຖະມົນຕີ ລາວ ແລະ ຫວຽດ ນາມ ໄດ້​ຮ່ວມ​ກັນ​ຖະແຫຼງ​ຂ່າວ ແລະ ສະຫຼຸບ​ການ​ສະເຫຼີມສະ ຫຼອງ​ປີ​ສາ​ມັກ​ຄິ​ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022. ໃນ​ໂອກາດ​ນີ້, ສະຫາຍ ນາ ຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ໄດ້​ຍົກ​ໃຫ້​ເຫັນ​ເຖິງຜົນສຳເລັດ​ຂອງ​ການ​ພົບ​ປະ​ສອງຝ່າຍ​ກັບ ສະຫາຍ ນາຍົກລັດຖະ ມົນຕີ ຟ້າມ ມິງ ຈິງ ໃນ​ຕອນ​ເຊົ້າ ​ທີ່​ຜ່ານ​ມາ ແລະ ບັນດາ​ຜົນສຳ ເລັດ​ຂອງ​ກິດຈະກຳ​ສະເຫຼີມສະ ຫຼອງ​ປີ​ສາ​ມັກ​ຄິີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນ​ປີ 2022, ເຊິ່ງ​ມີ​ເນື້ອ​ໃນ​ສຳຄັນ​ບາງ​ຕອນ​ດັ່ງນີ້: ການ​ພົບ​ປະ​ສອງ​ຝ່າຍ ລະ ຫວ່າງ ສອງ​ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້​ດຳ ເນີນ​ໄປ​ດ້ວຍ​ບັນ ຍາກາດ​ສະໜິດ ສະໜົມ, ກົງ​ໄປ​ກົງ​ມາ, ຈິງ​ໃຈ ແລະ ໄດ້​ຮັບ​ຜົນສຳເລັດ​ຢ່າງ​ຈົບງາມ, ເຊິ່ງ​ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ທົບ​ທວນຄືນ​ການ​ພົວພັນ​ຮ່ວມ​ມື​ຮອບ ດ້ານ​ຂອງ​ສອງ​ປະເທດ​ໃນ​ໄລຍະ​ຜ່ານ​ມາ ແລະ ວາງ​ທິດ​ທາງ​ແຜນການ​ຮ່ວມ​ມື​ໃນຕໍ່ໜ້າ, ສອງ​ຝ່າຍ​ໄດ້​ຮ່ວມ​ລົງ​ນາມ​ເອກະສານ​ຮ່ວມ​ກັນ 10 ສະບັບ ໃນ​ ຫຼາຍ​ຂົງເຂດ. ພິເສດ​ການ​ຢ້ຽມຢາມ ​ສປປ ລາວ ຂອງ​ຄະນະ​ຜູ້​ແທນ ​ສສ ຫວຽດ ນາມ ໃນ​ຄັ້ງ​ນີ້ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ ເພາະ​ຢູ່​ໃນ​ທ່າມກາງ​ບັນ ຍາກາດ​ການ​ສະຫຼຸບ​ການ​ສະເຫຼີມສະຫຼອງ​ປີ​ສາ ມັກຄີ​ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ເພື່ອສະເຫຼີມສະຫຼອງ​ສອງ​ວັນ​ປະ ຫວັດ ສາດ ຄື: ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 60 ປີ ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະ ພາບ ແລະ ການ​ຮ່ວມ​ມື ຄົບຮອບ 45 ປີ ຢ່າງ​ຟົດຟື້ນ. ສອງ​ ຝ່າຍ ໄດ້​ຕີ​ລາຄາ​ສູງ ຕໍ່​ບັນດາ​ກິດຈະກຳ​ສະ ເຫຼີມສະຫຼອງ​ຕ່າງໆ, ເຊິ່ງ​ນັບ​ແຕ່​ພິທີ​ເປີດ​ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ປີ 2022 ທີ່ ນະຄອນຫຼວງ​ຮ່າ​ໂນ້ຍ ເປັນຕົ້ນ​ ມາ, ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ຈັດ​ຫຼາຍ​ກິດຈະກຳ ສະເຫລີມສະ ຫລອງ​ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນໃນ​ຂອບ​ເຂດ​ທົ່ວ​ປະເທດ ທັງ​ພາຍ​ໃນ ແລະ ຕ່າງປະເທດ ກໍຄື​ ບັນດາ​ອົງການ​ຕາງໜ້າ ແລະ ສະຖານທູດ ຂອງ​ສອງ​ປະເທດ ຢູ່​ຕ່າງປະເທດ. ສອງ​ຝ່າຍ ມີ​ການ​ແລກປ່ຽນ​ການ​ຢ້ຽມຢາມ ເຊິ່ງ​ກັນ ແລະ ກັນ ໃນ​ທຸກ​ລະດັບ ເຖິງ 115 ຄະນະ, ໃນ​ນີ້ ຄະນະ​ຝ່າຍລາວ ໄປ ຫວຽດ ນາມ ມີ 51 ຄະນະ ແລະ ຄະນະ​ເບື້ອງ​ຫວຽດນາມ ມາ​ລາວ ມີ 64 ຄະນະ. ສອງ​ຝ່າຍ ໄດ້​ຮ່ວມ​ກັນ ​ຈັດ​ຕັ້ງ​ປະຕິບັດ​ຫຼາຍ​ກິດຈະກຳເພື່ອ​ສົ່ງເສີມ​ເສດຖະກິດ, ການ​ຄ້າ, ການ​ລົງ ທຶນ, ລວມ​ເຖິງ​ບັນດາ​ກິດຈະກຳ​ສົ່ງເສີມ​ດ້ານ​ວັດທະນະທຳ-ສັງຄົມ-ການ​ສຶກ​ສາ ເປັນຕົ້ນ ການ​ແລກປ່ຽນ​ວັດທະນະທຳ, ວາງສະແດງ​ຮູບ​ພາບ, ການ​ຈັດ​ງານ​ບຸນມະໂຫລານ​ຂອງ​ສະມາຄົມ​ມິດຕະພາບ ແລະ ອື່ນໆ, ພິເສດ ພັກ-ລັດຖະບານ ຫວຽດນາມ ໄດ້​ມອບ​ຂອງຂວັນ ເປັນ​ໂຮງຮຽນ​ມັດທະຍົມ ວິຊາ​ຊີບ ຕົວ​ແບບ ມິດຕະພາບ ລາວ-ຫວຽດນາມ ຢູ່​ ແຂວງ​ຄຳ​ມ່ວນ ເຊິ່ງ​ຖື​ເປັນ​ໂຮງ ຮຽນ​ວິຊາ ​ ຊີບ ຕົວ​ແບບ​ທຳ​ອິດ​ຢູ່ ​ສປປ ລາວ. ພ້ອມ​ນີ້, ສອງ​ຝ່າຍ ໄດ້​ຮ່ວມ​ກັນ​ຈັດ​ຫຼາຍ​ກິດຈະ ກຳ​ໂຄສະນາ​ເຜີຍແຜ່​ຕາມ​ສື່​ມວນ​ຊົນ, ມີ​ການ​ຕີ​ພິມ​ປື້ມ​ວາລະສານ, ບົດ​ຄວາມ, ມີ​ການ​ຈັດ​ແຂ່ງຂັນ​ຄວາມ​ຮູ້​ກ່ຽວ​ກັບ​ການ​ພົວພັນ​ລາວ-ຫວຽດນາມ, ປະ​ກວດ​ບົດ​ກອນ, ບົດ​ເພງ, ບົດ​ຄວາມ, ເຊິ່ງ​ໄດ້​ຮັບ​ຄວາມ​ສົນໃຈ​ຢ່າງ​ ກວ້າງຂວາງ​ຈາກ​ສັງຄົມ; ມີ​ການ​ໃຫ້​ສຳພາດ​ຂອງ​ການ​ນຳ ໂດຍ​ສະເພາະ​ແມ່ນ ສະຫາຍ ທອງ​ລຸນ ສີ​ສຸ​ລິດ, ເລຂາທິການ​ໃຫຍ່, ປະທານ​ປະເທດ ແຫ່ງ ​ສປປ ລາວ ແລະ ສະຫາຍ ຫງວ​​ຽນ ຊວັນ ຟຸກ, ປະທານ​ປະເທດ ແຫ່ງ ​ສສ ຫວຽດນາມ ໃນ​ໂອກາດວັນ​ສ້າງ ຕັ້ງ​ສາຍ​ພົວພັນ​ການ​ທູດ 5 ກັນ ຍາ 2022 ແລະ ອີກ​ຫຼາຍໆ​ສະ ຫາຍ. ສິ່ງ​ທີ່​ພົ້ນ​ເດັ່ນ ແລະ ພິເສດ​ທີ່​ສຸດ​ໃນ​ການ​ສະເຫຼີມສະຫຼອງ​ປີ​ສາມັກຄີ​ດັ່ງກ່າວ, ສອງ​ປະເທດ ​ໄດ້​ຈັດ​ພິທີ​ໂຮມ​ຊຸມນຸມ​ສະເຫຼີມ ສະຫຼອງ ​ໃຫຍ່​ຢູ່​ສອງ​ນະຄອນ ຫຼວງ ຂອງ​ສອງ​ປະເທດ ໃນ​ວັນ​ທີ 18 ກໍລະກົດ 2022 ຢ່າງ​ເຄັ່ງຂຶມ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ຄວາມ​ສຳຄັນ, ໂດຍ​ມີ​ການ​ ເຂົ້າ​ຮ່ວມ ຂອງ ການ​ນຳ​ຂັ້ນ​ສູງ​ສອງ​ປະເທດ ແລະ ມວນ​ຊົນ, ໂອກາດ​ດັ່ງກ່າວ ກໍ່​ມີ​ການ​ຈັດ​ສັບປະດາ ວັດທະນະທຳ ຫວຽດນາມ ແລະ ລາວ ຢູ່​ນະຄອນ ຫຼວງ​ຂອງ​ກັນ ແລະ ກັນ. ໃນ​ຕອນ​ທ້າຍ, ສອງ​ຝ່າຍ ໄດ້​ສະແດງ​ຄວາມ​ຊົມເຊີຍ​ຢ່າງ​ສຸດ​ໃຈ ແລະ ຕີ​ລາຄາ​ສູງ ຕໍ່​ການ​ຮ່ວມ​ ກັນ​ຈັດການ​ສະເຫຼີມ​ສະ​ຫຼອງ​ປີ​ ສາມັກຄີ​ມິດຕະພາບລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃນ​ຄັ້ງ ​ນີ້ ທີ່​ປະສົບ​ຜົນສຳເລັດ​ຢ່າງ​ຈົບງາມ, ພ້ອມ​ທັງ​ໄດ້​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະ ພາບ ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະຊາ ຊົນ​ສອງ​ຊາດ ລາວ-ຫວຽດນາມ ຈົ່ງ​ໝັ້ນ ຄົງ​ຄະ​ນົງ​ແກ່ນ ແລະ ຈະ ເລີນ​ງອກ​ງາມ​ຍິ່ງໆ​ຂຶ້ນຕະຫຼອດ​ໄປ.

ແຫຼ່ງທີ່ມາ: ໜັງສືພິມ​ກອງທັບ