ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງ​ປ້ອງ​ກັນ​ປະເທດ ປະກາດ​ເລື່ອນ​ຊັ້ນ ພັນ​ຕີ ຂຶ້ນ ພັນ​ໂທ ໃຫ້​ນາຍ​ທະຫານ ເຂດ​ໃຈກາງ



     ໃນ​ວັນ​ທີ 10 ມັງກອນ 2023 ນີ້, ຢູ່ກອງ​ພົນ​ທີ 1, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ພິທີ​ປະກາດ​ເລື່ອນ​ຊັ້ນ ພັນ​ຕີ ຂຶ້ນຊັ້ນ ພັນ​ໂທ ໃຫ້​ນາຍ​ທະຫານ ​ເຂດ​ໃຈກາງ(ເຂດ 2) , ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ ເທດ ຫົວໜ້າ​ກົມ​ໃຫຍ່​ການເມືອງ​ ກອງທັບ, ມີ ສະຫາຍ ພົນ​ຈັດ ຕະ ວາ ສີ​ທາ ພົມມາ​ລາ ຫົວໜ້າ​ ກົມ​ພະນັກງານ ກົມ​ໃຫຍ່​ການ ເມືອງ​ກອງທັບ, ມີຄະນະ​ພັກ-ຄະນະ​ບັນຊາຕະຫຼອດ​ຮອດ​ນາຍ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ເຂົ້າ ​ຮ່ວມ. ໃນ​ພິທີ, ສະຫາຍ ພົນ​ຈັດຕະວາ ສີ​ທາ ພົມມາ​ລາ ຫົວໜ້າ​ກົມ​ພະ ນັກງານ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ ພັນ​ຕີ ຂຶ້ນ ພັນ​ໂທ ຂອງ​ບັນດາ​ກົມ​ກອງ​ເຂດ​ໃຈກາງ 2 ຕາມ​ກົດໝາຍ​​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ​ໃຫ້​ ນາຍ​ທະຫານ; ອີງ​ຕາມ​ການ​ຄົ້ນ​ຄ້ວ​​າ ແລະ ນຳ​ສະເໜີ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ; ດັ່ງນັ້ນ, ກະຊວງ​ປ້ອງ​ກັນ​ປະເທດ ຈຶ່ງ​ຕົກລົງ​ເລື່ອນ​ຊັ້ນ ພັນ​ຕີ ຂຶ້ນ ພັນ​ໂທ ໃຫ້​ນາຍ ​ ທະຫານ​ເຂດ​ໃຈກາງ 2 ທີ່​ມີ​ຜົນງານ​ໃນ ​ການ​ປະກອບສ່ວນ​ປົກ​ປັກ​ຮັກ ສາ ແລະ ສ້າງສາ​ພັດທະນາ​ປະ ເທດ​ຊາດ, ປົກ​ປັກ​ຮັກສາ​ໝາກ ຜົນ​ຂອງ​ການ​ປະຕິວັດ ຈຳນວນ 06 ຫົວໜ່ວຍ​ກົມ​ກອງ, ລວມ​ມີ 77 ສະຫາຍ ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ​ໃນ​ຄັ້ງ​ນີ້, ແມ່ນ​ເພື່ອ​ປະຕິບັດ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ ຂອງ​ກອງທັບ ​ ປະຊາຊົນ​ລາວ ແລະ ອີງ​ຕາມ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ໜ້າທີ່​ວຽກ​ງານ​ຂອງ​ແຕ່​ລະ​ກົມ​ກອງ, ເປັນ​ການ​ປັບປຸງ​ກໍ່ສ້າງ​ກຳລັງ, ກໍ່ສ້າງ​ກົມ​ກອງ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ ແຂງ ແທດເໝາະ​ກັບ​ສະພາບ​ເງື່ອນໄຂ​ຕົວ​ຈິງ​ຂອງ​ປະເທດ​ຊາດ . ໂອກາດ​ນີ້, ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ໄດ້​ສະແດງ​ຄວາມ​ຍ້ອງຍໍ, ຊົມເຊີຍ ຕໍ່​ບັນດາ​ສະຫາຍ​ທີ່​ ໄດ້​ຮັບ​ການ​ເລື່ອນ​ຊັ້ນ ​ໃໝ່, ເຊິ່ງ​ເປັນ​ການ​ຢັ້ງຢືນ​ເຖິງ​ຜົນງານ, ຜົນສຳເລັດໃນ​ການ​ປະ ກອບສ່ວນ​ໃນ​ພາລະກິດ​ປະຕິວັດ ທີ່​ມີ​ກຽດ​ສະຫງ່າ​ງາມ; ພ້ອມ​ນີ້, ສະຫາຍ​ໄດ້​ກ່າວ​ ເນັ້ນ​ໜັກ​ວ່າ: ພາຍຫຼັງ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ ໃໝ່ຕາມ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ແລ້ວ ຕ້ອງ​ໄດ້​ສືບຕໍ່​ຄົ້ນ​ຄວ​​້າ ​ເຊື່ອມ​ຊຶມ​ແນວທາງ​ແຜນ​ນະໂຍ ບາຍ, ລະບຽບ, ກົດ ໝາຍ ຂອງ​ ກອງທັບ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ໃຫ້​ມີ​ຄຸນ​ນະ​ພາບ; ຍົກ​ສູງ​ຄວາມ​ຮັບ ຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ທີ່​ໄດ້​ ຮັບ​ມອບ​ໝາຍ, ເພີ່ມ​ທະວີ​ ຄວາມ ​ສາມັກຄີ​ເປັນ​ປຶກ​ແຜ່ນ​ຕິດ​ພັນ​ກັບ ​ການຈັດຕັ້ງ​ປະຕິບັດ​ແບບແຜນ​ວິທີ​ເຮັດ​ວຽກ; ຕັ້ງໜ້າ​ປະກອບ ສ່ວນ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ ກອງ​ໃຫ້​ມີ​ຄວາມ​ປອດ​ໃສ, ເຂັ້ມ ແຂງ, ໜັກ​ແໜ້ນ ຕິດ​ພັນ​ກັບ​ຂະ​ ບວນ​ການ​ອື່ນໆ; ອອກແຮງ​ກໍ່ສ້າງ ​ພະນັກງານ 3 ຮຸ່ນ ຕິດ​ພັນ​ກັບ​ນະໂຍບາຍ​ຊົນ​ຊາດ, ຊົນເຜົ່າ; ຕັ້ງ ໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ຄຸນ ​ທາດ​ການເມືອງ​ໜັກ​ແໜ້ນ; ສືບ ຕໍ່​ປະຕິບັດ​ແນວທາງ​ການ​ຕ່າງ ປະເທດ​ຂອງ​ພັກ-ລັດ; ຂອງ​ກອງ ທັບ, ຂອງ​ກົມ​ກອງເພື່ອ​ພ້ອມ​ກັນ​ປັບປຸງ​ກໍ່ສ້າງ​ກອງທັບ, ກໍ​ຄື​ກົມ​ກອງ​ໃຫ້​ ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ ກ້າວ​ເດີນ​ຕາມ​ຈຸດໝາຍ​ສັງຄົມ​ນິຍົມຢ່າງ​ສະຫງ່າ​ຜ່າເຜີຍ.

 

ແຫຼ່ງທີ່ມາ: ໂກ​ຮັງ ພັນທະ​ວົງ