ຄະນະອຳນວຍການໂຮງຮຽນທິດສະດີການເມືອງກອງທັບ ເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດ
ວັນທີ 6 ມັງກອນ 2023 ນີ້, ຄະນະອຳນວຍການໂຮງຮຽນທິດສະດີການເມືອງກອງທັບ ນຳໂດຍ ສະຫາຍ ພົນຈັດຕະວາ ຄຳຜາຍ ສະພັງເໜືອ ຫົວໜ້າການເມືອງໂຮງ
ຮຽນທິດສະດີການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດ
ຖະມົນຕີກະ ຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິ ການກອງທັບ ແລະ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະ ການສູນກາງພັກ ຮອງລັດຖະມົນ ຕີກະຊວງ
ປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023. ສະຫາຍ ພົນຈັດຕະວາ ຄຳຜາຍ ສະ
ພັງເໜືອ ໄດ້ຕາງໜ້າຄະນະອຳ ນວຍການໂຮງຮຽນທິດສະດີການເມືອງກອງທັບ ກ່າວອວຍພອນໄຊອັນປະເສີດມາຍັງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ແລະ ສະຫາຍ
ພົນໂທ ທອງລອຍ ສິລິວົງ ພ້ອມດ້ວຍ ຄະນະນຳກະຊວງປ້ອງກັນປະ ເທດ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີພາລະນາໄມສົມບູນແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ການ
ງານທຸກປະການ, ມີຄວາມສຸກຄວາມຈະເລີນໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ຊີ້ນຳ-ນຳພາປະຕິບັດໜ້າທີ່ການເມືອງຂອງກອງທັບ ກໍຄືປະຕິບັດ 2 ໜ້າທີ່ຍຸດທະ
ສາດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ເຮັດໃຫ້ຊື່ສຽງຂອງກອງທັບປະຊາຊົນລາວ ພົ້ນເດັ່ນໃນເວທີພາກພື້ນ ແລະ
ສາກົນ. ຂ່າວແຈ້ງໃຫ້ຮູ້ຕື່ມອີກວ່າ: ທ້າຍເດືອນທັນວາ 2022 ຜ່ານມາ, ຄະນະອຳນວຍການໂຮງຮຽນ ທິດສະດີການເມືອງກອງທັບ ນຳໂດຍ ສະຫາຍ ພົນຈັດຕະວາ ຄຳໄພ
ຟອງດາລາ ຫົວໜ້າການ ທະຫານໂຮງຮຽນທິດສະດີການ ເມືອງກອງທັບ ພ້ອມດ້ວຍຄະນະ, ກໍໄດ້ນຳເອົາກະຕ່າຂອງ ຂວັນເຂົ້າອວຍ ພອນ ສະຫາຍ ພົນຕີ ຄຳເພັດ ສີຊານົນ
ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະ ລາທິການກອງທັບ ແລະ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະປະຈຳພັກກະຊວງ
ປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ເນື່ອງໃນໂອກາດສົ່ງທ້າຍ ປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ເຊັ່ນດຽວກັນ.
ແຫຼ່ງທີ່ມາ:ນາງ ເກດແກ້ວ ໄຊສົມພັນ