ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະປະຈຳສະພາແຫ່ງຊາດ ດຳເນີນກອງ​ປະຊຸມ ​ປະຈຳ​ເດືອນ​ມັງກອນ 2023


     ປະຕິບັດ​ຕາມ​ກົດໝາຍ ວ່າ​ດ້ວຍ ສະພາ​ແຫ່ງ​ຊາດ ມາດຕາ 67 ກ່ຽວ​ກັບ​ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ໃນ​ວັນ​ທີ 3 ມັງກອນ 2023 ຄະນະ​ປະຈຳ​ສະພາ ​ແຫ່ງ​ຊາດ ໄດ້​ດຳເນີນ​ກອງ​ປະຊຸມ​ສະໄໝ​ວິສາມັນປະຈຳ ​ເດືອນ​ມັງກອນ 2023 ຂອງ​ຕົນ​ຂຶ້ນ​ຢູ່​ທີ່​ຫ້ອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ​ປອ. ໄຊ​ສົມ​ພອນ ພົມວິຫານ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ປະທານ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ມີ​ບັນດາ​ທ່ານ ຮອງ​ປະທານ​ຄະ ນະ​ປະຈຳ​ສະພາ​ແຫ່ງ​ຊາດ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ. ໄດ້​ຮັບ​ຟັງ​ການ​ລາຍ​ງານ​ການ​ສະຫຼຸບ​ຕີ​ລາຄາ​ຜົນສຳເລັດ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະ ພາ​ແຫ່ງ​ຊາດ ຊຸດ​ທີ IX, ລາຍ​ງານ​ການ​ກະ ກຽມ​ໃຫ້​ແກ່​ກອງ​ປະຊຸມ​ລັດ​ ຖະ​ສະພາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ (CLV), ລາຍ​ງານ​ແຜນການ​ຮຽບ​ຮຽງ​ກົດໝາຍ ຈຳນວນ 12 ສະບັບ ທີ່​ຜ່ານ​ການພິຈາລະນາ​ຮັບຮອງ​ເອົາ​ໃນ​ກອງ​ປະ ຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX, ລາຍ​ງານ​ການ​ກະກຽມ​ແຜນ​ການຈັດຕັ້ງ​ ທາບ​ທາມ​ຮ່າງ​ກົດໝາຍ ຈຳນວນ 13 ສະບັບ ທີ່​ຈະ​ນຳ​ເຂົ້າພິຈາລະ ນາ​ຮັບຮອງ​ໃນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ຢູ່​ບັນດາ​ເຂດ​ເລືອກ ​ຕັ້ງ​ທົ່ວ​ປະເທດ ແລະ ວຽກ​ງານ​ອື່ນໆ​ຈຳນວນ​ໜຶ່ງ ຈາກ​ຄະນະ​ເລຂາ ທິການ​ສະພາ​ແຫ່ງ​ຊາດ, ກຳມາ​ທິ​ການ​ວຽກ​ງານ​ສະມາຊິກ​ສະ ພາ​ແຫ່ງ​ຊາດ, ກຳມາ​ທິ​ການ​ການ​ຕ່າງ ປະເທດ ແລະ ກຳມາ​ທິ​ການ​ກົດໝາຍ. ພ້ອມ​ນັ້ນ, ບັນດາ​ທ່ານ​ທີ່​ເຂົ້າ​ ຮ່ວມຍັງ​ໄດ້​ຄົ້ນຄວ້າ ແລະ ພິຈາລະນາ​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ເຮັດ​ໃຫ້​ບົດ​ລາຍ​ງານ ​ຕ່າງໆ​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ຍິ່ງ​ຂຶ້ນ

ແຫຼ່ງທີມາ:ໜັງສືພິມແອງທັບ