ປິດຊຸດອົບຮົມ-ຫັດແອບໄລຍະສັ້ນໃຫ້ພະນັກງານນຳພາ-ບັນຊາ ກົມກອງທີ່ຂຶ້ນກັບທະຫານແຂວງຈຳປາສັກ
ວັນທີ 30 ທັນວາ 2022 ນີ້, ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບໄລຍະສັ້ນ ໃຫ້ແກ່ບັນດາພະນັກງານນຳພາ-ບັນຊາຂອງກົມ
ກອງທີ່ຂຶ້ນກັບ ຢູ່ທີ່ສະໂມສອນຂອງຕົນ, ພາຍຫຼັງທີ່ໄດ້ດຳ ເນີນມາເປັນເວລາ 25 ວັນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ກຳມະການ
ຄະນະປະຈຳພັກແຂວງ ຮອງປະທານ ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ຫົວໜ້າການທະຫານກອງບັນຊາການທະຫານ
ແຂວງ, ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ຮອງເລຂາຄະນະພັກ ກອງບັນ ຊາການ ຫົວໜ້າການ ເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ,
ຕະຫຼອດຮອດນັກເຝິກອົບ ຮົມຈາກກົມກອງອ້ອມຂ້າງເຂົ້າຮ່ວມ. ເພື່ອເປັນການປະເມີນຜົນ, ຕີລາຄາຄວາມຮູ້, ຄວາມສາມາດ ແລະ ຄວາມຮັບຮູ້ເຂົ້າ ໃຈຂອງພະນັກງານ-
ຫຼັກແຫຼ່ງຂັ້ນນຳພາບັນຊາ, ຕໍ່ກັບບົດຮຽນທີ່ໄດ້ຮຽນມາກ່ຽວກັບວຽກງານຕ່າງໆ ສະຫາຍ ພັນໂທ ຄຳພູນ ເລື່ອນສົມຫວັງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການ
ທະຫານແຂວງຈຳປາສັກ ໄດ້ຂຶ້ນມອບໝາຍໜ້າທີ່ ແລະ ເຜີຍແຜ່ວຽກງານທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດໃຫ້ບັນດາກົມກອງທີ່ຂຶ້ນກັບໄດ້ຮັບຊາບໂດຍຫຍໍ້, ຈາກນັ້ນ ສະ
ຫາຍພັນໂທ ຄຳເຮົ້າ ວົງພົມ ຄະນະພັກຮາກຖານຫ້ອງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ, ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານ
ແຂວງຈຳປາສັກ ສະບັບເລກທີ 2533/ກຈປ, ລົງວັນທີ 27 ທັນວາ 2022 ວ່າດ້ວຍການອະນຸມັດປິດຊຸດອົບຮົມ-ຫັດແອບໄລຍະສັ້ນໃຫ້ພະນັກງານນຳພາ-ບັນຊາ ບັນດາ
ກົມກອງທີ່ຂຶ້ນກັບກອງບັນຊາການທະ ຫານແຂວງຈຳປາສັກ ປະຈຳປີ 2022 ພ້ອມທັງຜ່ານບົດສະຫຼຸບ, ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກຂອງການຈັດຕັ້ງປະຕິ
ບັດນຳພາພະນັກງານຫຼັກແຫຼ່ງຫັດແອບໄລຍະທີ່ຜ່ານມາ ເຊິ່ງເຫັນໄດ້ວ່າ ພະນັກງານຄູ-ອາ ຈານ ແລະ ນັກຮຽນທຸກສະຫາຍມີແນວຄິດອຸ່ນອຽນທຸ່ນທ່ຽງ ຕໍ່ໜ້າທີ່ວຽກງານ
ພ້ອມກັນຈັດຕັ້ງປະຕິບັດທຸກມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ແລະ ສຸມທຸກສະຕິປັນຍາເຫື່ອແຮງເຂົ້າໃນການເຝິກແອບຮ່ຳຮຽນດ້ວຍ ຄວາມຫ້າວຫັນມີຄວາມອົດ
ທົນຜ່ານຜ່າຕໍ່ຂໍ້ຫຍຸ້ງຍາກນາໆປະການ, ຕັ້ງໜ້າເອົາໃຈໃສ່ເຝິກ ແອບຮ່ຳຮຽນດ້ວຍຄວາມຮັບຜິດຊອບສູງປະ ຕິບັດຕາມທິດທາງແຜນການ ໃນການປັບປຸງທາງດ້ານກຳລັງ
ປະກອບອາວຸດໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງໜັກແໜ້ນຢ່າງ ຮອບດ້ານ, ມີລະບຽບແບບແຜນ, ມີຫົວຄິດປະດິດສ້າງທີ່ທັນສະໄໝ, ພ້ອມດຽວກັນ
ນັ້ນ, ກໍໄດ້ເຮັດສຳເລັດທຸກໜ້າທີ່ອັນມີກຽດສະ ຫງ່າເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສາມາດສະຫຼຸບຕີລາຄາຜົນໄດ້
ຮັບໃນການອົບຮົມຄື: ວຽກງານການເມືອງບັນລຸໄດ້ 80%, ວຽກງານການທະຫານ 100%, ວຽກງານເສນາທິການ 90%, ພະລາທິການ 90%, ເຕັກນິກ 90% ແລະ
ເອກກະສານວຽກງານຫ້ອງການ 50%. ໂອກາດນີ້, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະ ຫາຍນັກເຝິກອົບຮົມ, ຄູ-ອາ
ຈານ ທີ່ໄດ້ເອົາໃຈໃສ່ໃນ ການອົບຮົມ-ຫັດແອບຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ຄູ-ອາຈານ, ນັກເຝິກອົບຮົມທຸກສະຫາຍແຕ່ລະກົມກອງ ຈົ່ງພ້ອມ ກັນຍົກສູງບົດບາດຄຸນ
ທາດການເມືອງ, ກຳໃຫ້ໄດ້ທາງດ້ານທິດສະດີຫຼັກການໃນການນຳພາ-ບັນຊາໃຫ້ໜັກແໜ້ນ-ເຂັ້ມແຂງ ແບ່ງ ໃຫ້ບຸກຄົນຮັບຜິດຊອບຢ່າງສອດຄ່ອງແທດເໝາະຖືກຕ້ອງ
ຕາມຫຼັກການຢ່າງແທ້ຈິງ ແລະ ນຳເອົາບົດຮຽນທີ່ໄດ້ຖອດຖອນໃນຄັ້ງນີ້ ໄປເຝິກຝົນຫຼໍ່ຫຼອມຕົນເອງໃຫ້ສູງເດັ່ນ, ອົດທົນຜ່ານຜ່າເຮັດສຳເລັດໜ້າທີ່ການເມືອງຂອງຕົນ ທີ່
ຄະນະພັກຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດຢ່າງຕໍ່ເນື່ອງ.
ແຫຼ່ງທີມາ: ວິໄລພອນ ວົງວິສອນ