ກະຊວງປ້ອງກັນປະເທດ ສະຫຼຸບຕີລາຄາ ວຽກງານປ້ອງກັນຊາດ ປະຈຳປີ 2022
ໃນວັນທີ 2 ກຸມພາ 2023 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ ປະຈຳປີ 2022 ແລະ ວາງທິດທາງ
ແຜນການວຽກງານຈຸດສຸມປະ ຈຳປີ 2023 ໂດຍການເປັນປະທານຂອງ ສະ ຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງ
ພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນຳກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການ
ກະຊວງ, ຄະນະພັກ-ຄະນະບັນຊາກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ. ໃນພິທີ, ສະຫາຍ ລັດຖະມົນຕີກະ ຊວງປ້ອງກັນປະເທດ ໄດ້
ກ່າວ ເປີດກອງປະຊຸມ ມີບາງຕອນ ສະຫາຍກ່າວວ່າ: ການດຳເນີນກອງປະຊຸມຄັ້ງນີ້ ແມ່ນໃນທ່າມ ກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ
ປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ ສັງຄົມ 5 ປີ
ຄັ້ງທີ IX ໃຫ້ເຂົ້າສູ່ຊີ ວິດຕົວຈິງຢ່າງເປັນຂະບວນການກວ້າງຂວາງໃນທົ່ວສັງຄົມ, ສະເພາະກອງທັບເຮົາ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່
ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດເຂົ້າສູ່ຊີວິດຕົວຈິງ, ພ້ອມນີ້, ບັນດາກົມກອງ-ທ້ອງຖິ່ນ ກໍໄດ້ສຳເລັດການຈັດຕັ້ງສະເຫຼີມສະຫຼອງວັນສ້າງ
ຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ຕິດພັນກັບຂະບວນການກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງກອງ 3 ປອດ (ປອດໃສ,
ປອດໄພ, ປອດຄະດີ), ການສ້າງກົມກອງວັດທະນະທຳ ແລະ ນັກຮົບວັດທະນະທຳ, ຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາເຕັມໄປດ້ວຍເນື້ອໃນ
ຄວາມໝາຍເລິກ ເຊິ່ງ, ມີບັນຍາກາດຟົດຟື້ນ, ກວ້າງຂວາງ ໃນທົ່ວກອງທັບ. ໃນປີ 2022 ຜ່ານມາ, ການຊີ້ນຳ-ນຳ ພາຂອງຄະນະພັກກະ ຊວງປ້ອງກັນປະ
ເທດ ກໍຄືຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງນະ ໂຍບາຍຂອງພັກ ແລະ ວຽກງານ ຈຸດສຸມຂອງກະຊວງປ້ອງກັນປະເທດ
ພວກເຮົາສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ຮັບ ປະກັນສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ
ໃນສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງໜັກແໜ້ນ ເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາ ພົ້ນເດັ່ນຂຶ້ນໃນເວ ທີສາກົນ ແລະ ພາກພື້ນ.
ໃນນັ້ນ, ກອງທັບເຮົາໄດ້ເປັນກຳລັງຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນ ແລະ ກອງປະຊຸມສຳຄັນມີຄວາມສະຫງົບປອດໄພ 100%, ສ້າງໄດ້ຄວາມເຊື່ອ ໝັ້ນ, ຄວາມໄວ້ວາງໃຈຈາກການນຳພັກ-ລັດ ກໍຄືປະຊາ ຊົນບັນດາເຜົ່າ, ໄດ້ສຸມໃສ່ຮັບປະກັນປົກປັກຮັກສາອຳນາດອະທິປະໄຕຂອງຊາດ, ຮັບປະກັນເຮັດ
ໃຫ້ການເມືອງມີສະ ຖຽນລະພາບ, ສັງຄົມມີຄວາມສະຫງົບ-ປອດໄພໂດຍພື້ນຖານ, ການປະຕິບັດແນວທາງ ແຜນນະໂຍບາຍຂອງພັກ, ການພັດທະນາເສດ
ຖະກິດ, ວັດທະ ນະທຳ-ສັງຄົມ ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະ ຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບເຮົາກໍ່
ມີຫຼາຍດ້ານພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນ ແລະ ທັນສະໄໝ, ແຕ່ເຫັນວ່າຍັງມີຫຼາຍບັນຫາທີ່ພວກເຮົາຈະຕ້ອງໄດ້ສຸມໃສ່
ແກ້ໄຂເປັນຕົ້ນແມ່ນປະກົດການຫຍໍ້ທໍ້ຕ່າງໆ, ຄຸນທາດການເມືອງຂອງພະນັກງານຈຳນວນໜຶ່ງຍັງມີການເຊື່ອມຖອຍລົງ, ຂາດຄວາມຈູບຈ້າວຫ້າວ ຫັນຕໍ່
ວຽກງານ, ບັນຫາຢາເສບຕິດ, ການຄ້າມະນຸດ, ອາດຊະຍາກຳ ແລະ ອື່ນໆ, ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ,
ເວົ້າສະເພາະ ກໍຄືການປັບປຸງກໍ່ສ້າງກອງທັບເຮົາ, ໄປພ້ອມກັນນັ້ນ, ການຈັດ ຕັ້ງປະຕິບັດແນວທາງແຜນນະ ໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະ
ຊວງ, ເປັນຕົ້ນແມ່ນວຽກງານເຮັດໃຫ້ສະ ພາບມີຄວາມສະຫງົບ, ການປັບປຸງກໍ່ສ້າງກຳລັງ, ການປະກອບສ່ວນພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ
ກໍຄືວຽກງານອື່ນໆ ຂອງກອງທັບເຮົາ ມີບາງດ້ານຕ້ອງໄດ້ເບິ່ງຄືນ ແລະ ພ້ອມກັນຄົ້ນຄວ້າໃຫ້ຈະແຈ້ງ ເພື່ອມີວິທີການຊຸກຍູ້-ຊີ້ນຳການຈັດຕັ້ງປະຕິບັດໃຫ້ມີ
ການຫັນປ່ຽນດີຂຶ້ນກວ່າເກົ່າ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວຕື່ມວ່າ: ກອງ ປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມ ກັນສັງເກດ-ຕີລາຄາ
ການຈັດຕັ້ງ ປະຕິບັດວຽກງານປ້ອງກັນຊາດໃນປີຜ່ານ ມາ ໂດຍສະເພາະແມ່ນວຽກງານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນ
ປະເທດວາງອອກ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາ ໃຫ້ມີການຫັນປ່ຽນໃໝ່ຢ່າງ ຕັ້ງໜ້າ ແລະ ພ້ອມກັນຄົ້ນ ຄວ້າ ເປັນເອກະ
ພາບທິດທາງແຜນ ການ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2023, ບົນພື້ນຖານຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີ
ຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການຢ່າງພາວະວິໄສ, ເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຍັງຄົງຄ້າງ ເພື່ອກຳນົດທິດ ທາງວຽກງານຈຸດສຸມໃນປີ 2023 ໃຫ້ແທດເໝາະກັບສະພາບຕົວຈິງຂອງກອງທັບເຮົາ, ບົນພື້ນຖານການຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນ
ດ້ານຕ່າງໆດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ. ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2022
ຂອງກະຊວງປ້ອງກັນປະເທດ ຈະດຳເນີນເປັນເວລາ 2 ວັນຈຶ່ງຈະອັດລົງ.
ແຫຼ່ງທີ່ມາ: ບົວລາ ສໍລາວັນ