ສຳເລັດກອງປະຊຸມວຽກງານການເງິນທົ່ວກອງທັບ ປະຈຳປີ 2022
ກອງປະຊຸມວຽກງານການເງິນທົ່ວກອງທັບປະຈຳປີ 2022 ໄດ້ດຳເນີນມາເປັນເວລາ 2 ວັນ ເຕັມໄປດ້ວຍບັນ ຍາກາດຟົດຟື້ນ ແລະ ດ້ວຍຄວາມຮັບຜິດຊອບສູງຂອງ ບັນດາສະຫາຍຕໍ່ເນື້ອໃນກອງປະຊຸມໄດ້ເຮັດໃຫ້ກອງປະຊຸມດັ່ງ ກ່າວສຳເລັດຕາມຈຸດ ປະສົງຄາດໝາຍ ໃນວັນທີ 1 ກຸມພາ 2023 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນການພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳກະຊວງ, ບັນດາກົມ ໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ, ກົມແຜນການ-ການເງິນ, ກົມກອງກຳລັງຫຼວງ-ກຳລັງ ທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບຸນຊູ ດວງຄຳມີ ກຳມະການຄະນະພັກ ກະຊວງ ປ້ອງກັນປະເທດ ຫົວໜ້າກົມການເງິນກະຊວງປ້ອງກັນປະເທດ ໄດ້ສະຫຼຸບຄືນຜ່ານການດຳເນີນກອງປະຊຸມ ໃນໄລຍະ 2 ວັນຜ່ານມາ ການຈັດຕັ້ງປະຕິບັດວຽກງານການເງິນໃນປີ 2022 ເຊິ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນ ຄວ້າຕີລາຄາຄືນສະພາບການທີ່ສົ່ງຜົນກະທົບຕໍ່ການຈັດ ຕັ້ງປະຕິບັດວຽກງານການເງິນໃນສຸມປີຜ່ານມາ ພ້ອມທັງໄດ້ສຸມໃສ່ຄົ້ນຄວ້າປະກອບຄຳຄິດເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມ ເຊິ່ງຍົກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານ ທີ່ເຮັດສຳເລັດ, ຈຸດອ່ອນທີ່ຍັງຄົງຄ້າງ, ວິທີການແກ້ໄຂ ແລະ ເອກະພາບໃນການຈັດຕັ້ງປະຕິບັດວຽກງານໃນປີ 2023 ເພື່ອເປັນການປັບປຸງບັນດາລະ ບຽບການ ແລະ ນິຕິ ກຳທາງດ້ານວຽກງານການເງິນ ໃຫ້ຮັດກຸມກວ່າເກົ່າ. ໃນຕອນທ້າຍ ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ຍົກເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືປະເທດເຮົາ ທີ່ພວມຜັນແປໄປຢ່າງສັບຊ້ອນ, ຍົກໃຫ້ເຫັນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ໃນຕໍ່ໜ້າ ແລະ ມີຄຳເຫັນຫຼາຍ ບັນຫາສຳຄັນ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານ ການເງິນໃນປີ 2023 ເປັນຕົ້ນແມ່ນ ບັນຫາການເກັບລາຍຮັບງົບປະມານບໍ່ໄດ້ຕາມຄາດໝາຍ, ບັນຫາໜີ້ສິນຄຸມເຄືອ, ບັນຫາລາຄາສິນຄ້າແພງ ຄ່າຄອງຊີບສູງ, ການສະ ໜອງງົບປະມານຂອງລັດຈຳກັດ ແລະ ອື່ນໆ ທີ່ມີຜົນກະທົບໂດຍກົງຕໍ່ການພັດທະ ນາກົມກອງ, ພັດທະນາກອງທັບ ຍ້ອນແນວນັ້ນພວກເຮົາຕ້ອງເປັນເຈົ້າຕົນເອງ ເພີ່ງຕົນ ເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕ້ານທັດສະນະແນວຄິດເອື່ອຍອີງ, ລໍຖ້າແຕການເບີກຈ່າຍ ຈາກຂັ້ນເທິງ, ຄະນະນັກ-ຄະນະບັນຊາ ແລະ ຂະແໜງການເງິນແຕ່ລະ ຂັ້ນຕ້ອງປະຕິບັດຫຼັກການ, ແບບ ແຜນວິທີເຮັດວຽກຂອງພະນັກງານພັກ-ລັດ, ໂດຍສະ ເພາະແມ່ນຫຼັກການແບບລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະບຸກຄົນ ຮັບຜິດຊອບ, ພາຍໃນຕ້ອງມີຄວາມສາມັກຄີເປັນເອກະພາບ, ເອົາໃຈໃສນຳໃຊ້ຮ່ວງງົບປະມານໃຫ້ຖືກຕ້ອງຕາມຮ່ວງຕາມຂະແໜງການ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງ ການເງິນ, ລະບອບກວດກາ, ເປັນແຕ່ລະໄລຍະ ພ້ອມທັງປະຕິບັດການຄຸ້ມຄອງລະບອບອັດຕາຕ່າງໆໃຫ້ເຂັ້ມງວດໂປ່ງໃສ, ປະຕິບັດຕົວເລກງົບປະມານໃຊ້ຖືກເປົ້າໝາຍ, ປະຢັດ ແລະ ຈັດຕັ້ງປະຕິບັດປົກກະຕິ ແລະ ໃຫ້ເປັນເອກະພາບກັນໃນທົ່ວກອງທັບ ກ່ຽວກັບວຽກງານກວດສອບບັນຊີດ້ານຕ່າງໆ ເພີ່ມທະວີຄວາມເປັນເຈົ້າການຊີ້ນຳ-ນຳ ພາ, ບັນຊາຂອງຄະນະພັກ, ຄະນະບັນຊາແຕ່ລະຂັ້ນ ໃນການຄຸ້ມຄອງປົກປັກຮັກ ສາແລະ ນຳໃຊ້ວັດຖຸ-ງົບປະມານການເງິນຕາມລະບອບອັດຕາທີ່ຂັ້ນເທິງກຳນົດ, ຄຸ້ມຄອງ -ນຳໃຊ້ຕົວເລກງົບປະມານທີ່ໄດ້ຮັບແບ່ງປັນໃຫ້ລະອຽດຮັດກຸມ, ຖືກເປົ້າໝາຍ ແລະ ເອົາໃຈໃສ່ວຽກງານກວດກາ, ວຽກງານວິຊາສະເພາະການເງິນໃຫ້ເປັນປົກກະຕິ, ຮັບ ປະກັນຄວາມໂປ່ງໃສ ສາມາດກວດສອບໄດ້ ຕາມຂໍ້ກຳນົດລະບຽບຫຼັກການ ພ້ອມທັງເອົາ ໃຈໃສ່ປັບປຸງກໍ່ສ້າງພະນັກງານວິຊາສະເພາະການເງິນທາງດ້ານຈຳນວນ ແລະ ຄຸນນະພາບ ທາງດ້ານຄຸນທາດການເມືອງສິນທຳປະຕິວັດ ຄວາມຮູ້-ຄວາມສາມາດ, ຄວາມຊື່ສັດບໍລິສຸດ ຄວາມຮັບຜິດຊອບ, ສ້າງໃຫ້ມີພະນັກງານສືບທອດປ່ຽນແທນ ຢ່າງຕໍ່ເນື່ອງ, ນຳໃຊ້ພະນັກງານຂະແໜງການເງິນ ແລະ ວິຊາການໃຫ້ຖືກຕາມຄວາມຮູ້-ຄວາມສາມາດ ເພື່ອຮັບ ປະກັນໃຫ້ແກ່ການປະຕິບັດໜ້າທີ່ບໍລິຫານລ້ຽງດູທັບ, ສ້າງ ປະຖົມປັດໄຈພື້ນຖານວັດຖຸ-ເຕັກນິກ ໃຫ້ແກ່ການປັບປຸງກໍ່ ສ້າງເຫຼົ່າຮົບການເງິນ ກ້າວຂຶ້ນແບບແຜນທັນສະໄໝເທື່ອລະກ່າວ ເຂັ້ມງວດຕໍ່ພະນັກງານທີ່ເຮັດຜິດກົດໝາຍ ແລະ ລະ ບຽບວິໄນດ້ານການເງິນ, ເອົາໃຈໃສ່ການຄຸ້ມຄອງງົບປະມານໃຫ້ຮັດກຸມ, ປະຕິບັດວິໄນການເງິນໃຫ້ມີຄວາມສັກສິດ ແລະ ເຂັ້ມງວດ ເອົາໃຈໃສ່ວຽກງານຄຸ້ມ ຄອງລາຍຮັບ-ລາຍຈ່າຍງົບປະມານ ແລະ ປະຕິບັດວິໄນການເງິນລະ ບົບບັນຊີສະຫຼຸບຖອດຖອນບົດ ຮຽນລາຍງານໃຫ້ທັນເວລາ, ກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ຕ້ອງສ້າງແຜນການເງິນ-ແຜນວຽກ ປະຈຳເດືອນ, ງວດ, ປີ ແລະ ແຜນຂໍຖອນເງິນ ເພື່ອສົ່ງໃຫ້ກົມການເງິນ ( ກຳລັງຫຼວງ ), ຫ້ອງການງົບປະມານ ແລະ ຄັງເງິນປະຈຳ ແຂວງ ( ກຳລັງທ້ອງຖິ່ນ) ໃຫ້ທັນເວລາທີ່ກຳ ນົດໄວ້.
ແຫຼ່ງທີ່ມາ: ໜັງສືພິມກອງທັບ