ທ່ານ ສອນໄຊ ສີພັນດອນ ເຄື່ອນໄຫວຊຸກຍູ້ ພື້ນຖານການຜະລິດກະສິກຳ
ໃນວັນທີ 29 ມັງກອນ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການກໍ່ສ້າງໂຮງງານຜະລິດຫົວ ອາຫານສັດລາວຂອງບໍລິສັດ ລາວໂຮມມາດ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ທີ່ຕັ້ງຢູ່ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ແລະ ໂຄງການກໍ່ສ້າງຟາມໄກ່ສຸກຈະເລີນ ຕັ້ງຢູ່ບ້ານນາຂ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍມີທ່ານຮອງເຈົ້າແຂວງ ແຂວງວຽງຈັນ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ການນຳຂັ້ນເມືອງ ແລະ ຜູ້ ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ. ໃນໂອກາດນີ້, ທ່ານ ນາຍົກ ລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບລວມຂອງໂຄງການ ຈາກ ຜູ້ຕາງໜ້າບໍລິສັດຜູ້ລົງທຶນເຫັນວ່າ: ໂຄງການກໍ່ສ້າງໂຮງ ງານຜະລິດຫົວອາຫານສັດລາວ ມີເນື້ອທີ່ 5 ເຮັກຕາ, ໄດ້ເລີ່ມກໍ່ສ້າງໃນປີ 2020, ກໍ່ສ້າງສຳເລັດສົມບູນ ສາມາດ ທົດລອງຜະລິດ ໃນທ້າຍປີ 2022 ແລະ ຈະໄດ້ດຳເນີນການຜະລິດຢ່າງເປັນປົກກະຕິໃນເດືອນມີນາ 2023 ເປັນຕົ້ນໄປ; ມີອາຄານຫຼັກທັງໝົດ 3 ຫຼັງຄື: ອາຄານສາງເກັບ ວັດຖຸດິບ, ອາຄານກົນຈັກທຳການຜະລິດ ແລະ ອາຄານສາງເກັບມ້ຽນຜະລິດຕະພັນສຳເລັດຮູບ; ມີມູນຄ່າການລົງທຶນກໍ່ສ້າງທັງໝົດ 130 ຕື້ກວ່າກີບ; ມີກຳລັງການຜະ ລິດ 10 ໂຕນຕໍ່ຊົ່ວໂມງ (ເບື້ອງຕົ້ນຄາດວ່າຈະຜະລິດ 8 ຊົ່ວໂມງຕໍ່ມື້ ອີງຕາມຄວາມຕ້ອງການຂອງຕະຫຼາດ) ແລະ ຈະຜະລິດຫົວອາຫານ 2 ຊະນິດຄື: ຫົວອາຫານໝູ ປະ ມານ 20.000 ໂຕນຕໍ່ປີ ແລະ ຫົວອາຫານສັດປີກ 10.000 ໂຕນຕໍ່ປີ, ໃນນັ້ນ ຄວາມຕ້ອງການວັດຖຸດິບ ເພື່ອສະໜອງປ້ອນເຂົ້າໂຮງງານແມ່ນສາລີ 5.000 ໂຕນຕໍ່ປີ, ມັນ ຕົ້ນແຫ້ງ 4.000 ໂຕນຕໍ່ປີ, ເຂົ້າປຽນ 4.000 ໂຕນຕໍ່ປີ, ກາກຖົ່ວເຫຼືອງ 6.000 ໂຕນຕໍ່ປີ, ຮຳ 2.500 ໂຕນຕໍ່ປີ. ສຳລັບໂຄງ ການກໍ່ສ້າງຟາມໄກ່ສຸກຈະເລີນ ມີເນື້ອທີ່ຈຳ ນວນ 44 ເຮັກຕາ, ເລີ່ມກໍ່ສ້າງໃນຕົ້ນປີ 2022, ປັດຈຸບັນສຳເລັດ 96% ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2023 ໂດຍນຳໃຊ້ວັດສະດຸທີ່ມີຄຸນນະພາບ, ກົນຈັກ ແລະ ເຕັກນິກຕ່າງໆທີ່ທັນສະໄໝ ເປັນຕົ້ນ: ລະບົບການໃຫ້ນ້ຳ, ໃຫ້ອາຫານ, ການຈັດເກັບ, ຄັດແຍກ ແລະ ລຳລຽງໄຂ່, ການມ້ຽນ-ອະນາໄມ, ບຳບັດ ແລະ ລຳ ລຽງຂີ້ໄກ່; ມີອາຄານລ້ຽງໄກ່ທັງໝົດ 10 ຫຼັງ (ໄກ່ນ້ອຍ 2 ຫຼັງ ແລະ ໄກ່ໃຫຍ່ 8 ຫຼັງ), ສາ ມາດບັນຈຸໄກ່ໄດ້ທັງໝົດ 1 ລ້ານໂຕ ເຊິ່ງຄາດວ່າຈະສາມາດຜະລິດໄຂ່ໄກ່ໄດ້ ປະມານ 800.000-850.000 ໜ່ວຍຕໍ່ມື້. ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳຕໍ່ຜູ້ລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງຫຼາຍບັນ ຫາສຳ ຄັນ, ກ່ອນອື່ນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ລົງທຶນທີ່ໄດ້ຕັດສິນໃຈເລືອກລົງທຶນໃນກິດຈະການສ້າງພື້ນຖານການຜະລິດທີ່ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃນປັດຈຸບັນ ກໍຄືສະເພາະໜ້າ ເວົ້າລວມ, ເວົ້າສະເພາະ ແມ່ນປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງ ຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ດ້ວຍການສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ມີປະລິມານຫຼາຍຂຶ້ນ ເຮັດໃຫ້ຄົນ ລາວໄດ້ຊົມໃຊ້ຜະລິດຕະພັນພາຍໃນ ທີ່ມີຕົ້ນທຶນການຜະລິດຕໍ່າ ກໍຄືເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ, ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມປະຊາຊົນທຳການຜະລິດ, ມີວຽກເຮັດງານທຳ ໂດຍສະເພາະການລ້ຽງສັດໃຫ້ເປັນຂະບວນການທີ່ພົ້ນເດັ່ນຫຼາຍຂຶ້ນ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ບໍລິສັດສົມທົບກັບຂະແໜງການ, ທ້ອງ ຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕໍ່ຂອດການຜະລິດ ແລະ ສະໜອງວັດຖຸດິບເຂົ້າໂຮງງານ ໃຫ້ສາມາດທຳການຜະລິດໄດ້ເປັນປົກກະຕິ ແລະ ມີປະສິດທິພາບ ໂດຍ ສະເພາະການຮັບປະກັນໃຫ້ມີແຫຼ່ງການຜະລິດວັດຖຸດິບທີ່ຊັດເຈນ ແລະ ໝັ້ນຄົງ, ລວມທັງຂອດການຈຳໜ່າຍຫົວອາຫານໃຫ້ມີລະບົບການຮອງຮັບຄັກແນ່, ທັງນີ້ ກໍເພື່ອ ຄວາມຍືນຍົງຂອງໂຮງງານ; ເອົາໃຈໃສ່ຕໍ່ດ້ານສິ່ງແວດລ້ອມຂອງໂຮງງານ ແລະ ຟາມລ້ຽງໄກ່ໃຫ້ດີ ເພື່ອບໍ່ເປັນມົນລະພິດທາງດ້ານສິ່ງແວດລ້ອມ ແລະ ສັງຄົມ; ຄົ້ນຄວ້າ ແຜນການຈຳໜ່າຍ ແລະ ປຸງແຕ່ງໄຂ່ ໃຫ້ເປັນຜະລິດຕະພັນທີ່ຫຼາກຫຼາຍ, ມີຄຸນນະພາບ ແລະ ສາມາດຮັບປະກັນສະໜອງຕາມຄວາມຕ້ອງການຂອງສັງຄົມເປັນປົກກະຕິ.
ແຫຼ່ງທີ່ມາ: ກົມປະຊາສຳພັນ