ອິດສະຣາແອນ ສຳເລັດການທົດລອງຍິງລູກສອນໄຟ Gabriel V
ຕາມລາຍງານຈາກຜູ້ສື່ຂ່າວຫວຽດນາມປະຈຳນະຄອນຫຼວງແຕນອາວີຂອງອິດສະຣາແອນ
ໂດຍອ້າງຄຳຖະແຫຼງການຂອງກະຊວງປ້ອງກັນປະເທດ
ອິດສະຣາແອນ ເມື່ອວັນທີ 21 ກັນຍານີ້ວ່າ: ອິດສະຣາແອນ ໄດ້ສຳເລັດການທົດລອງຍິງລູກສອນໄຟຕ້ານກຳປັ່ນທີ່ທັນສະໄໝ.
ຖະແຫຼງການດັ່ງກ່າວ
ໃຫ້ຮູ້ວ່າ,
ການທົດລອງຍິງລູກສອນໄຟຕ້ານກຳປັ່ນໄລຍະໄກທີ່ທັນສະໄໝ Gabriel V
ໄດ້ສະແດງໃຫ້ເຫັນຄວາມສາມາດໃນການສະກັດກັ້ນບັນດາ
ເປົ້າໝາຍຕ່າງໆໄດ້ຢ່າງແມ່ນຢຳ. ຕາມລາຍງານ: ລູກສອນໄຟຕ້ານກຳປັ່ນ Gabriel V ແມ່ນໄດ້ຮັບການພັດທະນາຮ່ວມໂດຍກະຊວງປ້ອງກັນປະເທດ
ແລະ ບໍລິສັດອຸດສາຫະກຳການບິນຊັ້ນນຳຂອງອິດສະຣາແອນ (IAI), ເຊິ່ງລູກສອນໄຟດັ່ງກ່າວ ມີໄລຍະຍິງໄກຫຼາຍຮ້ອຍກິໂລແມັດ,
ໃນສະພາບອາກາດ
ທີ່ແຕກຕ່າງກັນ. ກອງທັບອິດສະຣາແອນ ໄດ້ໃຫ້ຮູ້ວ່າ, ລູກສອນໄຟ Gabriel V
ເປັນອາວຸດທີ່ເໝາະສົມໃນຂົງເຂດວຽກງານການປ້ອງກັນທາງນ່ານນ້ຳ
ທະເລ, ພ້ອມທັງຈະຊ່ວຍເສີມສ້າງຄວາມພ້ອມທາງດ້ານການສູ້ຮົບ ແລະ ການປ້ອງກັນຂອງກອງທັບເຮືອອິດສະຣາແອນທັງທາງອາກາດ, ທະເລ ແລະ
ໄພ
ຂົ່ມຂູ່ທາງດ້ານອື່ນໆ. ອິດສະຣາແອນ ຢືນຢັນວ່າຈະນຳໃຊ້ລູກສອນໄຟ Gabriel V ເພື່ອຍຸດທະສາດການປ້ອງກັນຊາດເທົ່ານັ້ນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/09/2022