ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແບນ​ຊິກ ຈະ​ຊື້​ລະບົບ​ປ້ອງ​ກັນ​ໄຟ​ທາງ​ອາກາດ Skyranger ເພື່ອ​ຕ້ານ UAV

 

     ອີງ​ຕາມ​ຂ່າວ Reuters ແຈ້ງ​ໃຫ້​ຮູ້​ວ່າ: ແບນ​ຊິກ ອາດ​ຈະ​ຊື້​ລະບົບ​ອາວຸດ​ປ້ອງ​ກັນ​ໄຟ​ທາງ​ອາກາດ​ມູນ​ຄ່າ 3 ຕື້ ເອີ​ໂຣ, ລວມ​ທັງ​
ລະບົບ​ປ້ອງ​ກັນ​ທາງ​ອາກາດ​ໄລຍະ​ສັ້ນ Skyranger ຈຳນວນ 20 ຊຸດ ແລະ ລະບົບ​ຍິງ​ຂີ​ປະ​ນາ​ວຸດ NASAMS ອີກ 10 ຊຸດ, ເຊິ່ງ​
ການ​ຈັດ​ຊື້​ນີ້​ມີ​ຈຸດປະສົງ​ເພື່ອ​ແກ້​ໄຂ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ​ທາງ​ອາກາດ​ໃນ​ລະດັບ​ຄວາມ​ສູງ-ຕ່ຳ ເປັນຕົ້ນ​ແມ່ນ​ເພື່ອ​ຕ້ານ UAV
ທີ່​ເຂົ້າ​ໄປ​ທຳລາຍ​ໃນ​ພື້ນຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ເຊັ່ນ: ສະໜາມ​ບິນ, ຖານ​ທັບ ແລະ ໂຮງງານ​ໄຟຟ້າ​ໃນ​ເວລາ​ທີ່​ຜ່ານ​ມາ.

     Skyranger 30, ແມ່ນ​ປືນ​ໃຫຍ່ Oerlikon ມີ​ອັດຕາ​ການ​ຍິງ 1,200-1,250 ລູກ​ຕໍ່​ນາທີ, ມີ​ລະດັບ​ຍິງ​ທີ່​ມີ​ປະສິດທິພາບ​ປະ
ມານ 3,000 ແມັດ, ໂດຍ​ໃຊ້ລູກປືນ​ໃຫ​​ຍ່ AHEAD (Airborne Explosive Missile), ລູກ​ສອນ​ໄຟ​ຕ້ານ​ອາກາດ​ອັດ​ສະ​ລິ​ຍະ
​ທີ່​ພັດທະນາ​ໂດຍ ບໍລິສັດ Rheinmetall ຂອງ ເຢຍ​ລະ​ມັນ ມີ​ຊື່​ສຽງ​ໃນ​ດ້ານ​ຄວາມ​ສາມາດ​ເພື່ອ​ທຳລາຍ​ເປົ້າ​ໝາຍ​ບິນ​ຂະໜາດ​ນ້ອຍ
​ເຊັ່ນ: UAV ຫຼື ລູກ​ສອນ​ໄຟ cruise, ໂດຍ​ພື້ນຖານ​ແລ້ວ, Skyranger 30 ແມ່ນ​ລະບົບ​ປືນ​ໃຫຍ່ ຕັ້ງ​ຢູ່​ໃນ​ສະຖານທີ່​ຄົງ​ທີ່​ເພື່ອ
​ປະຕິບັດ​ງານ​ພາຍ​ໃນ​ເຄືອ​ຂ່າຍ​ປ້ອງ​ກັນ​ທາງ​ອາກາດ​ທົ່ວ​ໄປ ຫຼື ປະສົມ​ປະສານ​ເຂົ້າ​ກັບ​ພາຫະນະ​ຫຸ້ມ​ເກາະ​ເພື່ອ​ເຄື່ອນ​ທີ່.

     ການ​ອອກ​ແບບ​ຂອງ​ລະບົບ​ປ້ອງ​ກັນ​ທາງ​ອາກາດ​ນີ້​ແມ່ນ​ຊ່ວຍ​ປະສົມ​ປະ ສານ​ກັບ​ອາວຸດ​ຕ່າງໆ ເຊັ່ນ: FIM-92 Stinger ຫຼື ລູກ​
ສອນ​ໄຟ​ຕ້ານ​ອາກາດ​ໄລຍະ​ສັ້ນ Saab RBS 70. ນອກຈາກ​ນັ້ນ, Skyranger 30 ຍັງ​ມາ​ພ້ອມ​ກັບ radar Spexer 2000M
3D MkIIIເຊິ່ງ​ສາມາດ​ຕິດຕາມ​ເປົ້າ​ໝາຍ​ໄດ້​ເຖິງ 300 ເປົ້າ​ໝາຍ​ພ້ອມກັນ​ພາຍ​ໃນ​ໄລຍະ 40 ກິໂລແມັດ.

ແຫຼ່ງທີ່ມາ: ຂກທ
ວັນທີ 31/08/2026