ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ ລັອກຮີດ ມາ​ຕິນ ປະກາດ​ຄວາມ​ສຳເລັດ​ການ​ຈັດ​ສົ່ງ
ລະບົບ​ຣາ​ດາ​ພາກ​ພື້ນ​ດິນ​ຄົບ 500 ລະບົບ

     ​ອີງ​ຕາມ​ເວັບ​ໄຊ ຂ່າວ​ການ​ທະຫານ​ອຸດສາຫະກຳ​ປ້ອງ​ກັນ​ຊາດ ເອີ​ຣົບ ລາຍ​ງານ​ໃຫ້​ຮູ້​ວ່າ: ບໍລິສັດ ລັອກ​ຮີດ ມາ​ຕິນ (Lockheed Martin)
ປະກາດ​ຄວາມ​ສຳເລັດ​ການ​ຈັດ​ສົ່ງ​ລະບົບ​ຣາ​ດາ​ພາກ​ພື້ນ​ດິນ Q-53 ຄົບ 500 ລະບົບ​ຂອງ​ຕົນ​ຈາກ​ສູນ​ກາງ​ຄວາມ​ເປັນ​ເລີດທາງ​ດ້ານ ຣາ​ດາ ຂອງ​ບໍ
ລິສັດ. ຄວາມ​ສຳເລັດ​ຄັ້ງ​ນີ້ ບົງ​ບອກ​ເຖິງ​ໄດ້​ເສີມ​ສ້າງ​ບົດບາດ​ອັນ​ຍາວ​ນານ​ຂອງ​ບໍລິສັດ ​ໃນ​ການ​ປັບປຸງ​ພັດທະນາ​ຂີດ​ຄວາມ​ສາມາດ​ຂອງ ຣາ​ດາ ເພື່ອ
​ຕອບ​ສະໜອງ​ກັບ​ຄວາມຮຽກຮອງ​ຕ້ອງການ ​ດ້ານ​ການ​ປ້ອງ​ກັນ​ປະເທດ​ທົ່ວ​ໂລກ. ຣາ​ດາພາກ​ພື້ນ​ດິນ​ແມ່ນ​ເປັນ​ອົງ​ປະກອບ​ທີ່​ສຳຄັນ​ຂອງ​ລະບົບ​ປ້ອງ​
ກັນ​ໄພ​ທາງ​ອາກາດ ໂດຍ​ເຮັດ​ໜ້າທີ່​ເປັນ​ເຄື່ອງມື​ຫຼັກ​ໃນ​ການ​ກວດ​ຈັບ, ຕິດຕາມ ແລະ​ ລະບຸ​ໄພ​ຂົ່ມຂູ່​ຈາກ​ລູກ​ສອນ​ໄຟ. ລະບົບ​ເຫຼົ່າ​ນີ້​ສະໜອງ​ຂໍ້​ມູນ
​ທີ່​ສຳຄັນ ​ທີ່​ຈຳເປັນ ​ເພື່ອ​ສະກັດກັ້ນ ​ແລະ​ ທຳລາຍ​ອາວຸດຂອງສັດຕູ​ທີ່​ກຳລັງ​ເຂົ້າ​ມາ. ເຊິ່ງ​ຮູບ​ແບບ​ຣາ​ດາ​ຂອງ Lockheed Martin ຖືກ​ອອກ​ແບບ​
ມາ​ ເພື່ອ​ຮອງ​ຮັບ​ການ​ເຕືອນ​ໄພ​ລ່ວງ​ໜ້າ, ການ​ສະກັດ​ກັ້ນ​ເປົ້າ​ໝາຍ, ແລະ ການ​ປະຕິບັດ​ການ​ປ້ອງ​ກັນ​ໄພ​ທາງ​ອາກາດ ແລະ ລູກ​ສອນ​ໄຟ​ແບບ​ປະ
ສົມ​ປະສານ. ຄວາມ​ໜ້າ​ເຊື່ອ​ຖື​ ແລະ ​ປະສິດທິພາບ​ການ​ປະຕິບັດ​ການ​ເຫຼົ່າ​ນີ້​ຊ່ວຍ​ສະໜອງ​ໃຫ້​ກຳລັງ​ແນວ​ໜ້າ​ໄດ້​ປຽບ​ຢ່າງ​ ເດັດຂາດ ແລະ​ ຊ່ວຍ​ຮັບ
ປະກັນ​ຄວາມ​ປອດ​ໄພ​ໃນເວລາປະຕິບັດ​ໜ້າທີ່.

     ນອກຈາກ​ນີ້, ດ້ວຍ​ປະສົບ​ການ​ອັນ​ຍາວ​ນານ​ໃນ​ດ້ານ​ ຣາ​ດາ​ ນີ້, ບໍລິສັດ​ຈຶ່ງ​ໄດ້​ສຸມ​ໃສ່​ທີ່​ຈະ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ ການ​ຮັບ​ຮູ້​ສະຖານະ​ການ​ຢ່າງ​
ຕໍ່​ເນື່ອງ​ ສຳລັບ​ກອງ​ກຳລັງ​ທະຫານ ​ທີ່​ສາມາດ​ປັບ​ຕົວ​ເຂົ້າ​ກັບ​ໄພ​ຂົ່ມຂູ່​ທີ່​ປ່ຽນ​ແປງ. ໃນ​ຖານະ​ເປັນ​ຜູ້ນຳ​ດ້ານ​ເຕັກ​ໂນ​ໂລ​ຊີ ຣາ​ດາ ຍຸກ​ໃໝ່ Lockheed
Martin ຍັງ​ຄົງ​ສຸມ​ໃສ່​ການ​ສະໜອງ​ຄວາມ​ແມ່ນ​ຍຳ​ ແລະ ​ຄວາມ​ໜ້າ​ເຊື່ອ​ຖື​ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສົງຄາມ​ສະໄໝ ໃໝ່.

ແຫຼ່ງທີ່ມາ: ຂກທ
ວັນທີ 29/08/2025