ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ດານ​ມາກ ຈັດ​ຊື້​ໂດຣນ MQ-9B ເຝົ້າ​ຍາມ​ທ້ອງຟ້າ 4 ລຳ


     ເວັບ​ໄຊ​ຂ່າວ​ອຸດສາຫະກຳ​ປ້ອງ​ກັນ​ປະເທດ​ເອີ​ຣົບ (Defence Industry Europe) ລາຍ​ງານ​ໃຫ້​ຮູ້​ວ່າ: ກອງທັບ​ອາກາດດານ​ມາກ
ກຳລັງ​ເສີມ​ສ້າງ​ຄວາມ​ສາມາດ​ດ້ານ​ການ​ປ້ອງ​ກັນ​ປະເທດ ແລະ ຕິດຕາມ​ຢູ່​ໃນ​ເຂດ​ມະຫາ​ສະໝຸດ​ອາກ​ຕິກ ດ້ວຍ​ການ​ຈັດ​ຊື້​ໂດຣນ MQ-9B
SkyGuardian (ຜູ້​ເຝົ້າ​ຍາມ​ທ້ອງຟ້າ)ຈຳນວນ 4 ລຳ.

     ການ​ຈັດ​ຊື້​ຄັ້ງ​ນີ້, ໄດ້​ດຳເນີນ​ຜ່ານ​ໜ່ວຍ​ງານ​ສະໜັບສະໜູນ ແລະ​ການ​ຈັດ​ຊື້​ຂອງ ນາ​ໂຕ (NSPA) ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ອົງການ​ຈັດ​ຊື້
ແລະ ສົ່ງ​ກຳລັງ​ບຳລຸງ​ດ້ານ​ປ້ອງ​ກັນ​ປະເທດ​ຂອງ​ດານ​ມາກ (FMI), ເຊິ່ງ​ລວມ​ເຖິງ​ສະຖານີ​ຄວບ​ຄຸມ​ພາກ​ພື້ນ​ດິນ​ທີ່​ໄດ້​ຮັບ​ການ​ຮັບຮອງ​ອີກ 3
ແຫ່ງ. ໂດຣນ​ລຸ້ນ​ນີ້ ມີ​ຄວາມ​ຍາວ​ຂອງ​ປີກ 24 ແມັດ ແລະ ລຳ​ໂຕ​ຍາວ 12 ແມັດ, ໂດຣນ ມີ​ລັກສະນະ​ຄ້າຍຄື​ກັບ​ເຮືອບິນ ແຕ່​ບໍ່​ມີ​ຫ້ອງ​ນັກ​
ບິນ, ມາ​ພ້ອມ​ກັບ​ເຊນ​ເຊີ​ຂັ້ນ​ສູງ ແລະ ເຕັກ​ໂນ​ໂລ​ຊີ​ສັນຍານ​ອັດ​ສະ​ລິ​ຍະ, ອອກ​ແບບ​ມາ ເພື່ອ​ປະຕິບັດ​ການ​ໄລຍະ​ໄກ ແລະ ທົນ​ທານ​ຕໍ່​ສະ
ພາບ​ອາກາດ​ທີ່​ຜັນ​ແປ​ຂອງ​ໂລກ. ໂດຣນ MQ-9B ມີ​ລະບົບ​ຄວບ​ຄຸມ​ດ້ວຍ​ດາວ​ທຽມ, ມີ​ລະບົບ​ລະລາຍ​ນໍ້າກ້ອນ ສຳລັບ​ປະຕິບັດ​ການ​ ໃນ
​ອາກ​ຕິກ ແລະ ລະບົບ​ກວດ​ຈັບ ຍິງ​ທຳລາຍ ແລະ ຫຼີກ​ລ້ຽງ ທີ່​ພັດທະນາ​ຂຶ້ນ​ພາຍ​ໃນ​ອົງ​ກອນ, ເຊິ່ງ​ຊ່ວຍ​ເຮັດ​ໃຫ້ການ​ໃຊ້​ງານ​ປອດ​ໄພ​ຢູ່​ໃນ​
ພື້ນ​ທີ່​ອາກາດ​ພົນ​ລະ​ເຮືອນ​ທີ່​ບໍ່​ມີ​ການ​ແບ່ງ​ແຍກ. MQ-9B ເປັນ​ໂດຣນ​ຄວບ​ຄຸມ​ຈາກ​ໄລຍະ​ໄກ​ຂະໜາດ​ໃຫຍ່​ລຳ​ທຳ​ອິດ ​ທີ່​ໄດ້​ຮັບ​ໃບຢັ້ງຢືນ
​ປະເພດ​ທາງ​ການ​ທະຫານ Military Type Certificate: (MTC) ຈາກ​ສຳນັກງານ​ການບິນ​ທະຫານ​ອັງກິດ, ເຊິ່ງ​ຮັບຮອງ​ການ​ປະຕິບັດ
​ການ​ຢູ່​ໃນ​ຂອບ​ເຂດ​ພູມ​ສັນຖານ​ແບບ​ບໍ່​ມີ​ຂີດ​ຈຳກັດ.

     ນອກຈາກ​ນີ້, ຊຸດ​ການ​ຈັດ​ຊື້​ປະກອບ​ມີ​ບໍ່​ພຽງ​ແຕ່​ໂດຣນ ແລະ ສະຖານີ​ຄວບ​ຄຸມ​ພາກ​ພື້ນ​ດິນ​ເທົ່າ​ ນັ້ນ, ແຕ່​ຍັງ​ລວມ​ເຖິງ​ການ​ເຝິກອົບຮົມ,
ການ​ບຳລຸງ​ຮັກສາ ແລະ ອຸປະກອນ​ທີ່​ຈຳເປັນ​ຄົບຊຸດ, ​ຖື​ເປັນ​ການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ,​ ຊ່ວຍການ​ຕິດຕາມ​ໄລຍະ​ຫ່າງໄກ​ສອກຫຼີກ​ຂອງ​ກອງ
ທັບ​ດານ​ມາກ ໄດ້​ຢ່າງ​ຫຼວງຫຼາຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 29/07/2025