
ສປປ ເກົາຫຼີ ຈະສ້າງເຮືອພິຄາດ ຊັ້ນໂຊຢອນ ທັນສະໄໝ ລຳທີ 3 ໃຫ້ສຳເລັດໃນປີໜ້າ

ຕາມສຳນັກຂ່າວສູນກາງ ສປປ ເກົາຫຼີ (KNCA) ລາຍງານໃນວັນທີ 22 ກໍລະກົດ ຜ່ານມານີ້ວ່າ: ທ່າເຮືອ ນຳໂພ ຂອງ ສປປ ເກົາຫຼີ ໄດ້ປະ
ກາດແຜນການກໍ່ສ້າງເຮືອພິຄາດ ຊັ້ນໂຊຢອນ (Choe - Hyon-Class) ລຳທີ 3 ໃຫ້ສຳເລັດໃນວັນທີ 10 ຕຸລາ 2026, ເຊິ່ງເປັນວັນຄົບຮອບ
ວັນສ້າງຕັ້ງພັກແຮງງານ ເກົາຫຼີ.
ທ່ານ ຢຸນ ຊີ ກອນ ຜູ້ອຳນວຍ ການທ່າເຮືອ ນຳໂພ ໄດ້ກ່າວວ່າ: ນີ້ໄດ້ສະແດງເຖິງຄວາມສຳເລັດຂອງໂຄງການສ້າງເຮືອພິຄາດ ໂຊຢອນ ລຳທີ
3 ເຊິ່ງເປັນການສ້າງເຮືອແບບອະເນກປະສົງ ແລະ ເປັນເຮືອລຳທຳອິດຂອງປະເທດ ພ້ອມທັງ ຮຽກຮ້ອງໃຫ້ນັກວິຊາການທີ່ສ້າງ ແລະ ວິສາວະກອນ
ເອົາໃຈໃສ່ເລັ່ງການກໍ່ສ້າງໃຫ້ສຳເລັດທັນການ ຕາມແຜນທີ່ກຳນົດໃວ້. ທ່າເຮືອດັ່ງກ່າວ, ໄດ້ເປີດຕົວເຮືອພິຄາດ ຊັ້ນໂຊຢອນ ລຳທຳອິດໃນເດືອນ ເມ
ສາ ທີຜ່ານມາ, ໃນຂະນະທີ່ກຳປັ່ນພິຄາດຊັ້ນ ໂຊຢອນ ລຳທີ 2 ໄດ້ປະສົບອຸ ບັດເຫດຫຼົ້ມ ແລະ ຈົມລົງທະເລໃນລະຫວ່າງພິທີເປີດຕົວຢູ່ທ່າ ເຮືອນີ້
ໃນເດືອນ ພຶດສະພາ ຜ່ານມາ. ແຕ່ໃນເດືອນຕໍ່ມາເຮືອທີ່ຫຼົ້ມ ໄດ້ຮັບການກູ້ຄືນ ພ້ອມທັງເລັ່ງສ້ອມແປງ ແລະ ກັບມາປ່ອຍລົງທະເລໃໝ່ອີກຄັ້ງຢ່າງ
ສໍາເລັດ.
ຖ້າສ້າງເຮືອລຸ້ນນີ້ສຳເລັດຕາມແຜນການ ຖືວ່າສ້າງເຮືອພິຄາດໄດ້ໄວຫຼາຍ ແລະ ຈະກາຍເປັນພາຫະນະສຳຄັນໃນການປ້ອງກັນສະກັດກັ້ນ ແລະ
ປາບປາມໄພຂົ່ມຂູ່ທາງທະເລໄດ້ຢ່າງຫຼວງຫຼາຍ, ເນື່ອງຈາກເຮືອພິຄາດລຸ້ນໃໝ່ ຈະເຕັມໄປດ້ວຍລະບົບອາວຸດໃຫຍ່-ນ້ອຍ ລວມທັງລະບົບຍິງລູກ
ສອນໄຊຕ້ານເຮືອໜ້ານ້ຳ ແລະ ດຳນ້ຳ, ເຊິ່ງນັກສັງເກດການດ້ານທະຫານວິເຄາະວ່າ, ສປປ ເກົາຫຼີ ຈະຈັດສັນຫາ ແລະ ຕິດຕັ້ງລະບົບເອເລັກໂຕຣນິກ-
ເຕັກໂນໂລຊີທີ່ກ້າວໜ້າຂັ້ນສູງ ເພື່ອຄົ້ນຫາ, ກວດຈັບເປົ້າໝາຍ ພ້ອມລະບົບຍິງທຳລາຍໄວ້ໃນເຮືອລຳນີ້ຢ່າງສົມບູນແບບເຕັມກໍາລັງເຮືອແນ່ນອນ.
ແຫຼ່ງທີ່ມາ: ຂກທ
ວັນທີ 28/08/2025