ອິນເດຍ ຈະປ່ຽນແທນລູກສອນໄຟ R-77 ດ້ວຍ R-37M ໃສ່ຍົນສູ້ຮົບ
ຣັດເຊຍ ໄດ້ສະເໜີໃຫ້ ອິນເດຍ ປ່ຽນລູກສອນໄຟນຳວິຖີ ລຸ້ນ R-77 ທີ່ຕິດຕັ້ງໃສ່ກ້ອງປີກຂອງຍົນ Su-30MKI ມາເປັນລຸ້ນ R-37M
ໃສ່ແທນ. ແຫຼ່ງຂ່າວທ້ອງຖິ່ນຂອງອິນເດຍ ລາຍງານວ່າ: ມົດສະກູ ພ້ອມແລ້ວທີ່ຈະອະນຸຍາດການຜະລິດລູກສອນໄຟ R-37M ໃນປະເທດ
ອິນເດຍ.
ການໄດ້ຮັບສິດໃນການຜະລິດລູກສອນໄຟຄັ້ງນີ້, ເປັນການຂະຫຍາຍຄວາມສາມາດຂອງກອງທັບອາກາດອິນເດຍ ໃຫ້ເຂັ້ມແຂງທັນສະໄໝ
ຍິ່ງຂຶ້ນ. ລູກສອນໄຟຂີປະນາວຸດໄລຍະໄກ R-37M ຖືກອອກແບບມາ ເພື່ອໂຈມຕີເປົ້າໝາຍທາງອາກາດທີ່ຢູ່ໃນໄລຍະ 300-400 ກິໂລແມັດ
ເຊິ່ງເປັນໜຶ່ງໃນບັນດາລູກສອນໄຟນຳວິຖີໄລຍະໄກທີ່ສຸດໃນໂລກ. R-37M ສາມາດບັນລຸຄວາມໄວ 6 ເທົ່າຂອງສຽງ, ເປັນອາວຸດສຳຄັນໃນການ
ສະກັດກັ້ນເປົ້າໝາຍເຄື່ອນທີ່ທາງອາກາດ. ການອອກແບບຂອງລູກສອນໄຟ ເປັນຮູບທໍ່ກົມ, ປາຍແຫຼມ, ມີນ້ຳໜັກປະມານ 510 ກິໂລກຣາມ,
ຄວາມຍາວກວ່າ 4 ແມັດ, ມີຫົວຮົບໜັກ 60 ກິໂລກຣາມ. ລະບົບການນຳທາງຂອງ R-37M ປະສົມປະສານການນຳທາງຂອງ inertial, ຖືກ
ອອກແບບໃຫ້ສາມາດຕິດຕັ້ງໃສ່ກັບຍົນຂອງ ຣັດເຊຍ ຫຼາຍລຸ້ນ ເຊັ່ນ: Su-57, Su-35, Su-30, MiG-31BM ແລະ MiG-35. ສຳລັບລູກ
ສອນໄຟ R-77 ໄລຍະກາງປ້ອງກັນທາງອາກາດໄດ້ໄກປະມານ100 ກິໂລແມັດ, ຄວາມໄວສູງສຸດ 5 ເທົ່າຂອງສຽງ.
ຖ້າໄດ້ຜະລິດ R-37M ໃນປະເທດອິນເດຍ ຈະສາມາດຕອບສະໜອງການເຄື່ອນໄຫວຍຸດທະສາດ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍທາງດ້ານການ
ເງິນ, ເສີມຂະຫຍາຍຄວາມສາມາດດ້ານປ້ອງກັນຊາດ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອິນເດຍ ແລະ ຣັດເຊຍ ເຂົ້າ
ສູ່ບາດກ້າວເລິກເຊິ່ງກວ່າເກົ່າ.
ແຫຼ່ງທີ່ມາ: ຂກທ
ວັນທີ 27/02/2025