ກອງທັບສະຫະລັດ ອາເມຣິກາ ຜະລິດລະເບີດລຸ້ນ StormBreaker
ລະເບີດ ລຸ້ນ GBU-53/B ຫຼື StormBreaker
ສຳນັກຂ່າວຫວຽດນາມລາຍງານໃຫ້ຮູ້ວ່າ: ກອງທັບອາກາດປະເທດສະຫະລັດອາເມຣິກາ ໄດ້ມອບສັນຍາໃຫ້ ບໍລິສັດ Raytheon
ເຊິ່ງເປັນບໍລິສັດພາຍໃນປະເທດສະຫະລັດ ເປັນຜູ້ຜະລິດລູກລະເບີດ ລຸ້ນ GBU-53/B ຫຼື StormBreaker ດ້ວຍມູນຄ່າ 282,3 ລ້ານ
ໂດລາ ແລະ ຄາດວ່າຈະສຳເລັດໃນວັນທີ 19 ມີນາ 2029.
ລະເບີດ ລຸ້ນ GBU-53/B ຫຼື StormBreaker, ແມ່ນລູກລະເບີດທີ່ມີຄວາມແມ້ນຍຳລະດັບສູງທີ່ອອກແບບມາເພື່ອໂຈມຕີໄດ້ທັງ
ເປົ້າໝາຍຄົງທີ່ ແລະ ເຄື່ອນທີ່, ມີນ້ຳໜັກເກືອບ 92 ກິໂລກຣາມ, ຍາວ 1.75 ແມັດ, ມາພ້ອມກັບຫົວຮົບຂະໜາດ 47 ກິໂລກຣາມ ແລະ
ເທັກໂນໂລຍີທີ່ທັນສະໄໝ, ມີການຕິດຕັ້ງຣາດານຳທາງແບບ millimeter, ມີການຕິດຕັ້ງເລເຊີແບບເຄິ່ງເຄື່ອນໄຫວ, ການນຳທາງດ້ວຍອິນ
ຟາເຣດ, ຈີພີເອັສ (GPS) ແລະ ການເຊື່ອມຕໍ່ຂໍ້ມູນທີ່ປອດໄພ.
ຄວາມແມ້ນຍຳຂອງລະເບີດ StormBreaker ເຮັດໃຫ້ມັນສາມາດໂຈມຕີເປົ້າໝາຍຄົງທີ່ໄດ້ໃນລະດັບ 110 ກິໂລແມັດ ແລະ ເປົ້າ
ໝາຍເຄື່ອນທີ່ໄດ້ເຖິງ 72 ກິໂລແມັດ. ການອອກແບບ ແບບໂມດູນຂອງລະເບີດ StormBreaker ແລະ ຄວາມສາມາດໃນການກຳນົດ
ເປົ້າຫມາຍແບບພິເສດເປັນຈຸດກ້າວກະໂດດຢ່າງໃຫຍ່ຫຼວງໃນເຕັກໂນໂລຊີການໂຈມຕີທາງອາກາດຂອງປະເທດນີ້.
ແຫຼ່ງທີ່ມາ: ຂກທ
ວັນທີ 26/12/2024