ຣັດເຊຍ ນຳສະເໜີລູກສອນໄຟນຳວິຖີ ທຳລາຍຍົນບິນ
ທີ່ງານວາງສະແດງພາຫະນະ-ອາວຸດ ປ້ອງກັນຊາດ ສາກົນ IDEX 2025 ທີ່ ນະຄອນຫຼວງອາບູດາບີ (Abu Dhabi) ປະເທດ ສະ
ຫະລັດ ອາຣັບ ເອມິເຣດ, ຣັດເຊຍ ໄດ້ນຳສະເຫນີລູກສອນໄຟນຳທາງ X-UAV ເຊິ່ງເປັນອາວຸດທາງອາກາດທີ່ຖືກອອກແບບມາເພື່ອຍິງຈາກ
ໂດຣນ (drones) ແລະ ເຮລິກົບແຕ ທີ່ສາມາດໂຈມຕີອັດຕະໂນມັດ ແລະ ແມ້ນຢຳຕໍ່ເປົ້າຫມາຍທາງອາກາດ ແລະ ຫນ້າດິນ.
ລູກສອນໄຟນຳວິຖີ X-UAV ສາມາດໂຈມຕີໄດ້ຢ່າງຊັດເຈນຕໍ່ເປົ້າໝາຍທາງອາກາດໃນລະດັບຄວາມສູງ-ຕ່ຳ. ລູກສອນໄຟນີ້, ພັດທະ
ນາໂດຍ Tula Instrument Bureau (KBP) ຂອງ ຣັດເຊຍ, ເປັນການຫັນປ່ຽນຍຸດທະສາດຂອງອາວຸດທີ່ທັນສະໄໝຂອງ ຣັດເຊຍ ທີ່ມີ
ບົດບາດໃນການເພີ່ມທະວີການປະຕິບັດງານທາງທະຫານ. X-UAV ສາມາດຕິດຕັ້ງໃສ່ພາຫະນະການບິນ ເຊັ່ນ: ໂດຣນ ຂະໜາດນ້ອຍ-ໃຫຍ່,
ເຮລິກົບແຕ ແລະ ຍົນດັດແປງ ອື່ນໆ ທີ່ສາມາດໂຈມຕີໄພຂົ່ມຂູ່ທາງອາກາດໄດ້ດີ, ເສີມຂະຫຍາຍຄວາມສາມາດໃນການປ້ອງກັນ ແລະ ການ
ໂຈມຕີແບບປະສົມປະສານກັບຍົນບໍ່ມີຄົນຂັບ. ລູກສອນໄຟລຸ້ນນີ້, ຍັງສາມາດຍິງໂຈມຕີເປົ້າໝາຍທາງພາກພື້ນດິນໄດ້ດີ ເປັນຕົ້ນ ລົດຫຸ້ມເກາະ,
ປ້ອມປືນ ແລະ ປ້ອມຍາມທີ່ເປັນຈຸດໜັກ. ລູກສອນໄຟ ມີນ້ຳຫນັກ 32 ກິໂລກຣາມ, ໃຊ້ລະບົບການນຳທິດດ້ວຍ ເລເຊີ, ຮັບປະກັນຄວາມ
ແມ້ນຢຳ ເຖິງແມ່ນວ່າຢູ່ໃນສະພາບການຕໍ່ສູ້ທີ່ທ້າທາຍ, ມີໄລຍະຍິງແຕ່ 2-8 ກິໂລແມັດ, ລະດັບຄວາມສູງສຸດຂອງມັນ 4.000 ແມັດ, ຄຸນນະ
ສົມບັດເຫຼົ່ານີ້ ສະຫນອງຄວາມຕ້ອງການໃນການສູ້ຮົບໃຫ້ແກ່ກອງທັບໄດ້ຢ່າງເຂັ້ມແຂງ.
X-UAV ສາມາດປ່ຽນຫົວລະເບີດໄດ້, ເຮັດໃຫ້ສາມາດປັບຕົວເຂົ້າກັບພາລະກິດທີ່ແຕກຕ່າງກັນ, ມີຫົວລະເບີດໜັກ 6 ກິໂລກຣາມ
(HEF) ທີ່ອອກແບບມາເພື່ອທໍາລາຍເປົ້າຫມາຍຢ່າງມີປະສິດທິພາບ. ການເປີດຕົວລູກສອນໄຟ X-UAV ໃນງານ IDEX 2025 ຄັ້ງນີ້, ເປັນ
ຂີດໝາຍກ້າວໄປຂ້າງໜ້າຂອງວິວັດທະນາການພັດທະນາລູກສອນໄຟນຳວິຖີ ໃນດ້ານເຕັກໂນໂລຊີອາວຸດການທະຫານທີ່ທັນສະໄໝຂອງ ຣັດເຊຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 26/02/2025