
ກອງທັບອາກາດຈີນຈະນໍາໃຊ້ GJ-11 ບິນປະຈັນບານ ຄູ່ກັບ J-20 ແລະ J-16D

ກອງທັບອາກາດປະຊາຊົນຈີນ (PLAAF) ໄດ້ເຜີຍແພ່ວິດີໂອການບິນສະແດງໃນງານສະຫຼອງ ຄົບຮອບ 76 ປີ ໂດຍສະແດງ
ໃຫ້ເຫັນຍົນບິນຂັບໄລ່ບໍ່ມີຄົນຂັບ GJ-11 “Dark Dragon” ທີ່ມີສາຍາວ່າ: “ມັງກອນມືດ” ທີ່ບິນຮ່ວມກັບຍົນບິນຂັບໄລ່ J-20
ແລະ ເຮືອບິນໂຈມຕີອິເລັກໂຕຣນິກ J-16D ເປັນຄັ້ງທຳອິດ ເຖິງວ່າເຮືອບິນທັງ 3 ປະເພດນີ້ ເຄີຍຖືກຄາດໝາຍວ່າຈະປະຕິບັດພາ
ລະກິດຮ່ວມກັນມາເປັນເວລາດົນນານແລ້ວ ແຕ່ພາບຊຸດນີ້ເປັນຫຼັກຖານຢືນຢັນຢ່າງເປັນທາງການ.
ຍົນບິນບໍມີຄົນຂັບ GJ-11 ທີ່ມີຄວາມໂດດເດັ່ນດ້ວຍຄຸນນະສົມບັດ ແບບອຳພາງໂຕຂັ້ນສູງ ເໝາະສຳລັບພາລະກິດລຸກລໍ້າ
ນານຟ້າ, ໃນຂະນະທີ່ J-16D ມີ ໜ້າທີ່ສະໜັບສະໜູນດ້ວຍການລົບກວນທາງເອເລັກໂຕຣນິກ ແລະ J-20 ເຮັດໜ້າທີ່ເປັນສູນບັນ
ຊາການທາງອາກາດ ເພື່ອຄວບຄຸມການບິນ GJ-11. ສ່ວນ J-20 ຮຸ້ນ 2 ບ່ອນນັ່ງ (J-20S) ສາມາດຮອງຮັບເຈົ້າໜ້າທີ່ຄວບຄຸມ
ໂດຣນ ແລະ ຄາດວ່າສາມາດຄວບຄຸມການບິນແບບ GJ-11 ໄດ້ຮອດ 4 ລຳ ການໃຊ້ຜູ້ຊ່ວຍບິນ ຍົນບໍ່ມີຄົນຂັບຈະເປັນຈຸດເດັ່ນ
ສຳຄັນຂອງ ຍົນບິນຂັບໄລ່ຍຸກທີ່ 6 ໃນອະນາຄົດ.
ເຖິງແມ່ນວ່າຍັງບໍ່ຮູ້ວ່າ ຍົນບໍ່ ມີຄົນຂັບ GJ-11 ຕິດອາວຸດປະເພດໃດ, ແຕ່ກໍມີການຄາດການວ່າອາດຈະຕິດຕັ້ງຂີ່ປະນາວຸດ
PL-15 ຫຼື PL-XX ເຮັດໃຫ້ GJ-11 ເປັນ “ຕົວຄູນກຳລັງ” ຊ່ວຍເສີມຂີດຄວາມສາມາດໃຫ້ກັບເຮືອບິນ J-20 ໃນການສູ້ຮົບທາງ
ອາກາດ. ໃນນັ້ນຈະມີ ສະຫະລັດ, ຣັດເຊຍ ແລະ ອົດສະຕາລີ ກໍ່ກຳລັງພັດທະນາໂຄງການຍົນບິນຂັບໄລ່ບໍ່ມີຄົນຂັບ ເພື່ອສະໜັບສະ
ໜູນຍົນບິນຂັບໄລ່ຍຸກທີ່ 5 ແລະ ທີ່ 6, ເຊັ່ນ: MQ-28 Ghost Bat ແລະ Sukhoi Su-70 Okhotnik.
ແຫຼ່ງທີ່ມາ: ຂກທ
ວັນທີ 25/11/2025