ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ເກົາຫຼີ ຕິດ​ຕັ້ງ​ລູກ​ສອນ​ໄຟ​ນຳ​ວິຖີ ຊອນຢອງ ໃສ່​ຍົນ​ສູ້​ຮົບ KF-21 ແລະ FA-50

     ລູກ​ສອນ​ໄຟ​ນຳ​ວິຖີ​ທາງ​ອາກາດ ຊອນຢອງ (Cheonryong) ຂອງ ສ ເກົາຫຼີ ພວມ​ໄດ້​ຮັບ​ການ​ທົດ​ລອງ​ ພາຍຫຼັງ​ທີ່​ຖືກ​ຕິດ​ຕັ້ງໃສ່​ເຮືອ
​ບີນ​ໂຈມ​ຕີ FA-50 ຢູ່ ເມືອງຊາຊອນ. ລູກ​ສອນ​ໄຟ Cheonryong ເປັນ​ລູກ​ສອນ​ໄຟ​ນຳ​ວິຖີ​ທາງ​ອາກາດ, ເປັນ​ອາວຸດ​ຍຸດ​ທີ່​ສາມາດ​ຕິດ​ຕັ້ງ
​ໃສ່​ເຮືອບິນ​ສູ້​ຮົບ KF-21 Boramae F-4 Phantom II, ເຊິ່ງ​ໄດ້​ຖືກ​ນຳ​ໃຊ້​ໃນ​ການ​ທົດ​ລອງ​ກ່ອນ​ຫນ້າ​ນີ້. ແຕ່ເນື່ອງ​ຈາກ KF-21 ຍັງ​ຢູ່​
ໃນ​ຂັ້ນ​ຕອນ​ການ​ທົດ​ລອງ​ການບິນ​ຈຶ່ງ​ບໍ່​ໄດ້​ກຳນົດ​ໃຫ້​ປະຕິບັດ​ງານ​ນຳ​ໃຊ້​ຈົນ​ກວ່າ​ຮອດ​ປີ 2026, ຍົນ​ຮົບ FA-50 ໄດ້​ຖືກ​ເລືອກ​ໃຫ້ແທນ​ຊົ່ວ
ຄາວ​ໃນ​ການ​ຕິດ​ຕັ້ງ​ລູກ​ສອນ​ໄຟ​ດັ່ງກ່າວ.

     ລູກສອນໄຟ Cheonryong ມີ​ນ້ຳໜັກ​ປະມານ 1.300 ກິ​ໂລກ​ຣາມ, ມີ​ລະບົບ​ນຳ​ທິດ inertial ແລະ ເຄື່ອງຄົ້ນຫາຈັບຄວາມຮ້ອນ
(infrared imaging seeker) ເພື່ອ​ນຳ​ທາງ​​ໄປ​ສູ່​ເປົ້າ​ໝາຍ. ລູກ​ສອນ​ໄຟ​ນີ້, ມີ​ຫົວ​ຮົບ​ເຈາະ​ເກາະ ອອກ​ແບບມາເພື່ອ​ໂຈມ​ຕີ​ເປົ້າ​ໝາຍ​
ພາກພື້ນດິນ ເຊັ່ນ ຕຳແໜ່ງ​ສູນ​ບັນຊາ​ການ.  ລູກ​ສອນ​ໄຟ Cheonryong ສາມາດ​ບັນລຸ​ຄວາມ​ໄວ​ປະມານ Mach 0,9 ເທົ່າກັບ 1.000
ກິໂລແມັດຕໍ່ຊົ່ວໂມງ, ມີ​ໄລຍະ​ບິນ​ໄກ​ກວ່າ 500 ກິໂລແມັດ ເມື່ອ​ຕິດ​ຢູ່​ເທິງ​ເຮືອບິນ KF-21 ແລະ ປະມານ 350 ກິໂລແມັດ ເມື່ອ​ຕິດ​ຕັ້ງ​
ໃສ່ FA-50. ການ​ເພີ່ມ​ທະວີ Cheonryong ເຂົ້າ​ໃສ່​ຍົນ​ສູ້​ຮົບ FA-50 ແລະ KF-21 ເປັນ​ການ​ປັບປຸງ​ຄວາມ​ເຂັ້ມແຂງ​ໃຫ້​ກອງທັບ​ອາ
ກາດ​ໃນ​ການ​ປ້ອງ​ກັນ​ນ່ານ​ຟ້າ ທັງ​ເປັນ​ການ​ເສີມ​ຂະຫຍາຍ​ອຸດສາຫະກຳ​ການ​ຜະລິດ​ອາວຸດ​ປ້ອງ​ກັນ​ຊາດ​ຂອງ​ປະເທດ​ນີ້​ກ້າວ​ສູ່​ຕະຫຼາດ​ສາກົນ​
ຢ່າງ​ຕໍ່​ເນື່ອງ.

ແຫຼ່ງທີ່ມາ: ຂກທ
ວັນທີ 23/04/2025