
ຂີປະນາວຸດຂ້າມທະວີບ RS-28 Sarmat ຊາຕານ 2 ຂອງຣັດເຊຍ

RS-28 Sarmat ຊາຕານ 2
ຂ່າວການທະຫານຕ່າງປະເທດ Global Military News ລາຍງານວ່າ: RS-28 Sarmat ຊາຕານ 2 ຄື ຂີປະນາວຸດ ຂ້າມທະ
ວີບ ICBM ຂອງຣັດເຊຍ ທີ່ສາມາດບັນທຸກຫົວຮົບ ນິວເຄລຍ ແລະ ຍິງໄດ້ໄກເຖິງ 10.000-18.000 ກີໂລແມັດ, ມັນສາມາດຍິງ
ໄດ້ໄກເຖິງເອີຣົບ ແລະ ແຜ່ນດີນໃຫ່ຍ ສະຫະລັດ, ຂີປະນາວຸດນີ້ສາມາດບັນທຸກຫົວຮົບນິວເຄລຍໄດ້ 100 ໂຕນ ແລະ ຖືກອອກແບບ
ມາເພື່ອ ທົດແທນຂີປະນາວຸດເກົ່າລຸ້ນ R-36M.
ລາຍງານແຈ້ງວ່າ: RS-28 Sarmat ຊາຕານ 2 ສາມາດຕິດຫົວຮົບນີວເຄລຍໄປໄດ້ 10 ລູກ ແລະ ຫົວຮົບອື່ນໆອີກ 16 ລູກ,
ເຊິ່ງແຕ່ລະລູກສາມາດຫຼົບຫຼີກຣາດາ ພ້ອມທັງທຳລາຍເປົ້າໝາຍໄດ້ແມ່ນຍຳ ແລະ ເປັນວົງກວ້າງອີກດ້ວຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 22/12/2025