
ອາເມຣິກາ ເລັ່ງຜະລິດລູກສອນໄຟ ຂັບເຄື່ອນແບບໂດຣນ

ທ່າມກາງສະພາບການຄວາມບໍ່ສະຫງົບລະຫວ່າງ ອີຣານ ແລະ ອິດສະຣາແອນ ທີ່ຕາເວັນອອກກາງ. ອາເມຣິກາ ຜູ້ເຂົ້າຂ້າງ ອິດສະຣາແອນ ໄດ້
ເລັ່ງມືຜະລິດລູກສອນໄຟ ເພື່ອຮັບມືກັບຝ່າຍກົງກັນຂ້າມ, ເປັນລູກສອນໄຟແບບໂດຣນ ທີ່ຂັບເຄື່ອນດ້ວຍຕົວມັນເອງ (UAV Viper), ຜະລິດໂດຍ
ບໍລິສັດ Mach Industries ຂອງ ອາເມຣິກາ, ເຊິ່ງສ້າງຄວາມສົນໃຈໃຫ້ແກ່ນັກວິເຄາະດ້ານປ້ອງກັນຊາດໃນທົ່ວໂລກ. ອາວຸດຊະນິດນີ້ຂອງ ອາເມ
ຣິກາ, ເປັນລູກສອນໄຟທີ່ລວບລວມເອົາເຕັກນິກຂອງລູກສອນໄຟຂີປະນາວຸດຍຸດທະວິທີ ATACMS ບວກກັບຄວາມໄວນຳທິດ ພ້ອມດ້ວຍກຳລັງ
ແຮງຂອງລູກສອນໄຟ Hellfire. ລູກສອນໄຟ UAV Viper ເປັນລູກສອນໄຟ UAV ແບບປະສົມທີ່ສາມາດຍິງຕາມແນວຕັ້ງ (VTOL), ມີໄລຍະ
ຍິງໄກສູງສຸດ 290 ກິໂລແມັດ, ຫົວຮົບມີນ້ຳໜັກ 10 ກິໂລກຣາມ, ຖືກອອກແບບມາຕາມປືນໃຫຍ່ທີ່ມີການເຄື່ອນທີ່ໃນແນວຕັ້ງ ຄື ໄຮມາສ
(HIMARS). ລູກສອນໄຟ Viper ຕິດຕັ້ງລະບົບນຳທາງ(GPS) ເຂົ້າຫາເປົ້າໝາຍໄດ້ໄວຂຶ້ນ, ມີຄວາມປອດໄພກວ່າ UAV ແບບດັ້ງເດີມ ເຊັ່ນ:
Hero-120 ຂອງ ອິດສະຣາແອນ. ອາວຸດນີ້, ມີຕົ້ນທຶນການຜະລິດຕ່ຳກວ່າ 100.000 ໂດລາສະຫະລັດຕໍ່ລູກ, ຖືວ່າຖືກກວ່າລູກສອນໄຟ ATACMS
ທີ່ມີລາຄາປະມານ 1 ລ້ານໂດລາສະຫະລັດຕໍ່ລູກ. ໃນທາງຍຸດທະວິທີ, Viper ສາມາດໂຈມຕີລະບົບ ຣາດາ, ປືນໃຫຍ່, ສູນການຂົນສົ່ງໂດຍມີພະລັງ
ງານໂຈມຕີທາງອາກາດ ຫຼື firepower ໄລຍະໄກ. ຍຸດທະວິທີໂຈມຕີຂອງ Viper ເຮັດໃຫ້ສັດຕູເກີດຄວາມສັບສົນກ່ຽວກັບສະຖານທີ່ ແລະ ເວລາ
ໃນການໂຈມຕີຂອງມັນ, ເປັນອາວຸດໂຈມຕີຈາກພາກພື້ນດິນສູ່ອາກາດ ທີ່ມີປະສິດທິພາບສູງຂອງກອງທັບ ສະຫະລັດອາເມຣິກາ.
ແຫຼ່ງທີ່ມາ: ຂກທ
ວັນທີ 22/07/2025