ອາເມຣິກາ ພັດທະນາຫຸ່ນຍົນສູ້ຮົບແທນກຳລັງພົນ
ອີງຕາມເວັບໄຊຂ່າວການທະຫານ (Defense News), ສະຫະລັດ ໄດ້ນຳເອົາອາວຸດຍຸດໂທປະກອນຫຼາຍປະເພດເຂົ້າຮ່ວມການປະ
ເມີນຜົນ ແລະ ທົດສອບດ້ານເຕັກໂນໂລຊີທີ່ກ້າວໜ້າໃນໂຄງການທີ່ເອີ້ນວ່າ Project Convergence 2025 ຢູ່ສະ ໜາມທົດລອງ
Fort Irwin ຂອງກອງທັບສະຫະລັດທີ່ລັດກາລິຟໍເນຍ.
ອາວຸດທີ່ນຳໄປທົດສອບ ເປັນຕົ້ນແມ່ນລະບົບຍິງສະຫຼວດຫຼາຍເລົາ AMDL (Autonomous Multi-Domain Launcher), ອາ
ວຸດນີ້ແມ່ນສ່ວນໜຶ່ງຂອງໂຄງ ການ Convergence ເພື່ອທົດລອງຄວາມສາມາດໃນການສູ້ຮົບຂອງອາວຸດທີ່ມີຄວາມເປັນເອກະລາດ ຫວັງ
ຈະໃຊ້ຫຸ່ນຍົນແທນກຳລັງພົນ, ເຊິ່ງຄາດວ່າ, ລະບົບນີ້ຈະສາມາດເຄື່ອນທີ່ອັດຕະໂນມັດ ໂດຍການຄວບຄຸມດ້ວຍ ປັນຍາປະດິດ (AI) ຫຼື ໄປ
ຕາມເສັ້ນທາງທີ່ກຳນົດໄວ້ໃນໂປແກຼມ.
ບໍ່ພຽງແຕ່ AMDL ເທົ່ານັ້ນ, ເມື່ອບໍ່ດົນມານີ້, ບໍລິສັດ ເຣທອນ (Raytheon) ຂອງສະຫະລັດ ຍັງໄດ້ເປີດເຜີຍກ່ຽວກັບການທົດລອງ
ລະບົບລູກສອນໄຟ ໄຮມາສ (HIMARS) ດ້ວຍການທົດລອງໃຫ້ເຫັນປະສິດທິຜົນຂອງອາວຸດອັດຕະໂນມັດນີ້ໂດຍ Raytheon ພັດທະນາ
DeepStrike ຊຶ່ງຮ່ວມມືກັບ ບໍລິສັດ Forterra, Oshkosh Defense ແລະ Ursa Major. ຫຸ່ນຍົນສູ້ຮົບ ແມ່ນເຕັກໂນໂລຊີການ
ທະຫານແບບໃໝ່ ທີ່ໃຊ້ແທນຄົນເຂົ້າໃນສະໜາມຮົບຕົວຈິງ ຊື່ງຫຼາຍປະເທດພວມສົນໃຈພັດທະນາ.
ແຫຼ່ງທີ່ມາ: ຂກທ
ວັນທີ 22/04/2025