ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອາ​ເມ​ຣິ​ກາ ທົດ​ລອງ​ບິນ​ຍົນ​ສອດແນມ​ ແບບ​ບໍ່​ມີ​ຄົນ​ຂັບ MQ-9A Reaper

     ຕາມ​ເວັບ​ໄຊ ບໍລິສັດອຸດສາຫະກຳ​ໜັກ ປ້ອງ​ກັນ​ຊາດ​ເອີ​ຣົບ ລາຍ​ງານ​ວ່າ: ກອງ​ບັນຊາ​ການ​ທະຫານ​ເຮືອ ກອງທັບ​ອາກາດ ສະຫະລັດ
ອາ​ເມ​ຣິກາ (NAVAIR) ໄດ້​ປະກາດ​ການ ​ທົດ​ລອງ​ບິນ​ຄັ້ງ​ທຳ​ອິດ​ຂອງ ຍົນ​ສອດແນມ​ແບບ​ບໍ່​ມີ​ຄົນ​ຂັບ ເອັມ​ຄິວ-9ເອ ຣິບ​ເປີ (MQ-9A
Reaper) ທີ່​ຕິດ​ຕັ້ງ​ລະບົບ​ ການ​ສື່ສານ ແລະ ລະບົບ​ສະໜັບ ສະໜູນ​ເອ​ເລັກ​ໂຕຼ​ນິກ​ແບບ​ໃໝ່.

     ຍົນ​ລາດຕະເວນ​ດັ່ງກ່າວ, ໄດ້​ປະຈຳການ​ຢູ່​ກອງ​ທົດ​ສອບ ແລະ ປະ​ເມີນ​ຜົນ​ທາງ​ອາກາດ (UX 24) ເຊິ່ງ NAVAIR ໄດ້​ອະທິບາຍ​
ວ່າ: ເປັນ​ບາດກ້າວ​ທີ່​ສຳຄັນ​ຕໍ່​ກັບ​ຄວາມ​ສາມາດ​ໃນ​ການ​ປະຕິບັດ​ພາລະກິດ​ເບື້ອງ​ຕົ້ນ (IOC) ໃນ​ທ້າຍ​ປີ​ນີ້, ເຊິ່ງ​ຮູບ​ພາບ​ທີ່​ເຜີຍແຜ່​ພ້ອມ
ກັບ​ການສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາມາດ​ບັນທຸກ​ຍານ​ອະວະກາດ ສະ​ກາຍ​ທາວ​ເວີ (SkyTower II) ແລະ ຖັງ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ກ້ອງ
ປີກ​ຊ້າຍ, ທໍ່​ອາຍ​ພົ່ນ RDESS/SOAR ຢູ່​ກ້ອງປີກ​ຂວາ ແລະ ທໍ່​ອາຍ​ພົ່ນ​ທີ 3 ຢູ່​ກາງ​ລຳ​ຕົວ​ຍົນ. ການ​ທົດ​ລອງ​ບິນ​ຄັ້ງ​ນີ້, ບໍ່​ໄດ້​ເປີດເຜີຍ​
ລາຍ​ລະອຽດ​ໃດໆ, ເຊິ່ງ​ກ່ອນ​ໜ້າ​ນັ້ນ ໃນ​ເດືອນ​ກຸມພາ 2025, UX-24 ໄດ້​ຢືນຢັນ​ການ​ຕິດ​ຕັ້ງ​ລະບົບ​ຮັບ-ສົ່ງ ສະ​ກາຍ​ທາວ​ເວີ (Shuttle
SkyTower II) ເທື່ອ​ທຳ​ອິດ ແລະ ການ​ກວດ​ສອບ​ການ​ເປີດ​ເຄື່ອງ​ຄັ້ງ​ທຳ​ອິດ​ກໍ​ຕາມ.

     ສຳລັບ​ລະບົບ​ສະ​ກາຍ​ທາວ​ເວີ (SkyTower II) ມີ​ຄວາມ​ຈຳເປັນ​ໃນ​ພາລະກິດ​ສຳ​ຫຼວດ, ເຝົ້າ​ລະວັງ ແລະ ເປົ້າ​ໝາຍ​ທີ່​ເຂົ້າ​ມາ​ໃນ​
ພາກ​ພື້ນ, ເຮັດ​ໃຫ້ MQ-9 ສາມາດ​ເຮັດ​ໜ້າທີ່​ເວນຍາມ​ທາງ​ອາກາດ ເພື່ອ​ສະໜັບສະໜູນ​ການ​ປະຕິບັດ​ໜ້າທີ່​ຂອງ​ທະຫານ​ເຮືອ ອາ​ເມ
ຣິ​ກາ ​ໃນ​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ.

ແຫຼ່ງທີ່ມາ: ຂກທ
ວັນທີ 21/08/2025