ຈີນ ສຳເລັດການພັດທະນາປືນໄມໂຄຣເວັບ ພະລັງແຮງສູງ
ໄມໂຄຣປືນໃຫຍ່ ຄຣເວັບ ພະລັງແຮງສູງ HPM (High-Power Microwave)
ສຳນັກຂ່າວ ເຊົ້າໄຊນາມໍນິງໂພສ (SCMP) ຂອງຈີນ ລາຍງານເມື່ອບໍ່ດົນນີ້ວ່າ: ບັນດານັກ ວິທະຍາສາດຂອງຈີນ ໄດ້ສຳເລັດການພັດທະນາ
ໄມໂຄຣປືນໃຫຍ່ ຄຣເວັບ ພະລັງແຮງສູງ HPM (High-Power Microwave), ທີ່ສາມາດຍິງໄດ້ຕໍ່ເນື່ອງ 10.000 ນັດ.
ປືນດັ່ງກ່າວ, ອອກແບບມາເພື່ອຍິງສະກັດໂດຣນ, ຍິງຕໍ່ຕ້ານຂີປະນາວຸດ ແລະ ຍົນສູ້ຮົບ ໂດຍສະເພາະ ທັງມີຄວາມສາມາດລົບກວນລະບົບ
ຣາດາ ແລະ ສັນຍານດາວທຽມ ໂດຍມີການແຊກແຊງລະບົບເອເລັກໂຕຣນິກ. ປືນ HPM ນຳໃຊ້ນະວັດຕະກຳໃໝ່, ມີການໃຊ້ເຕັກໂນໂລຊີ ລະ
ບົບສູນຍາກາດໃນຕົວ ແລະ ການເຊື່ອມໂລຫະ ໂດຍໃຊ້ເຊຣາມິກ, ເຊິ່ງຊ່ວຍການບຳລຸງສ້ອມແປງ ແລະ ເພີ່ມຄວາມທົນທານໄດ້ດີຕໍ່ທຸກສະພາບ
ອາກາດ, ເຮັດໃຫ້ສາມາດຍິງໄດ້ຫຼາຍຮ້ອຍເມກາວັດຕໍ່ການຍິງໜຶ່ງຄັ້ງ.
ປືນໃຫຍ່ລຸ້ນນີ້ ເປັນປືນທີ່ຄວບຄຸມໂດຍລະບົບພະລັງງານໄຟຟ້າ, ເຊິ່ງເປັນອາວຸດທີ່ມີຕົ້ນກຳເນີດ ໂດຍບໍລິສັດໂບອີງ ເປັນຜູ້ຄິດຄົ້ນຕົ້ນແບບ,
ດັ່ງນັ້ນບັນດານັກວິທະຍາສາດຈີນ ໄດ້ນຳເອົາມາພັດທະນາເສີມສ້າງ ເພື່ອປະກອບເຂົ້າປະຈຳການໃນກອງທັບຈີນ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນ
ກອງທັບທີ່ທັນສະໄໝໃນຍຸກປັດຈຸບັນ.
ແຫຼ່ງທີ່ມາ: ຂກທ
ວັນທີ 21/05/2025