ຕົ້ນທຶນການຜະລິດຍົນຖິ້ມລະເບີດ B-21 Raider ເພີ່ມຂຶ້ນເປັນ 750 ລ້ານໂດລາ
ໃນທ້າຍປີ 2024, ກອງທັບອາກາດ ສະຫະລັດ ອາເມຣິກາ ວາງແຜນຈະຊື້ຍົນຖິ້ມລະເບີດ B-21 Raider ຊຸດທຳອິດນຳບໍລິ
ສັດ ຜູ້ຜະລິດ ນອດທຣອບ ກຣຳແມນ (Northrop Grumman). ແຕ່ມາເຖິງປັດຈຸບັນ, ວັນສົ່ງຍົນລຳທຳອິດ ຍັງບໍ່ທັນກຳນົດໄດ້
ແລະ ຄ່າໃຊ້ຈ່າຍຂອງການຜະລິດຍົນ ໄດ້ເພີ່ມຂຶ້ນປະມານ 2 ເທົ່າ ຈາກທີ່ຄາດໄວ້ໃນເບື້ອງຕົ້ນ.
ອາເມຣິກາ ໄດ້ຕັດສິນໃຈທີ່ຈະພັດທະນາຍົນຖິ້ມລະເບີດ ໄລຍະໄກໄປຖີ້ມລະເບີດໄດ້ທົ່ວໂລກໃນປີ 2014, ໂຄງການດັ່ງກ່າວ,
ໄດ້ຖືກມອບໃຫ້ຜູ້ຜະລິດ Northrop Grumman ເຊິ່ງເປັນບໍລິສັດພັດທະນາເຮືອບິນຖິ້ມລະເບີດ B-2 Spirit ທີ່ມີຊື່ສຽງຂອງອາ
ເມຣິກາ ໃນລຸ້ນຜ່ານມາ. ສຳລັບ B-21 Raider ມີການອອກແບບປີກ ແລະ ຮູບຮ່າງຄ້າຍຄືກັນກັບ B-2 Spirit. ແຕ່ B-21 ມີຂະ
ຫນາດນ້ອຍກວ່າ. ສ່ວນລາຍລະອຽດທາງດ້ານເຕັກນິກ ແລະ ອາວຸດຍຸດໂທປະກອນໃນຕົວ ແມ່ນບໍ່ໄດ້ເປີດເຜີຍ. ແຕ່ແຫຼ່ງຂ່າວເຜີຍ,
ຍົນສາມາດບິນດ້ວຍຄວາມໄວສູງສຸດເກືອບ 1 ເທົ່າຂອງສຽງ (Mach0.8) ແລະ ບັນທຸກອາວຸດໄດ້ຫຼາຍ 10 ໂຕນ ລວມທັງລູກສອນ
ໄຟນຳວິຖີ JASSM-ER ແລະ ລູກລະເບີດນິວເຄລຍ B-61-12. ແຫຼ່ງຂ່າວເຜີຍວ່າ: ຍົນໄດ້ຖືກອອກແບບໃຫ້ສາມາດອຳພາງຕົວ
ແລະ ຫຼົບຫຼີກການກວດຈັບຂອງຣາດາ ປ້ອງກັນທາງອາກາດ S-400 Triumph ໄດ້ຢ່າງມີປະສິດທິພາບ. ນອກຈາກນັ້ນ, ຍັງຖືກ
ອອກແບບມາໃຫ້ສາມາດສ້ອມແປງງ່າຍ ແລະ ຍົກລະດັບໄດ້ໃນອະນາຄົດ. B-21 ຄາດວ່າ, ຈະເປັນກະດູກສັນຫຼັງຂອງກອງທັບອາ
ກາດສະຫະລັດໃນສະຕະວັດນີ້. ແຕ່ລາຄາໃນປັດຈຸບັນໄດ້ເພີ່ມຂຶ້ນຫຼາຍ.
ຕາມແຜນການເບື້ອງຕົ້ນສະຫະລັດ ຈະຊື້ຈຳນວນ 80-100 ລຳ ໃນລາຄາ 550 ລ້ານໂດລາຕໍ່ລຳ ແລະ ຈະເພີ່ມເປັນ 175-200
ລຳ. ແຕ່ບັນຫາໄດ້ເກີດຂຶ້ນໃນໄລຍະພັດທະນາ ແລະ ທົດລອງ ເຮັດໃຫ້ມູນຄ່າຍົນເພີ່ມຂຶ້ນເປັນ 670 ລ້ານໂດລາໃນປີ 2019 ແລະ ປັດ
ຈຸບັນລາຄາປັບຂຶ້ນກວ່າ 750 ລ້ານໂດລາຕໍ່ລຳ. ຕາມນັກຊ່ຽວຊານດ້ານການທະຫານຂອງອາເມຣິກາ, ເພນຕາກອນ ຈະໄດ້ຮັບ B-21 ໃໝ່
20-30 ລຳ ເພື່ອທົດແທນຍົນຖິ້ມລະເບີດໃນໄລຍະຍາວ ເຊິ່ງ ຍົນ ຈຳນວນໜຶ່ງ ບໍ່ສາມາດຕອບສະໜອງການກຽມພ້ອມສູ້ຮົບແບບດັ້ງເດີມ
ຈົນເຖິງສົງຄາມເຕັມຮູບແບບ, ການສົມທົບກັບຈຳນວນຍົນ B-2 Spirit 20 ລຳ ທີ່ມີຢູ່ແລ້ວ ກັບ B-1B Lancer ແລະ B-52H
Stratofortress ຈະເຮັດໃຫ້ຄວາມສາມາດການຕໍ່ສູ້ທາງອາກາດເຂັ້ມແຂງຂຶ້ນກວ່າເກົ່າ.
ແຫຼ່ງທີ່ມາ: ຂກທ
ວັນທີ 19/12/2024