
Lamprey ເຮືອດຳນ້ຳບໍ່ມີຄົນຂັບລຸ້ນໃໝ່ ທີ່ໂຈມຕີເປົ້າໝາຍທາງທະເລດ້ວຍຕົນເອງ

ຕາມຂ່າວການທະຫານຕ່າງປະເທດລາຍງານວ່າ: ສົງຄາມທາງທະເລກຳລັງເຂົ້າສູ່ຍຸກໃໝ່ ເມື່ອ ບໍລິສັດ Lockheed Martin, ເຊິ່ງ
ເປັນບໍລິສັດ ເຕັກໂນໂລຊີການບິນອະວະກາດ ແລະ ປ້ອງກັນປະເທດຂະໜາດໃຫຍ່ຂອງສະຫະລັດ, ໄດ້ເປີດໂຕເຮືອດຳນ້ຳບໍມີຄົນຂັບ ອັດ
ຕະໂນມັດທີ່ເຮັດໜ້າທີ່ໄດ້ຫຼາຍບົດບາດ (MMAUV), ຊື່ວ່າ Lamprey, ໂດຍລັກສະນະສຳຄັນຂອງມັນ ແມ່ນຄວາມສາມາດຕິດລຳຕົວ
ຂອງມັນໃສ່ກັບເຮືອດຳນ້ຳແມ່, ເຊິ່ງສາມາດເດີນທາງໃນໄລຍະໄກ ແລະ ປະຫຍັດພະລັງງານ. ແນວຄວາມຄິດການອອກແບບຂອງເຮືອດຳ
ນ້ຳ Lamprey ຖືກອອກແບບດຽວກັນກັບພຶດຕິກຳຂອງ ປາແລມເປຣ, ເຊິ່ງມັກຈະຕິດຕົວມັນເອງກັບສັດທະເລຂະໜາດໃຫຍ່ສຳລັບ
ການເດີນທາງ ແລະ ອາຫານ.
ຍານພາຫະນະນີ້ມີໂຄງເຮືອຮູບສີ່ແຈສາກທີ່ມີຈອກດູດ ຫຼື ກົນໄກການຈອດເພື່ອຕິດກັບໂຄງເຮືອ. ຈຸດເດັ່ນທີ່ສຳຄັນຂອງເຮືອດຳນ້ຳ
Lamprey ແມ່ນຄວາມສາມາດຕື່ມນ້ຳມັນໃນເວລາເດີນທາງໄດ້. ມັນມີເຄື່ອງກຳເນີດໄຟຟ້ານ້ຳ, ເຊິ່ງເຮັດວຽກຄ້າຍຄືກັນກັບກັງຫັນ,
ໂດຍໃຊ້ການເຄື່ອນທີ່ໄປຂ້າງໜ້າຂອງເຮືອເພື່ອຜະລິດໄຟຟ້າ. ວິທີການນີ້ຊ່ວຍໃຫ້ເຮືອດຳນ້ຳ Lamprey ສາມາດຕື່ມນ້ຳມັນໄດ້ເມື່ອ
ໄປຮອດພື້ນທີ່ປະຕິບັດໜ້າທີ່ຂອງມັນ. ແບັດເຕີຣີຈະຍັງຄົງຢູ່ໃນລະດັບສາກໄຟ 100%, ພ້ອມສຳລັບການຂັບເຄື່ອນດ້ວຍລະບົບ 4 ໃບ
ພັດ quad-thruster ແລະ ສາມາດໃຊ້ລະບົບຄອມພິວເຕີ ແລະເຊັນເຊີຕ່າງໆໄດ້ທັນທີ. ໃນດ້ານຄວາມສາມາດ ແລະ ການໃຊ້ອາວຸດ,
Lamprey ຖືກອອກແບບເປັນລະບົບສະຖາ ປັດຕະຍະກຳເປີດທີ່ມີອຸປະກອນທີ່ສາມາດປັບຕົວໄດ້ພາຍໃນຊ່ອງເກັບມ້ຽນ ເຊິ່ງສາມາດ
ຕິດຕັ້ງ torpedo ຕ້ານເຮືອດຳນ້ຳເບົາ 2 ລູກ, ປືນຍິງໂດຣນທາງອາກາດທີ່ສາມາດພັບໄດ້ (ສາມາດຍິງໂດຣນໄດ້ສູງສຸດ 3 ລໍາ), ລະບົບ
ສົງຄາມເອເລັກໂຕຣນິກ ແລະ ລໍ້ລວງທີ່ສາມາດຮຽນແບບສຽງຂອງເຮືອລຳອື່ນໆ, ເຊັນເຊີສຳລັບການລວບລວມຂໍ້ມູນສືບລັບ. ນອກຈາກ
ນັ້ນ, ເຮືອດຳນ້ຳ Lamprey ຍັງມີຄວາມສາມາດລັບໆ; ກຸ່ມເຮືອດຳນ້ຳສາມາດລໍຖ້າຢູ່ພື້ນທະເລຢ່າງງຽບໆເພື່ອເກັບກຳຂໍ້ມູນຈົນກວ່າຈະ
ໄດ້ຮັບຄຳສັ່ງໃຫ້ເຄື່ອນຍ້າຍ ຫຼື ໂຈມຕີເປົ້າໝາຍທີ່ຜ່ານໄປ. ທ່ານ ຟອນ ແລັມໂມ, ຮອງປະທານບໍລິສັດ Lockheed Martin, ກ່າວວ່າ,
"ສົງຄາມສະໄໝໃໝ່ຕ້ອງການອາວຸດທີ່ສາມາດຊ່ອນໂຕ, ປັບຕົວ ແລະ ຄອບຄອງດິນແດນໄດ້, ໂດຣນ Lamprey ເປັນອາວຸດຫຼາຍພາ
ລະກິດທີ່ສາມາດກວດຈັບ, ລົບກວນ, ຫຼອກລວງ ແລະ ໂຈມຕີເປົ້າໝາຍດ້ວຍຕົນເອງ."
ໃນດ້ານຍຸດທະສາດການເກີດຂຶ້ນຂອງຍານພາຫະນະພື້ນນ້ຳອັດຕະໂນມັດເຊັ່ນ Lamprey ສະທ້ອນໃຫ້ເຫັນເຖິງທິດທາງໃໝ່
ໃນສົງຄາມທາງທະເລ, ປ່ຽນຈາກອາວຸດຂະໜາດໃຫຍ່ ແລະ ລາຄາແພງໄປສູ່ລະບົບອັດສະລິຍະ ແລະ ບໍ່ມີການແບ່ງຂັ້ນຄຸ້ມຄອງ, ສິ່ງ
ນີ້ຊ່ວຍຫຼຸດຜ່ອນຄວາມສູນເສຍຂອງເຮືອສູ້ຮົບ ແລະ ເຮືອດຳນ້ຳ, ເນື່ອງຈາກ Lamprey ສາມາດຕິດກັບເຮືອສູ້ຮົບ, ຕື່ມນ້ຳມັນໃນລະ
ຫວ່າງການເດີນທາງ ແລະ ປະຕິບັດງານດ້ວຍຕົນເອງ, ກອງທັບເຮືອສາມາດຂະຫຍາຍການສຳຫຼວດ, ການລວບລວມຂໍ້ມູນຂ່າວສານ,
ແລະ ການປະຕິບັດງານໂຈມຕີໃຫ້ເລິກເຊິ່ງກວ່າເກົ່າໂດຍບໍ່ຕ້ອງເປີດເຜີຍຕຳແໜ່ງຂອງເປົ້າໝາຍ. ເຕັກໂນໂລຊີປະເພດນີ້ສາມາດປ່ຽນ
ແປງຄວາມສົມດຸນຂອງອຳນາດໃນສະໜາມຮົບທາງທະເລ, ໂດຍສະເພາະໃນພື້ນທີ່ທະເລເລິກ ຫຼື ເຂດທີ່ມີການຂັດແຍ້ງທາງທະເລ.
ແຫຼ່ງທີ່ມາ: ຂກທ
ວັນທີ 19/02/2026