
ຣັດເຊຍ ສົ່ງ-ມອບລະບົບປ້ອງກັນໄພທາງອາກາດຂັ້ນສູງ ໃຫ້ເວເນຊູເອລາ

ສຳນັກຂ່າວການທະຫານຕ່າງປະເທດໃຫ້ຮູ້ວ່າ: ຣັດເຊຍໄດ້ສົ່ງ-ມອບລະບົບປ້ອງກັນໄພທາງອາກາດຂັ້ນສູງລຸ້ນໃໝ່ Pantsir-S1 ແລະ
Buk-M2E ໃຫ້ກັບປະເທດເວເນຊູເອລາ ຜ່ານທາງຍົນຂົນສົ່ງທະຫານຂະໜາດໃຫຍ່ IIyushin ການສົ່ງ-ມອບຄັ້ງນີ້, ເກີດຂຶ້ນໃນຂະນະທີ່
ຄວາມ ສຳພັນລະຫວ່າງຣັດເຊຍ ແລະ ສະຫະລັດອາເມຣິກາ ມີຄວາມເຄັ່ງຕຶງສູງສຸດນັບຕັ້ງແຕ່ສົງຄາມ ອູແກຣນ ເປັນຕົ້ນມາ, ເຮັດໃຫ້ຫຼາຍ
ຝ່າຍເຫັນວ່າເປັນການຂະຫຍາຍອຳນາດຂອງ ຣັດເຊຍ ເຂົ້າສູ່ລາຕີນ ອາເມຣິກາ, ເຊິ່ງຖືວ່າເປັນເຂດອິດທິພົນຂອງສະຫະລັດອາເມຣິກາ.
ຜູ້ຊ່ຽວຊານດ້ານອາວຸດເຫັນວ່າ: ການເຄື່ອນໄຫວຄັ້ງນີ້ເປັນສັນຍານບອກວ່າ ຣັດເຊຍ ຕ້ອງການສ້າງພັນທະມິດຍຸດທະສາດໃນພູມີພາກ
ເພື່ອຄ້ານອຳນາດ ກັບ ສະຫະລັດອາເມຣິກາ ໃນລະດັບໂລກ. ໃນຂະນະດຽວກັນ, ລັດຖະບານເວເນຊູເອລາຖະແຫຼງການວ່າ: ຂໍ້ຕົກລົງຄັ້ງນີ້,
ເພື່ອເປັນການປ້ອງກັນອະທິປະໄຕຂອງຕົນບໍ່ແມ່ນການຍຸແຍ່ແຕ່ປະການໃດ, ຢ່າງໃດກໍຕາມການຕິດຕັ້ງລະບົບປ້ອງກັນໄພທາງອາກາດຂັ້ນສູງ
Pantsir-S1 ແລະ Buk-M2E ໃຫ້ກັບ ເນເວຊູເອລາ ເຮັດໃຫ້ພູມີພາກກາຍເປັນຈຸດຮ້ອນທາງທະຫານ ໃນຮອບໃໝ່ ທີ່ໂລກກຳລັງຕິດ
ຕາມແບບໃກ້ສິດ.
ແຫຼ່ງທີ່ມາ: ຂກທ
ວັນທີ 18/11/2025