ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະມາຊິກ ນາ​ໂຕ ສັງ​ຊື້​ອາວຸດແສງ​ເລ​ເຊີ ສຳລັບ​ຕໍ່ຕ້ານ​ໂດຣນ

     ເວັບ​ໄຊ​ຂ່າວ​ການ​ທະຫານ​ອຸດສາຫະກຳ​ປ້ອງ​ກັນ​ຊາດ​ເອີ​ຣົບ ລາຍ​ງານ​ໃຫ້​ຮູ້​ວ່າ: ບໍລິສັດ Electro Optic Systems (EOS) ຂອງ​
ອົດ​ສະ​ຕຣາ​ລີ ປະກາດ​ວ່າ, ໄດ້​ຮັບ​ການ​ຈັດ​ຊື້​ໃຫຍ່​ສຳລັບ​ລະບົບ​ອາວຸດ​ແສງເລ​ເຊີ​ທີ່​ມີ​ກຳລັງ​ສູງ100 kW ທີ່​ພັດທະນາ​ຂຶ້ນ​ໃໝ່, ເຊິ່ງ​ອອກ
​ແບບ​ສຳລັບ​ການ​ຕໍ່ຕ້ານ​ໂດຣນ.

     ການ​ຈັດ​ຊື້​ນີ້​ສະແດງ​ເຖິງ​ການ​ສົ່ງ​ອອກ​ລະບົບ​ປ້ອງ​ກັນ​ເລ​ເຊີ 100 kW ຄັ້ງທຳອິດ​ຂອງ​ໂລກ ດ້ວຍ​ສັນຍາ​ທີ່​ມີ​ມູນ​ຄ່າ 71,4 ລ້ານ​ເອີ​ໂຣ
ສົ່ງ​ມອບ​ໃຫ້​ປະເທດ​ສະມາຊິກ​ນາ​ໂຕ​ໃນ​ເອີ​ຣົບ, ສັນຍາ​ນີ້​ກວມເອົາການ​ສະໜອງ​ລະບົບ​ເລ​ເຊີ, ອາ​ໄຫຼ່, ການ​ເຝິກ​ອົບຮົມ ແລະ ເອກະສານ,
ໂດຍ​ມີ​ກຳນົດ​ການ​ຈັດ​ສົ່ງ​ລະຫວ່າງ​ປີ 2025 ຫາ 2028. ລະບົບ EOS ກຳລັງ​ພັດທະນາ​ຄວາມ​ສາມາດ​ຂອງ​ເລ​ເຊີ​ຂອງ​ຕົນ ​ເພື່ອ​ຕອບ​ສະ
ໜອງ​ຄວາມ​ຕ້ອງການ​ຍຸດ​ທະ​ສາດ​ທີ່​ເພີ່ມ​ຂຶ້ນ​ສຳລັບ​ການ​ປ້ອງ​ກັນ​ການ​ໂຈມ​ຕີ​ຈາກ​ຝູງ​ໂດຣນ. ລະບົບ​ໃໝ່​ນີ້​ຕໍ່​ຍອດ​ຈາກ​ຄວາມ​ຊຳນານ​ຂອງ​ບໍ
ລິສັດ​ ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ​ຕໍ່ຕ້ານ​ໂດຣນ ແລະ ຂະຫຍາຍ​ຄວາມ​ສາມາດ​ຂອງ​ຕົນ​ຢ່າງ​ຫຼວງຫຼາຍ​ ເຊິ່ງ​ບໍລິສັດ​ໄດ້​ດຳເນີນ​ການ​ທົດ​ສອບ​ພາກ​ສະ
ໜາມ​ເປັນ​ເວລາ 3 ປີ ແລະ ທົດ​ສອບ​ຍິງ​ທົດ​ລອງ​ຈຳນວນ​ຫຼາຍ​ເທື່ອ ​ໂດຍ​ການ​ຮ່ວມ​ມື​ກັບ​ລູກ​ຄ້າ​ຂອງຕົນ​ ຢ່າງ​ໃກ້ຊິດ​ ເພື່ອ​ຮັບປະກັນ​ປະສິດ
ທິພາບ​ຂອງ​ລະບົບ ແລະ​ຄວາມ​ໜ້າ​ເຊື່ອ​ຖື, ເຊິ່ງ​ອາວຸດ​ເລ​ເຊີ​ປະສົມ​ປະສານ​ລວມ​ລະບົບ​ຄິດໄລ່​ຂັ້ນ​ສູງ, ຣ​າດາ, ລະບົບ​ກວດ​ຈັບ​ໄພ​ຂົ່ມຂູ່, ລະ
ບົບ​ການ​ຕິດຕາມ​ເປົ້າ​ໝາຍ ແລະ ລະບົບ​ລັອກ​ລຳ​ແສງ.

     ບໍລິສັດ EOS ຍັງ​ໄດ້​ກ່າວ​ວ່າ, ການ​ສັ່ງ​ຈັດ​ຊື້​ນີ້​ແມ່ນ​ມາ​ຈາກບໍລິສັດ​ກຳລັງ​ດຳເນີນ​ກິດ ຈະກຳ​ການ​ຕະຫຼາດ, ການ​ຂາຍ ​ແລະ ​ການ​ສາທິດ
​ຜະລິດ​ຕະ​ພັນ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ມີ​ກຳນົດ​​ສະແດງ​ປະສິດຕິພາບ​ໃນ​ງານ DSEI 2025 ໃນ​ລອນ​ດອນ​ ໃນລະຫວ່າງ​ ວັນ​ທີ 9-12 ກັນຍາ ຈະ​
ມາ​ເຖິງນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 18/08/2025