
ກອງທັບອາກາດ ມາເລເຊຍ ຈະຊື້ຍົນສູ້ຮົບ FA-50M (Block 20) ເພີ່ມອີກ 18 ລໍາ

ຕາມແຫຼ່ງຂ່າວ ປ້ອງກັນຊາດອາຊີ ໄດ້ກ່າວວ່າ ກອງທັບອາກາດ ມາເລເຊຍ (RMAF) ມີແຜນຈັດຊື້ຍົນສູ້ຮົບ FA-50M
(Block 20) ຂອງ ສ ເກົາຫຼີ ເພື່ອເພີ່ມຂີດຄວາມສາມາດໃນການປ້ອງກັນນ່ານຟ້າ ແລະ ອະທິປະໄຕຂອງຕົນ. ເຈົ້າໜ້າທີ່ລະດັບ
ສູງຂອງກອງທັບອາກາດ ມາເລເຊຍ ໄດ້ກ່າວວ່າ: ໃນການຊື້ຍົນສູ້ຮົບ ຊຸດນີ້ຈະໄດ້ແບ່ງອອກເປັນ ສອງໄລຍະ ຄືື: ໄລຍະທີ 1 ໄດ້
ເຊັນສັນຍາສຳເລັດແລ້ວຕັ້ງແຕ່ ເດືອນ ພຶດສະພາ 2023 ຈຳນວນ 18 ລໍາ ມູນຄ່າປະມານ 920 ລ້ານໂດລາສະຫະລັດ. ກຳນົດ
ໃຫ້ເລີ່ມສົ່ງ-ມອບຊຸດທຳອິດຢູ່ໃນປີ 2026 ນີ້.
ສ່ວນໄລຍະທີ 2 ມີແຜນຈະຊື້ຕື່ມອີກ 18 ລໍາ ເພື່ອໃຫ້ຄົບຕາມ ຈຳນວນ 36 ລໍາລວມເປັນ 2 ໝູ່ບິນ. ແຫຼ່ງຂ່າວຍັງໃຫ້ຮູ້ອີກ
ວ່າ: ທາງກອງທັບອາກາດ ມາເລເຊຍ ໄດ້ເລີ່ມມີການເຝິກຊ້ອມຂັບຍົນສູ້ຮົບ FA-50M ພ້ອມທັງຊ່າງເຕັກນິກພາກພື້ນດິນ ທີ່ກຳ
ລັງເຝິກແອບ ເພື່ອກຽມພ້ອມໃຊ້ງານເຕັມຮູບແບບທີ່ກ່ຽວຂ້ອງກັບລະບົບຂອງທັງໝົດເຊັ່ນດຽວກັນ.
ແຫຼ່ງທີ່ມາ: ຂກທ
ວັນທີ 18/02/2026