
ປາກິດສະຖານ ເປີດໂຕປືນຕໍ່ຕ້ານ ໂດຣນ ລຸ້ນ SAFRAH

ຂ່າວການທະຫານຕ່າງປະເທດລາຍງານວ່າ: ບໍລິສັດ Global Industrial & Defence Solutions (GIDS) ຂອງປາກິດສະ
ຖານ ໄດ້ນຳເອົາລະບົບຕໍ່ຕ້ານ ໂດຣນ ລຸ້ນ SAFRAH ອອກສູ່ສາຍຕານານາຊາດເປັນເທື່ອທຳອິດ ໃນງານວາງສະແດງອາວຸດຍຸດໂທປະ
ກອນປ້ອງກັນຊາດ 2025 ທີ່ປະເທດເອຢິບ ຫຼື EDEX 2025.
ເຈົ້າໜ້າທີ່ບໍລິສັດ GIDS ກ່າວ່າ: ປືນຕໍ່ຕ້ານໂດຣນ ລຸ້ນ SAFRAH ເປັນເຕັກໂນໂລຊີປ້ອງກັນໄພຍຸກໃໝ່ທີ່ອອກແບບມາເພື່ອ
ກວດຈັບ, ລົບກວນ ແລະ ເຮັດໃຫ້ໂດຣນຂອງສັດຕູບໍ່ສາມາດປະຕິບັດໜ້າທີ່ໃນສະໜາມຮົບໄດ້. ແຫຼ່ງຂ່າວລາຍງານຕື່ມວ່າ: ການເປີດໂຕ
ຄັ້ງນີ້, ເປັນການຍົກບົດບາດຂອງປາກິດສະຖານທີ່ກຳລັງພັດທະນາເຕັກໂນໂລຊີປ້ອງກັນໄພ ລຸ້ນໃໝ່ ແລະ ຄວາມພະຍາຍາມຂອງປະເທດ
ໃນການແຂ່ງຂັນດ້ານເຕັກໂນໂລຊີ ແລະ ວຽກງານປ້ອງກັນຊາດລະດັບໂລກ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/12/2025