ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ-ເບ​ລາ​ຣຸດ ຍົກ​ລະດັບ​ລົດ​ຫຸ້ມ​ເກາະ BTR-60 ໃຫ້​ທັນ​ສະໄໝ

     ຕາມ​ແຫຼ່ງ​ຂ່າວ​ຕ່າງປະເທດ ເຜີຍແຜ່ໃຫ້ຮູ້ເມື່ອ​ບໍ່​ດົນ​ມາ​ນີ້ວ່າ, ຣັດ​ເຊຍ ແລະ ເບ​ລາ​ຣຸດ ໄດ້​ຮ່ວມ​ມື​ກັນ​ປັບປຸງ​ລົດ​ຫຸ້ມ​ເກາະ BTR-60
ໃຫ້​ທັນ​ສະໄໝ ຈາກລຸ້ນມາດຕະຖານ BTR-60 ມາ​ເປັນ BTR-60MB3. ໂຄງການ​ປັບປຸງ​ຄັ້ງ​ນີ້, ແມ່ນ​ດຳເນີນ​ໂດຍ​ໂຮງງານ ​ເບ​ລາ​ຣຸດ
ຮ່ວມ​ມື​ກັບ​ບໍລິສັດ​ປ້ອງ​ກັນ​ປະເທດ​ ຣັດ​ເຊຍ, ໂດຍ​ມີ​ເປົ້າ​ໝາຍ​ທີ່​ຈະ​ແກ້​ໄຂ​ ແລະ ​ຍົກ​ລະດັບ​ໃຫ້​ມີ​ລາຄາ​ຖືກ ສຳລັບ​ບັນດາ​ປະເທດ​ທີ່​ໃຊ້​ລົດ
BTR-60 ໃນ​ປັດຈຸບັນ, ໂດຍ​ສະເພາະ​ໃນ ​ອາ​ຟຣິ​ກາ ແລະ ອາຊີ. ໂດຍ​ລວມ​ແລ້ວ, ການ​ຍົກ​ລະດັບເຄື່ອງ​ຈັກ​ອາຍ​ແກັສ​ເດີມ​ສອງ​ເຄື່ອງ​ຈັກ
​ໄດ້​ຖືກ​ປ່ຽນ​ແທນ​ດ້ວຍ​ເຄື່ອງ​ຈັກ​ກາ​ຊວນ D-245.12S ທີ່​ຜະລິດ​ໂດຍ ​ເບ​ລາ​ຣຸດ, ມີ​ກຳລັງ​ແຮງ 218 ແຮງ​ມ້າ, ເຊິ່ງ​ຄາດ​ວ່າ​ຈະ​ປັບປຸງ​ຄວາມ
ໜ້າ​ເຊື່ອ​ຖື ແລະ ການ​ປະຕິບັດ​ຂອງ​ພາຫະນະ​ໄດ້​ດີກວ່າ​ເກົ່າ. ສຳລັບ​ພາຍ​ໃນ​ຕົວ​ລົດ ໄດ້​ຮັບ​ການ​ປັບປຸງ ແລະ ຕິດ​ຕັ້ງ​ລະບົບ​ເອ​ເລັກ​ໂຕຼ​ນິກ​ທີ່​
ທັນ​ສະໄໝ ລວມ​ທັງ​ກ້ອງ​ວົງ​ຈອນ​ປິດ ເຊື່ອມ​ຕໍ່​ກັບ​ໜ້າ​ຈໍ​ສະແດງ​ຜົນ ເພື່ອ​ຊ່ວຍ​ເພີ່ມ​ຄວາມ​ສາມາດ​ຮັບ​ຮູ້​ສະພາບ​ກ່ຽວ​ກັບ​ສະຖານະ​ການ​ຂອງ
​ການ​ເບິ່ງ​ເຫັນ​ຂອງ​ຜູ້​ຂັບ​ຂີ່. ສະເພາະ​ຝ່າຍ​ ຣັດ​ເຊຍ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຍົກ​ລະດັບ​ກຳລັງ​ອາວຸດ ປະກອບ​ດ້ວຍ ປືນ​ກົນ​ໜັກ ຂະໜາດ
14,5 ​ມມ KPVT ພ້ອມ​ກັບ​ປືນກົນ​ກາງ ຂະໜາດ 7,62 ​ມມ PKT ຕໍ່ຕ້ານ​ເຮືອບິນ.

ແຫຼ່ງທີ່ມາ: ຂກທ
ວັນທີ 17/07/2025