ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດ ພວມ​ເລັ່ງ​ມື​ພັດທະນາ​ສ້າງຍົນ supersonic X-59 ລຸ້ນ​ໃໝ່​ເພື່ອ​ອະນາຄົດ

     ອົງການ NASA ແລະ ບໍລິສັດ Lockheed Martin ໄດ້​ຮ່ວມ​ກັນ ຄົ້ນ​ຄວ້​​າ​ໂຄງການ QueST (Quiet SuperSonic
Technology), ເຊິ່ງ​ມີ​ຈຸດປະສົງ​ເພື່ອ​ສ້າງຍົນ supersonic ທີ່​ມີ​ຄວາມ​ໄວ​ກວ່າ​ສຽງ, ເຊິ່ງ​ໂຄງການ​ດັ່ງກ່າວ​ນີ້​ໄດ້​ຜ່ານ​ຂັ້ນ​ຕອນ
​ຂອງ​ການ​ພັດທະນາ​ແລະ​ ສໍາເລັດ​ໃນ​ຂັ້ນ​ພື້ນຖານ​ຢູ່​ໃນ​ອາກາດ​ສັນຍາ​ການ​ພັດທະນາ ແລະ ຜະລິດ​ຍົນ​ໃນ​ອະນາຄົດ X-59 ໂດຍ​ໄດ້​
ມີ​ການ​ລົງ​ນາມ​ເມື່ອ​ເດືອນ​ ເມສາ 2018 ຜ່ານ​ມາ. ຈາກ​ນັ້ນ, NASA ແລະ Lockheed Martin ໄດ້​ດຳເນີນ​ການ​ຄົ້ນ​ຄວ້​​າ ​ແລະ​
ສໍາເລັດ​ການ​ອອກ​ແບບ​ຈຳລອງ​ໃນ​ທ້າຍ​ປີ 2018, ການ​ຜະລິດ​ໂຄງ​ຮ່າງ​ປະກອບ​ໄດ້​ເລີ່ມ​ທີ່​ໂຮງງານ Lockheed Martin ໃນ ຟາມ​
ເດວ, ລັດ​ກາ​ລິ​ຟໍ​ເນຍ. ຕົກ​ມາ​ຮອດ​ກາງ​ເດືອນ​ທັນວາ​ປີ 2020, ການ​ປະກອບ​ສ້າງ​ໂຄງ​ຮ່າງ​ລຳ​ຕົວ X-59 ພ້ອມ​ກັບ​ລະບົບ​ເທິງ​ລຳ​ໂຕ
​ຍົນ​ໄດ້​ສຳເລັດ. ແລ້ວ​ຈາກ​ນັ້ນ, ກໍ​ໄດ້​ມີ​ການ​ສົ່ງ​ຍົນ​ໄປ​ຍັງ​ໂຮງງານ Lockheed Martin ແຫ່ງ​ອື່ນ​ໃນ​ເມືອງຟອດວອດ ເພື່ອ​ປະກອບ
​ສ້າງ​ອີກ​ເທື່ອ​ໜຶ່ງ​ໃນ​ລະບົບ​ຕໍ່​ໄປ. ນັບ​ຕັ້ງແຕ່​ທ້າຍ​ເດືອນ​ທັນວາ​ປີ​ກາຍ​ນີ້, ການ​ທົດ​ລອງ​ເບື້ອງ​ຕົ້ນ​ຂອງ​ຍົນ​ໄດ້​ຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້​ມາດ
ຕະຖານ​ແລ້ວ, X-59 ຈະ​ຖືກ​ສົ່ງ​ກັບ​ຄືນ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ທົດ​ລອງ​ການ​ບິນ​ເທິງ​ອາກາດ​ທີ່ ຟອດວອດ, ນັກ​ພັດທະນາ​ໄດ້​ທົດ​
ລອງ​ຄົງ​ທີ່​ເຫັນ​ວ່າ, X-59 ແມ່ນ​ລະບົບ​ຕ່າງໆ​ແມ່ນ​ໃຊ້​ໄດ້​ປົກກະຕິ. ນອກຈາກ​ນັ້ນ, ​ການ​ທົດ​ລອງ​ຄົງ​ທີ່​ແມ່ນ​ມີ​ຈຸດປະສົງ​ເພື່ອ​ກຳນົດ​
ຄວາມ​ສ່ຽງ ແລະ ​ຄວາມ​ລົ້ມ​ເຫຼວ​ທີ່​ອາດ​ເປັນ​ໄປ​ໄດ້ ພ້ອມ​ຄວາມ​ແໜ້ນໜາ​ຂອງ​ຖັງ​ນ້ຳມັນ ແລະ ​ທໍ່​ສົ່ງ​ຈະ​ຖືກ​ກວດ​ສອບ​ຢ່າງ​ລະອຽດ.
ຫວ່າງ​ມໍ່ໆມານີ້, ອົງການ NASA ກ່າວ​ວ່າ: ການ​ທົດ​ລອງ​ເບື້ອງ​ຕົ້ນ​ຂອງ X-59 ໄດ້​ຮັບ​ຜົນ​ມາ​ຮອດ​ທ້າຍ​ເດືອນ​ມັງກອນ​ປີ 2022 ມາ
​ເຖິງ​ປັດຈຸບັນ​ປະມານ ແມ່ນ​ໄດ້​ສຳເລັດ 80%, ການ​ກວດກາ​ທັງ​ໝົດ​ເປັນ​ໄປ​ຕາມ​ແຜນການ ແລະ ບໍ່​ມີ​ບັນຫາ​ໃດໆ. ຢ່າງໃດ​ກໍ່​ຕາມ​ຍັງ​
ບໍ່​ສາມາດ​ກຳນົດ​ວັນ​ສຳເລັດ​ໂດຍ​ສົມບູນ​ສຳລັບການ​ທົດ​ລອງ​ທີ່​ຍັງ​ເຫຼືອ, ຈຸດປະສົງ​ກໍ​ເພື່ອ​ຫຼຸດຜ່ອນ​ສຽງ​ລົບ​ກວນ​ຈາກ​ເຄື່ອງ​ຈັກ​ເຊິ່ງ​ບັນຫາ
​ນີ້​ໄດ້​ຖືກ​ແກ້​ໄຂ​ໂດຍ​ການ​ອອກ​ແບບ​ທາງ​ອາກາດ​ພິເສດ​ຂອງ airframe ສາມາດ​ຈຳກັດ​ການ​ຫຼຸດຜ່ອນ​ຄວາມ​ດັງ​ຂອງ​ສຽງ ເມື່ອ​ເວລາ​ບີນ
​ຢູ່​ລະດັບ​ຄວາມ​ສູງ, ກຳນົດ​ລະດັບ​ສຽງ​ບໍ່​ກາຍ 60-75 ເດຊີເບວ (ໃນ​ເມື່ອ​ຍົນ​ມີ​ລະດັບ​ສຽງ​ແຕ່ 100-110 ເດຊີເບວ). ການ​ຫຼຸດຜ່ອນ​ຜົນ
​ກະທົບ ultrasonic ຈະ​ບໍ່​ເຮັດ​ໃຫ້​ເກີດ​ອັນຕະລາຍ​ຕໍ່​ມະນຸດ​ຫຼື​ເປັນ​ອັນຕະລາຍ​ຕໍ່​ສິ່ງແວດລ້ອມ​ຄື​ເມື່ອ​ກ່ອນ.

     ອີງ​ຕາມ​ພື້ນຖານ​ໂຄງການ, ຕົ້ນ​ແບບ X-59 ມີ​ຮູບ​ຮ່າງ​ບາງ, ສູງ, ດ້ານ​ຫາງ​ແມ່ນ​ເຄື່ອງ​ຈັກ General Electric F414. X-59
QueSST ມີ​ຮູບ​ຮ່າງ, ຂະໜາດ ແລະ ການ​ຈັດ​ວາງ​ວັດຖຸ​ເຕັກນິກ​ຍັງຖືກ​ຄິດໄລ່​ອອກ​ແບບ​ເພື່ອ​ຫຼຸດຜ່ອນ​ຄື້ນ​ຊ໊ອກ. X-59 ມີ​ສີ່​ໜ້າ​ຈໍ​
ຂະໜາດ​ທີ່​ແຕກ​ຕ່າງ​ກັນ​ຢູ່​ໃນ dashboard, ຖືກ​ນຳ​ໃຊ້​ເພື່ອ​ສະໜອງ​ຂອງ​ຂໍ້​ມູນ​ຫຼາກ​ຫຼາຍ, ສົມທົບ​ການ​ທຳ​ງານ​ຂອງ windshield,
ຍົນ X-59 ມີ​ຄວາມ​ຍາວ 29 ແມັດ, ປີກ​ຍາວ 9 ແມັດ ແລະ ນ້ຳໜັກ​ສູງ​ສຸດ​ບໍ່​ເກີນ 15 ໂຕນ, ເຄື່ອງ​ຈັກ​ດຽວ​ສາມາດ​ເລັ່ງ​ໄວ​ໄດ້ 1.590
ກິໂລແມັດ​ຕໍ່​ຊົ່ວໂມງ.

ແຫຼ່ງທີ່ມາ: ຂກທ
ວັນທີ 17/02/2026