
ຣັດເຊຍ ກຳລັງນຳໃຊ້ 4 ຍຸດທະວິທີ ທາງທະຫານໃໝ່ ໃນສະໜາມຮົບປັດຈຸບັນ

ວັນທີ 31 ສິງຫາ ທີ່ຜ່ານມານີ້, ຕາມບົດວິເຄາະໂຄງການ OSINT DeepState ແລະ ສື່ທາງ Telegram Manner heim’s
ລາຍງານວ່າ: ກອງທັບຣັດເຊຍ ພວມນຳໃຊ້ຍຸດທະວິທີການທະຫານແບບ ໃໝ່ໃຫ້ແກ່ກຳລັງທະຫານບົກ, ໂດຍສຸມໃສ່ການນຳໃຊ້ລະບົບ
ພາຫະນະບໍ່ມີຄົນຂັບ (UGS) ແລະ ຍົນບໍ່ມີຄົນຂັບ (UAV).
ຕາມບົດຮຽນແບບໃໝ່ນີ້, ການບຸກໂຈມຕີຂະໜາດໃຫຍ່ທີ່ນຳໃຊ້ພົນທະຫານຫຼາຍສິບຄົນແມ່ນຈະບໍ່ນຳໃຊ້ຄືເກົ່າອີກແລ້ວ, ໂດຍຈະ
ຫັນມານຳໃຊ້ວິທີທົດແທນຈຳນວນ 2-4 ຄົນ, ປະຕິບັດງານແບບເປັນເອກະລາດ ແລະ ໜູນຊ່ວຍດ້ວຍ UAV. ຍຸດທະວິທີໃໝ່ນີ້ປະກອບ
ມີ 4 ວິທີຫຼັກຄື: ໜຶ່ງ, ເພີ່ມທະວີການນຳໃຊ້ລະບົບທີ່ບໍ່ມີຄົນຂັບ ແລະ ຫຸ່ນຍົນ ເພື່ອທົດແທນຄົນໃນການປະຕິບັດພາລະກິດໂຈມຕີ, ຫຼຸດ
ຜ່ອນຄວາມສ່ຽງຕໍ່ການເສຍຊີວິດຂອງນັກຮົບ. ສອງ, ຫຼຸດຜ່ອນການໂຈມຕີຂະໜາດໃຫຍ່ທີ່ໃຊ້ພົນທະຫານຫຼາຍສິບຄົນ ແລະ ແທນດ້ວຍ
ກຸ່ມນ້ອຍໆ 2-4 ຄົນ, ສາມ, ຫຼຸດຜ່ອນການປະທະກັນດ້ວຍກຳລັງປະກອບອາວຸດຂະໜາດນ້ອຍ ແລະ ການບຸກໂຈມຕີ ໂດຍກົງຕໍ່ການປະ
ເຊີນໜ້າກັບສັດຕູ. ສີ່, ໃຊ້ລະບົບ UAV ມີບົດບາດໃນການສະໜັບສະໜູນການຍິງໄລຍະໄກ, ຊ່ວຍຫຼຸດຜ່ອນການເພິ່ງພາອາໄສການສູ້ຮົບ
ໄລຍະໃກ້ ແລະ ໃຫ້ຄວາມສຳຄັນໃນຄວາມພະຍາຍາມບຸກໂຈມຕີ ແລະ ເຈາະເລິກເຂົ້າໄປທາງເບື້ອງຫຼັງຂອງສັດຕູ.
ໃນຫວ່າງມໍ່ໆມານີ້, ຣັດເຊຍ ໄດ້ເພີ່ມທະວີການທົດລອງຍົນບໍ່ມີຄົນຂັບ, ພ້ອມກັບການເພີ່ມທະວີການນຳໃຊ້ລະບົບ UAV ເພື່ອປະ
ຕິບັດໜ້າທີ່ຕິດຕາມກວດກາ ແລະ ການໂຈມຕີ. ການພັດທະນາເຫຼົ່ານີ້ສະແດງໃຫ້ເຫັນວ່າ, ເຄຣມລິນ (Kremlin) ມີການລົງທຶນໃສ່ທາງ
ດ້ານເຕັກໂນໂລຊີເຂົ້າໃນບາງວຽກງານການສູ້ຮົບແບບສົງຄາມທັນສະໃໝໃນຍຸກໃໝ່. ການຫັນປ່ຽນຍຸດທະວິທີການໂຈມຕີຂອງ ກອງທັບ
ຣັດເຊຍ ເຫຼົ່ານີ້ ສະທ້ອນເຖິງການປັບຕົວຂອງ ຣັດເຊຍ, ຊີ້ໃຫ້ເຫັນເຖີງຄວາມພະຍາຍາມຂອງຕົນ ໃນການຮັກສາຄວາມສາມາດໃນການ
ຄົ້ນຄິດຍຸດທະວິທີການທະຫານແບບໃໝ່ ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງອັນຕະລາຍຕໍ່ກຳລັງທະຫານໃນສະ ໜາມຮົບ.
ແຫຼ່ງທີ່ມາ: ຂກທ
ວັນທີ 16/09/2025