ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອາກາດ ອິນ​ໂດ​ເນ​ເຊຍ​ ຈະ​​ຊື້ຍົນ​ສູ້​ຮົບ​ລຸ້ນ KF-21 ຈາກສາທາລະນະ​ລັດ​ເກົາຫຼີ

     ສຳນັກ​ຂ່າວ​ໂກລ​ໂບ​ດີ​ເພນ​ຄອບ (GDC) ລາຍ​ງານ​ໃຫ້​ຮູ້​ວ່າ: ກະຊວງ​ປ້ອງ​ກັນ​ປະເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ຈັດ​ກອງ​ປະຊຸມ ​ເພື່ອ​ຄົ້ນ​
ຄວ້າ​ໃນ​ການ​ສັ່ງ​ຊື້​ອາວຸດ​ຍຸດ​ໂທ​ປະກອນ​ທາງ​ການ​ທະຫານ ​ເພື່ອ​ຂີດ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ​ອະທິປະ​ໄຕ ແລະ ນ່ານ​ຟ້າ​ຂອງ​ຕົນ,
ໂດຍ​ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ໃນ​ການ​ສັ່ງ​ຊື້​ຍົນ​ສູ້​ຮົບ​ລຸ້ນ KF-21 ຈາກ ສາທາລະນະ​ລັດ​ເກົາຫຼີ ຈຳນວນ 16 ລໍາ, ໂດຍ
​ຕາມ​ກຳນົດ​ມອບ​ຮັບ​ຢູ່​ໃນ​ລະຫວ່າງ​ປີ 2027-2040. ການ​ສັ່ງ​ຊື້​ຍຸດ​ໂທ​ປະກອນ​ປ້ອງ​ກັນ​ຊາດ​ຈາກ ສ ເກົາຫຼີ​ ຂອງ​ກອງທັບ​ອິນ​ໂດ​ເນ​
ເຊຍ​ໃນ​ຄັ້ງ​ນີ້​, ກໍ​ເພື່ອ​ເປັນ​ການ​ຜັນ​ຂະຫຍາຍ​ການ​ລົງ​ນາມ​ຮ່ວມ​ມື​ທາງ​ການ​ທະຫານ​ທີ່​ຜູ້ນຳ​ສອງ​ປະເທດ​ເຄີຍ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​
ຈຳ ຫຼື MOU ເມື່ອ​ຄັ້ງ​ທີ່​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ເສດຖະກິດ​ອາຊີ-ປາ​ຊີ​ຟິກ​ທີ່​ຈັດ​ຂຶ້ນ​ໃນ​ທ້າຍ​ປີ 2025 ທີ່​ຜ່ານ​ມາ​ທີ່​ປະເທດ​ອິນ​ໂດ​ເນ​
ເຊຍ​ເປັນ​ເຈົ້າພາບ.

     ສຳລັບ​ຍົນ​ສູ້​ຮົບ​ລຸ້ນ KF-21 block II, ແມ່ນ​ຜະລິດ ແລະ ອອກ​ແບບ​ໂດຍ​ບໍລິສັດ​ຫຸ້ນ​ສ່ວນ​ຂອງ​​ສ ເກົາຫຼີ ແລະ ອິນ​ໂດ​ເນ​ເຊຍ ໂດຍ
KF-21 block II ໄດ້​ພັດທະນາ ແລະ ຖືກ​ປັບປຸງ​ມາ​ຈາກ KF-21 block I,ໂດຍ​ຈະ​ໃຊ້ ຄົນ​ຂັບ 1-2 ຄົນ, ເຊິ່ງ​ຍົນ​ສູ້​ຮົບ​ລຸ້ນ​ນີ້​ມີ​ຄວາມ​
ຍາວ 16,9 ແມັດ, ກວ້າງ 11,2 ແມັດ ແລະ ສູງ 4,7 ແມັດ, ສາມາດ​ບັນທຸກ​ນ້ຳໜັກ​ສູງ​ສຸດ​ໄດ້ 25 ໂຕນ, ສາມາດ​ບິນ​ດ້ວຍ​ຄວາມ​ໄວ​ກວ່​​າ​
ສຽງ 1,8 ມັກ ຫຼື 2.200 ກິໂລແມັດ​ຕໍ່​ຊົ່ວໂມງ, ສ່ວນ​ອາວຸດ​ສາມາດ​ຕິດ​ຕັ້ງ​ປືນ​ກົນ​ຂະໜາດ 20 ​ມມ ໄດ້ 1 ກະບອກ, ຕິດ​ຕັ້ງ​ຈະ​ຫຼວດ​ໄລ
ຍະ​ສັ້ນ ແລະ ໄລຍະ​ຍາວ ແບບ​ອາກາດ​ສູ່​ອາກາດ 2 ລູກ, ແບບ​ອາກາດ​ສູ່​ພື້ນ 2 ລູກ. ນອກຈາກ​ນີ້​, ຍັງ​ຕິດ​ຕັ້ງ​ລະ​ເບິດ ແລະ ຈະ​ຫຼວ​ດລຸ້ນ
ໄຮ​ເປີ​ໂຊ​ນິກ​ໄດ້​ອີກ​ດ້ວຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 16/02/2026