ລູກສອນໄຟ Kornet-EM " ເພັດຊະຄາດທຳລາຍລົດຕັງ "
ໃນບັນດາອາວຸດຍຸດໂທປະກອນທີ່ ຣັດເຊຍ ນຳມາເຂົ້າຮ່ວມງານວາງສະແດງສິນຄ້າປ້ອງກັນປະເທດສາກົນ ຫວຽດນາມ 2024
(Vietnam Defense Expo 2024) ແມ່ນລະບົບລູກສອນໄຟຕ້ານລົດຕັງ Kornet-EM ທີ່ຕິດຕັ້ງໃສ່ກັບລົດຫຸ້ມເກາະ Typhoon-K
ທີ່ມີພະລັງງານທຳລາຍແຮງສູງ. ລູກສອນໄຟ Kornet ໄດ້ສະແດງໃຫ້ຜູ້ຊ່ຽວຊານເຫັນ ແລະ ຕີລາຄາວ່າ: ເປັນລູກສອນໄຟຕ້ານລົດຕັງ ທີ່ດີທີ່
ສຸດໃນບັນດາກຳລັງປະກອບອາວຸດຣັດເຊຍ ທີ່ຖືກອອກແບບ ແລະ ພັດທະນາໂດຍພະແນກອອກແບບເຄື່ອງມື KBP ຂອງ ຣັດເຊຍ ໃນຊຸມ
ປີ 1990s, ອາວຸດຖືກອອກແບບຕິດຕັ້ງຢູ່ໃນລົດຫຸ້ມເກາະທີ່ທົນທານຕໍ່ລະເບີດຝັງດີນ Tyhooon-K ທີ່ມີໂຄງສ້າງພາຍນອກຄືຕົວອັກສອນ V
ຊ່ວຍໃຫ້ຍານພາຫະນະມີຄວາມສາມາດສູງທີ່ຈະລອດຊີວິດຈາກລະເບີດຝັງດິນ, ນ້ຳໜັກລູກສອນໄຟປະມານ 8,2 ກິໂລກຣາມ, ສາມາດທຳ
ລາຍໃນໄລຍະ 5,5 ກິໂລແມັດ. ລູກສອນໄຟ Kornet ໃຊ້ລະບົບຄວບຄຸມເລເຊີເຄິ່ງອັດຕະໂນມັດ, ມີຫົວຮົບ ທີ່ຈັດລຽງເປັນຊຸດເພື່ອໂຈມຕີ
ລົດຕັງທີ່ທັນສະໄຫມທີ່ມີເກາະໜາ ຄື Kornet-EM ທີ່ໄດ້ວາງສະແດງຢູ່ ຫວຽດນາມ 2024 ເຊິ່ງເປັນລຸ້ນທີ່ໄດ້ຮັບການປັບປຸງຫຼາຍດ້ານເມື່ອ
ທຽບໃສ່ລຸ້ນມາດຕະຖານ. ຜູ້ຊ່ຽວຊານດ້ານການທະຫານຂອງ ຣັດເຊຍ ແບ່ງປັນວ່າ: Kornet-EM ມີໄລຍະຍິງເພີ່ມຂຶ້ນເຖິງ10 ກິໂລແມັດ,
ຍ້ອນລະບົບການນຳທາງໄດ້ປັບປຸງດີຂຶ້ນ, ລະບົບການຊີ້ນຳສາມາດຕິດຕາມ ແລະ ລັອກເປົ້າຫມາຍອັດຕະໂນມັດ.
ຈຸດເດັ່ນອີກອັນໜຶ່ງຂອງ Kornet-EM ແມ່ນໂຄງປະກອບການຍິງທັງໝົດ 16 ລູກ ຖືກຈັດໃສ່ໃນຕົວລົດຫຸ້ມເກາະ Typhoon-K ເຊິ່ງ
ສາມາດເດີນທາງໄກໄດ້ເຖິງ 800 ກິໂລ ແມັດໃນເສັ້ນທາງຮາບພຽງ ແລະ ຫຼາຍກວ່າ 500 ກິໂລແມັດ ໃນສະພາບພາກສະໜາມທີ່ກັນດານ.
ຂະນະດຽວກັນ Kornet-EM ແມ່ນຖືກຕິດຕັ້ງຢູ່ທາງຫລັງຂອງຕົວລົດ Typhoon-K, ໃນການທົດລອງຕົວຈິງ, ລູກສອນໄຟ Kornet ສາ
ມາດເຈາະຊັ້ນຫຸ້ມເກາະທີ່ໜາເຖິງ 1-1,2 ແມັດ ຂອງເຫລັກ ERA. ຄວາມເຂັ້ມແຂງແທ້ຈິງຂອງ Kornet ໄດ້ຖືກພິສູດໃນສະຫນາມຮົບຕາ
ເວັນອອກໃກ້ ເມື່ອເອົາຊະນະລົດຕັງທີ່ທັນສະໄຫມທີ່ສຸດໃນໂລກ ເຊັ່ນ: M1A2 Abrams ຂອງສະຫະລັດອາເມຣິກາ, Merkava Mark 4
ຫຼື Leopard-2A4 ຂອງເຢຍລະມັນ ເພື່ອບັນລຸປະສິດທິຜົນສູງໃນການສູ້ຮົບ, ຜູ້ປະຕິບັດການ Kornet ຕ້ອງຮັກສາເປົ້າຫມາຍຈົນກວ່າລູກ
ສອນໄຟທຳລາຍເປົ້າໝາຍສຳເລັດ ເຊິ່ງສະຫນອງຄວາມຖືກຕ້ອງສູງເມື່ອທຽບກັບລູກສອນໄຟຕ້ານລົດຕັງລຸ້ນອື່ນໆ.
ແຫຼ່ງທີ່ມາ: ຂກທ
ວັນທີ 15/01/2025