
ກອງທັບລິດຕົວນີ ສັ່ງຊື້ລະບົບລູກສອນໄຟ ໂຈມຕີທາງອາກາດລຸ້ນ SHORAD

ໃນວັນທີ 5 ມັງກອນ 2026 ນີ້ ກອງທັບ ລິດຕົວນີ ໄດ້ອອກມາເປີດເຜີຍກ່ຽວກັບການເຊັນສັນຍາກັບບໍລິສັດຊາບ Saab ຂອງຊູ
ແອັດ ໃນການຕົກລົງສັ່ງຊື້ ລະບົບລູກສອນໄຟໂຈມຕີທາງອາກາດແບບພຶ້ນສູ່ອາກາດ ລຸ້ນ SHORAD (short-range air-defence),
ພາຍຫຼັງການເຈລະຈາສຳເລັດທັງສອງຝ່າຍໄດ້ເຮັດຂໍ້ຕົກລົງຮ່ວມກັນໂດຍທາງກອງທັບລິດຕົວນີຈະສັ່ງຊື້ລະບົບດັ່ງກ່າວ ຈຳນວນ 70 ຊຸດ ໃນ
ມູນຄ່າລວມ 370 ລ້ານໂດລາສະຫະລັດ, ເຊິ່ງມີກຳນົດໄລຍະເວລາໃນການສົ່ງມອບເປັນສອງໄລຍະເວລາຄືໃນລະຫວ່າງປີ 2026-28 ແລະ
ປີ 2028-32. ລາຍງານແຈ້ງວ່າ: ກ່ອນໜ້ານັ້ນ,ໃນປີ 2004 ກອງທັບ ລິດຕົວນີ ເຄີຍຮ່ວມມືກັບບໍລິສັດ ຊາບ ໃນການລົງນາມບົດບັນທືກ
ຊ່ວຍຈຳໃນການສັ່ງຊື້ລະບົບ RBS 70 system, ໃນປີ 2022 ສັ່ງຊື້ລະບົບ MK 2 ແລະ ສັ່ງຊື້ລະບົບປ້ອງກັນການໂຈມຕີທາງອາກາດ
ລຸ້ນ SHORAD (C2) ໃນມູນຄ່າລວມທັງໝົດ 350 ລ້ານໂດລາສະຫະລັດ.
ສຳລັບລະບົບລູກສອນໄຟຕໍ່ຕ້ານການໂຈມຕີທາງອາກາດ SHORAD ເປັນລຸ້ນແບບພຶ້ນສູ່ອາກາດ, ສາມາດໃຊ້ໄດ້ທັງສອງ ລະບົບຄື
ໃຊ້ຄົນແບກຍິງ ແລະ ສາມາດຕິດຕັ້ງໃສ່ລົດລາກແກ່ທາງ ການທະຫານ ຫຼື ລົດຍານເກາະ, ໃນຊຸດປະກອບມີ 70 ລູກ, ຍິງໄກໄດ້ 9 ກິໂລ
ແມັດ,ໃຊ້ກຳລັງພົນໃນການຄວບຄຸມ 2-3 ຄົນ. ແຕ່ກໍມີບາງປະເທດທີ່ນຳໄປດັດແປງຕິດຕັ້ງໃສ່ຍົນສູ້ຮົບແບບອາກາດສູ່ພື້ນ ແລະ ອາກາດສູ່
ອາກາດ ໂດຍຈະຕິດຕັ້ງຂ້າງລະ 3 ລູກ.
ແຫຼ່ງທີ່ມາ: ຂກທ
ວັນທີ 14/01/2026