ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ພິສູດ​ຄວາມ​ເກັ່ງ​ຄັ້ງ​ສຳຄັນ ລະຫວ່າງ ຊູ-57 ກັບ ເອັຟ-35


     ມາ​ປະ​ເຊີນ​ໜ້າ​ກັນ​ຈົນ​ໄດ້ ເຮືອບິນ​ຂັບ​ໄລ່ ລຸ້ນ​ໃໝ່ ທັນ​ສະໄໝ​ສຸດ​ຂອງ​ຍຸກ ເຊິ່ງ​ພາບ​ແບບ​ນີ້ ຈະ​ບໍ່​ຄ່ອຍ​ເຫັນ, ແຕ່​ເກີດ​ຂຶ້ນ​ແລ້ວ ໃນ​
ໂຄງການ Aero India 2025 ທີ່ ຣັດ​ເຊຍ ນຳ​ເອົາ​ຍົນ ລຸ້ນ ຊູ-57 (Sukhoi Su-57) ກັບ ຍົນ ເອັຟ-35 (F-35 Lightning II )
ຂອງ​ສະຫະລັດ ອາ​ເມ​ຣິ​ກາ ມາ​ແຂ່ງຂັນ​ກັນ ເພື່ອ​ຊິງ​ໂຄງການ​ເຮືອບິນ​ຂັບ​ໄລ່ ລຸ້ນ​ຕໍ່​ໄປ​ຂອງ​ກອງທັບ​ອາກາດ​ອິນ​ເດຍ.

     ວັນ​ທີ 10 ກຸມພາ 2025, ງານ​ການບິນ ອິນ​ເດຍ 2025 ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ທີ່​ຖານ​ທັບ​ອາກາດ Yelahanka ເຊິ່ງ
​ຖື​ເປັນ​ນິ​ທັດ​ສະການ​ດ້ານ​ການ​ປ້ອງ​ກັນ​ປະເທດ​ທີ່​ຫຼາຍ​ປະເທດ​ລໍຄອຍ​ຫຼາຍ​ທີ່​ສຸດ ແລະ ປີ​ນີ້ ຈະ​ມີ​ການ​ແຂ່ງຂັນ​ຄັ້ງ​ປະຫວັດສາດ ລະຫວ່າງ
​ເຮືອບິນ​ຮົບ​ຂັບ​ໄລ່​ແບບ​ອຳ​ພາງ​ຕົວ (ຫຼົບ​ຫຼີກ​ການ​ກວດ​ຈັບ​ຂອງ​ຣາ​ດາ​ໄດ້) ລຸ້ນ​ທີ 5 ທີ່​ລ້ຳ​ໜ້າທີ່​ສຸດ 2 ລຳ​ຂອງ​ໂລກ ຄື Su-57 ຂອງ​ຣັດ​
ເຊຍ ແລະ F-35 ຂອງ​ກອງທັບ​ອາກາດ ອາ​ເມ​ຣິ​ກາ. ການ​ປະກົດ​ຕົວ​ຂອງ​ເຮືອບິນ​ສອງ​ລຸ້ນ​ຂອງ​ສອງ​ປະເທດ​ມະຫາ​ອຳນາດ​ໂລກ ໃນ​ງານ​
ການບິນ ອິນ​ເດຍ ເຮັດ​ໃຫ້​ປະເທດ​ອິນ​ເດຍ​ໄດ້​ຮັບ​ໂອກາດ​ອັນ​ຫາ​ຍາກ​ໃນ​ການ​ປະ​ເມີນ​ຂີດ​ຄວາມ​ສາມາດ​ຂອງ​ເຮືອບິນ​ຮົບ​ຂອງ​ສອງ​ຂົ້ວ​ໂລກ​
ດ້ວຍ​ຕົນ​ເອງ, ເນື່ອງ​ຈາກ​ອິນ​ເດຍ ກຳລັງ​ເດີນ​ໜ້າ​ຕາມ​ແຜນການ​ຄົ້ນ​ຫາ​ເຮືອບິນ​ຮົບ​ອະເນກ​ປະສົງ ຈຳນວນ 114 ລຳ ທີ່ດີສຸດ, ການ​ແຂ່ງຂັນ​ນີ້
ຍັງ​ສົ່ງ​ຜົນ​ຕໍ່​ຄວາມ​ຮ່ວມ​ມື​ທາງ​ພູມີສາດ ແລະ ການ​ປ້ອງ​ກັນ​ທາງ​ຍຸດ​ທະ​ສາດ​ທີ່​ກວ້າງຂວາງ​ຂຶ້ນ​ອີກ​ດ້ວຍ.

     ການ​ຊຸກ​ດັນ​ຂອງ​ລັດຖະບານ​ອາ​ເມ​ຣິ​ກາ ໃຫ້​ອິນ​ເດຍ ເພີ່ມ​ການ​ຊື້​ເຕັກ​ໂນ​ໂລ​ຊີ​ທາງ​ທະຫານ​ຂອງ​ສະຫະລັດ ເປັນ​ສ່ວນ​ໜື່ງ​ຂອງ​ຄວາມ​
ພະຍາຍາມ​ເຊິ່ງ​ຍຸດ​ທະສາດ​ ທີ່​ຍິ່ງ​ໃຫຍ່​ກວ່າ ເພື່ອ​ທ້າ​ທາຍອິດ​ທິພົນ​ຂອງ​ ຣັດ​ເຊຍ ໃນ​ດ້ານ​ການ​ປ້ອງ​ກັນ​ປະເທດ​ຂອງ​ອິນ​ເດຍ ໃນ​ຖານະ​
ສ່ວນ​ໜຶ່ງ​ຂອງ​ຄວາມ​ພະຍາຍາມ​ນີ້, ວໍ​ຊິງ​ຕັນ ໄດ້ສົ່ງເສີມ​ຂໍ້​ຕົກ ລົງ​ຮ່ວມ​ຜະລິດ​ເຄື່ອງ​ຈັກ​ເຮືອບິນ​ສູ້​ຮົບ ແລະ ​ພາຫະນະ​ຕໍ່ສູ້ ລວມ​ເຖິງ​ການ​ອະ
ນຸມັດ ໃຫ້​ອິນ​ເດຍ​ຜະລິດ​ພາຫະນະ​ຫຸ້ມ​ເກາະ ສະ​ໄຕຣ​ເກີ (Stryker) ພາຍ​ໃຕ້​ໂຄງ ການ ເຕັກ​ໂນ​ໂລ​ຊີ​ທີ່​ສຳຄັນ ແລະ ເກີດ​ໃໝ່ (iCET).
ສຸດ​ທ້າຍ​ແລ້ວ ຖ້າ​ຕິດຕາມ​ເບິ່ງ​ນຳ​ກັນ​ວ່າ, ກອງທັບ​ອິນ​ເດຍ ຈະ​ເລືອກ​ເຮືອບິນ​ຮົບ​ລຸ້ນ​ໃດ ຂອງ​ປະເທດ​ໃດ ລະຫວ່າງ ສອງ​ຂົ້ວ​ມະຫາ​ອຳນາດ​
ໂລກ ທີ່​ອ້າງ​ວ່າ​ມີ​ເຕັກ​ໂນ​ໂລ​ຊີ​ສຸດ​ຍອດ​ດ້ານ​ເຮືອບິນ​ສູ້​ຮົບຂອງໂລກ.

ແຫຼ່ງທີ່ມາ: ຂກທ
ວັນທີ 13/02/2025