
ກອງທັບເຮືອໄທ ອະນຸມັດສັນຍາໃໝ່ ເພື່ອປ່ຽນເຄື່ອງຈັກເຮືອດໍານໍ້າໃນ 3 ປີຕໍ່ໜ້າ

ເຮືອດຳນໍ້າ CHD620
ວັນທີ 5 ສິງຫາ 2025, ຄະນະລັດຖະບານໄດ້ອະນຸມັດການປັບປຸງສັນຍາການນຳໃຊ້ເຄື່ອງຈັກເຮືອດຳນໍ້າ CHD620 ທີ່ຜະລິດໂດຍປະ
ເທດຈີນ ເຊິ່ງເປັນເຮືອຊັ້ນນຳ S26T Yuan ຂອງກອງທັບເຮືອໄທ ເພື່ອທົດແທນເຄື່ອງຈັກ MTU 396 ທີ່ຜະລິດໂດຍເຢຍລະມັນ.
MTU396 ແມ່ນເຄື່ອງຈັກທີ່ຜະລິດຈາກ ປະເທດເຢຍລະມັນຈາກ MTU, ບໍລິສັດຍ່ອຍຂອງ ໂຣ-ຣອຍ Rolls-Royce Solutions,
ເຊິ່ງຜະລິດເຄື່ອງຈັກເຮືອບິນຂອງອັງກິດ. ຢ່າງໃດກໍຕາມ, ມັນໄດ້ຖືກຜະລິດເປັນເວລາດົນນານມາແລ້ວໃນໂຮງງານຈີນ ພາຍໃຕ້ໃບອະນຸຍາດ
ການຜະລິດຈາກ MTU. ເຄື່ອງຈັກ MTU396 ໄດ້ຖືກຖອນອອກຈາກໂຮງງານຂອງປະເທດ ເຢຍລະມັນ ເປັນເວລາຫຼາຍສິບປີແລ້ວ. ເຈົ້າໜ້າ
ທີ່ຂັ້ນສູງ ຍັງໄດ້ກ່າວຕື່ມວ່່າ: ເຖິງແມ່ນວ່າພວກເຮົາສັ່ງເຄື່ອງຈັກນີ້, ເພາະ ບໍລິສັດ ໂຣ-ຣອຍ ຂອງປະເທດ ເຢຍລະມັນ ບໍ່ສາມາດຜະລິດໄດ້ເພາະ
ວ່າພວກເຂົາໄດ້ເລີ່ມຕົ້ນການຜະລິດເຄື່ອງຈັກໃໝ່.
ສະນັ້ນທາງໂຮງງານຂອງ ເຢຍລະມັນ ໄດ້ຢຸດເຊົາການນຳໃຊ້ MTU396 ເປັນເວລາທົດສະວັດແລ້ວ. ເຫດຜົນທີ່ ຖືກຈີນ ສັ່ງໂຮງງານຂອງ
ເຢຍລະມັນ ຢຸດເຊົາຜະລິດເຄື່ອງຈັກດັ່ງກ່າວ, ຍ້ອນຖືກຈີນບັງຄັບໃຫ້ເອົາອາໄຫຼ່ທີ່ຜະລິດໃນໂຮງງານພາຍໃນປະເທດຕົນເອງ ເຊິ່ງມີຕົ້ນທຶນການ
ຜະລິດ ແລະ ຄ່າໃຊ້ຈ່າຍປະຢັດກວ່າ.
ແຫຼ່ງທີ່ມາ: ຂກທ
ວັນທີ 11/08/2025