ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຢຍ​ລະ​ມັນ​ ກຳລັງ​ດຳເນີນ​ໂຄງການ​ເຮືອ​ດຳ​ນ້ຳລາດຕະເວນ​ລຸ້ນ Class 212CD ຂອງ​ກາ​ນາ​ດາ


ເຮືອ​ດຳ​ນ້ຳ Class 212CD

     ອີງ​ຕາມ​ຂ່າວ​ອຸດ​ສະຫະ​ກຳ​ປ້ອງ​ກັນ​ຊາດ​ເອີ​ຣົບ​ລາຍ​ງານ​ວ່າ: ບໍລິສັດ TKMS ຂອງ​ເຢຍ​ລະ​ມັນ ໄດ້​ເປີດ​ໂຕ​ເວັບ​ໄຊທ໌ Team 212CD,
ໂດຍ​ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ເຢຍ​ລະ​ມັນ, ນອກ​​ແວ ແລະ ກາ​ນາ​ດາ. ຖ້າ​ໂຄງການ​ດັ່ງກ່າວ​ປະສົບ​ຜົນສຳເລັດ, ມັນ​ຈະ
​ສົ່ງ​ຜົນ​ໃຫ້​ມີ​ເຮືອ​ດຳ​ນ້ຳ Class 212CD ທັງ​ໝົດ 24 ລຳ​ໃນ​ສາມ​ປະເທດ​ນີ້.

     ​ງານ​ຂ່າວ​ແຈ້ງ: ເຢຍ​ລະ​ມັນ​ຜະລິດ​ເຮືອ​ດຳ​ນ້ຳ​ພະລັງງານ​ໄຟຟ້າ​ຂອງ​ນາ​ໂຕ ຫຼາຍ​ກວ່າ 70%. ໂຄງການ​ເຮືອ​ດຳ​ນ້ຳ CPSP ຂອງ​ກາ​ນາ​
ດາ​ມີ​ຈຸດປະສົງ ​ເພື່ອ​ທົດ​ແທນ​ເຮືອ​ດຳ​ນ້ຳ​ຊັ້ນ ວີກ​ຕໍ​ເຣຍ Victoria ສີ່​ລຳ​ທີ່​ເຂົ້າ​ຮັບ​ໃຊ້​ກັບ​ກອງທັບ​ເຮືອ​ກາ​ນາ​ດາ​ໃນ​ລະຫວ່າງ​ປີ 2000 ແລະ
2003. (ຍົກເວັ້ນ HMCS Chicoutimi, ເຊິ່ງ​ເກີດ​ໄຟ​ໄໝ້​ໃນ​ລະຫວ່າງ​ທາງ​ໄປ​ກາ​ນາ​ດາ ແລະ ຕ້ອງການ​ການ​ສ້ອມແປງ​ກ່ອນ​ທີ່​ຈະ​ຖືກ​
ນຳ​ເຂົ້າປະຈໍາການໃນ​ປີ 2015), ເຊີ່ງກອງທັບ​ເຮືອ​ກາ​ນາ​ດາ​ ມີ​ຄວາມ​ຕ້ອງການ​ເຮືອ​ດຳ​ນ້ຳ​ທົດ​ແທນຈໍານວນ 12 ລຳ, ເຊິ່ງ​ກຳນົດ​ຈະ​ເລີ່ມ​ຮັບ​
ມອບໃນ​ປະມານ 10 ປີ.

     ໃນ​ທ້າຍ​ປີ​ກາຍ​ນີ້, ລັດຖະບານ​ກາ​ນາ​ດາ​ໄດ້​ປະກາດ​ວ່າ​ຜູ້​ຜະລິດ​ເຮືອ​ດຳ​ນ້ຳ​ສອງ​ບໍລິສັດ​ໄດ້​ຜ່ານ​ຂັ້ນ​ຕອນ​ການ​ຮັບຮອງ​ຄຸນສົມບັດ​ເບື້ອງ​
ຕົ້ນ​ສຳລັບ​ໂຄງການ​ເຮືອ​ດຳ​ນ້ຳ CPSP ຄື: TKMS ຂອງ​ເຢຍ​ລະ​ມັນ (ສະເໜີ​ເຮືອ​ດຳ​ນ້ຳ​ຊັ້ນ 212CD) ແລະ Hanwha Ocean ຂອງ
ສ ເກົາຫຼີ (ສະເໜີ​ເຮືອ​ດຳ​ນ້ຳ​ຊັ້ນ KSS III).

ແຫຼ່ງທີ່ມາ: ຂກທ
ວັນທີ 11/03/2026