ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ໄດ້​ທົດ​ລອງ​ປ່ອຍ​ດາວ​ທຽມ “ຈູ​ເຈີຍ–3 (Zhuque-3)
ທີ່​​ຍິງ​ຂຶ້ນ​ແລ້ວ​ສາມາດ​ກັບ​ຄືນ​ສູ່​ໂລກ​ໄດ້

     ວັນ​ທີ 3 ທັນວາ ບໍລິສັດ LandSpace ຂອງ​ປະເທດ​ ຈີນ ໄດ້​ທົດ​ລອງ​ຍິງ​ດາວ​ທຽມ ລຸ້ນ​ໃໝ່ “ຈູ​ເຈື່ຍ–3 (Zhuque-3)” ເຊິ່ງ​
ເປັນ​ດາວ​ທຽມ​ທີ່​ອອກ​ແບບ​ໃຫ້​ກັບ​ຄືນ​ສູ່​ໂລກ​ໄດ້​ເພື່ອ​ນຳ​ກັບ​ມາ​ໃຊ້​ໃໝ່​ໄດ້​ເປັນ​ຄັ້ງ​ທຳ​ອິດ​ຂອງ​ບໍລິສັດ. ເຖິງ​ວ່າ​ດາວ​ທຽມຈະ​ເດີນທາງ​ຂຶ້ນ​ສູ່​
ອາ​ວະ​ກາດ​ໄດ້​ຕາມ​ແຜນການ​ທີ່​ກຳນົດ​ໄວ້​ກໍ່​ຕາມ, ແຕ່​ຈະ​ຫຼວດ​ທ່ອນ​ທີ 1 ບໍ່​ປະສົບ​ຜົນສໍາເລັດ ແລະ ລະເບີດ​ຢ່າງ​ຮຸນ​ແຮງ​ໃນ​ຂະນະ​ທີ່​ພະ
ຍາຍາມ​ກັບ​ຄືນ​ສູ່​ໂລກ​ເພື່ອ​ລົງ​ຈອດ​ໃນ​ສະຖານີກະສວຍ​​ອາ​ວະ​ກາດ. ການ​ທົດ​ລອງ​ຄັ້ງນີ້​ໄດ້​ປ່ອຍ​ຢູ່​ຖານ​ປ່ອຍ​ດາວ​ທຽມ​ຈິ່ວ​ຈ້ຽນ (Juquan
Satellite Launch Center) ທາງ​ພາກ​ຕາເວັນຕົກ​ສຽງ​ເໜືອຂອງ ​ຈີນ. ແຮງ​ລະເບີດ​ທີ່​ຮຸນ​ແຮງ​ນັ້ນໄດ້​ທຳລາຍ​ຄວາມ​ຫວັງ​ຂອງ ບໍລິສັດ
LandSpace ໃນ​ການ​ກ້າວ​ຂຶ້ນ​ເປັນ​ບໍລິສັດ​ອັນ​ດັບ 3 ຂອງ​ໂລກ​ທີ່​ສາມາດ​ນຳ​ຈະ​ຫຼວດ​ກັບ​ມາ​ໃຊ້​ໃໝ່​ໄດ້​ສຳເລັດ ຕໍ່​ຈາກ SpaceX ຂອງ
ອີ​ລອນ ​ມາກ ແລະ Blue Origin ຂອງ ເຈ​​ບ ເບ​ໂຊ​​ດ ຈາກ​ສະຫະລັດ.

     ຕາມ​ລາຍ​ງານຂອງ ຊິນ​ຮວ່​​າ, ຫຼັງ​ຈາກ​ຈະ​ຫຼວດ​ຖືກ​ຍິງ​ຂຶ້ນ​ໄປ​ແລ້ວ ຈະ​ຫຼວດ​ບໍ່​ສາມາດ​ລົງ​ຈອດ​ແບບ​ນຸ່ມ​ນວນ​ໄດ້ (Soft Landing)
ເນື່ອງ​ຈາກ​ເກີດຄວາມ​ຜິດ​ປົກກະຕິ​ໃນ​ການ​ເຜົາ​ໄໝ້​ຂອງ​ເຄື່ອງ​ຈັກ ໃນ​ຂະນະ​ທີ່​ກຳລັງ​ຫຼຸດ​ລະດັບ​ຄວາມ​ແຮງ​ລົງ​ສູ່​ຖານ​ປ່ອຍ​ອາ​ວະ​ກາດ. ແຕ່​
ສາເຫດ​ແທ້​ຈິງ​ຍັງ​ຢູ່​ໃນ​ຂັ້ນ​ຕອນວິເຄາະ ແລະ ສືບສວນ. ເຈົ້າ​ໜ້າທີ່​ຂັ້ນ​ສູງ ຂອງ​ບໍລິສັດ ກ່າວ​ວ່າ ຂໍ້​ມູນ​ທີ່​ໄດ້​ຈາກ​ການ​ທົດ​ສອບ​ນີ້​ຈະ​ຖືກ​ນຳ
ໄປ​ປັບປຸງ​ລະບົບ​ທີ່​ສາມາດ​ກັບ​ຄືນ​ມາ​ໃຊ້​ໃໝ່​ໃຫ້​ດີ​ຂຶ້ນກວ່າເກົ່າ. ການບໍ່ບັນລຸຕາມເປົ້າໝາຍ​ຂອງ Zhuque-3 ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ
​ຫຍຸ້ງຍາກ ທີ່​ຕ້ອງ​ໃຊ້​ການ​ຄວບ​ຄຸມ​ທີ່​ແມ່ນ​ຢຳ​ສູງ ທັງ​ການ​ກັບ​ຫົວ​ຈະ​ຫຼວດ, ການ​ຫຼຸດ​ຄວາມ​ໄວ​ກວ່າ​ສຽງ, ແລະ ການ​ຕິດ​ເຄື່ອງ​ຈັກ​ຊ້ຳ​ໃນ​ເວ
ລາ​ສັ້ນໆ ກ່ອນ​ຈະ​ເຖິງ​ໜ້າດິນ. ມີ​ຄວາມ​ສູນ​ເສຍ​ການ​ຄວບ​ຄຸມ ຫຼື ລົງ​ຈອດ​ຜິດ​ຕຳແໜ່ງ ທັ້ງ​ຍັງ​ອາດ​ຈະ​ເຜົາ​ໄໝ້​ໄຟ​ໃນ​ຊັ້ນ​ບັນຍາກາດ​ກ່ອນ
​ຖິງ​ໜ້າ​ໂລກ. ເຖິງ​ວ່າການ​ທົດ​ລອງ​ຈະ​ບໍ່ປະສົບຜົນສໍາເລັດ, ແຕ່​ເປັນ​ການ​ທົດ​ລອງ​ທີ່​ຫາ​ປະສົບ​ການ ແລະ ຈຸດ​ທີ່​ຜິດພາດ ຖື​ວ່າ​ນັບ​ເປັນ​​​ບາດ
ກ້າວ​ໃຫຍ່​ສຳລັບ ບໍລິສັດ ອຸດສາຫະກຳ​ຈະ​ຫຼວດ​ເອກະ​ຊົນ​ຂອງ​ ຈີນ ເພາະ LandSpace ນຳ​ໜ້າ​ຄູ່​ແຂ່ງ​ອື່ນໆ ເຊັ່ນ Ispace, Galactic
Energy ແລະ Deep Blue Aerospace ທີ່​ຍັງ​ພັດທະນາ​ຈວດ​ຂະໜາດ​ນ້ອຍ ຫຼື​ ຍັງ​ບໍ່​ພ້ອມ​ໃນ​ລະດັບ​ດຽວ​ກັບ​ຈະ​ຫຼວດ​ທີ່​ໃຊ້​ແລ້ວ​ນຳ​
ກັບ​ມາ​ໃຊ້​ໃນ​ຮອບ​ໃໝ່​ໄດ້​ຢ່າງ​ສະຫະລັດ. ຖ້າ​ໃນ​ການ​ທົດ​ລອງ​ຄັ້ງ​ຕໍ່​ໄປ LandSpace ຈະ​ສາມາດ​ເຮັດ​ໃຫ້ Zhuque-3 ປະສົບ​ຜົນສຳເລັດ​
ໄດ້ ມັນ​ຈະ​ກາຍເປັນ​ຈະຫຼວດ​ຂົນສົ່ງ​ຂຶ້ນ​ວົງ​ໂຄຈອນ​ທີ່​ນຳ​ກັບ​ໃຊ້​ໃໝ່​ໄດ້​ລຳ​ທຳ​ອິດ​ຂອງ​ ຈີນ ແລະ​ ຈະ​ມີ​ບົດບາດ​ສຳຄັນ​ຕໍ່​ຍຸດ​ທະ​ສາດອາ​ວະ​ກາດ​
ຂອງ​ ຈີນ ​ໄດ້. ໂດຍ​ສະເພາະ​ແຜນການ​ປ່ອຍ​ດາວ​ທຽມ​ວົງ​ໂຄຈອນ​ຕໍ່າຈຳນວນ​ຫຼາຍ ເພື່ອ​ແຂ່ງຂັນ​ກັບ​ໂຄງການ Starlink ຂອງ SpaceX.
LandSpace ລະບຸ​ວ່າ ເມື່ອ​ລະບົບ​ພ້ອມ​ສົມບູນ Zhuque-3 ຈະ​ນຳ​ກັບ​ມາ​ໃຊ້​ໄດ້​ຢ່າງ​ນ້ອຍ 20 ຄັ້ງ ແລະ ຂົນສົ່ງ​ດາວທຽມ​ໄດ້​ທີ່​ມີ​ນ້ຳ
ໜັກ​ເຖິງ 18 ໂຕນ. ທາງ​ດ້ານ ອີ​ລອນ ​ມາກ໌ ຂອງ SpaceX ເຄີຍ​ໃຫ້​ຄວາມ​ເຫັນ​ໄວ້​ເມື່ອ​ເດືອນຕຸລາ ທີ່​ຜ່ານ​ມາ​ວ່າ “ພວກ​ເຂົາ​ອາດ​ຈະ​ເຮັດ​
ໄດ້​ດີ​ກວ່າ Falcon 9 ຂອງ SpaceX ຫຼາຍເທົ່າ.” ແຕ່​ປະສົບ​ການ​ຂອງ SpaceXໃນໄລຍະ​ຫຼາຍ​ປີທີ່ຜ່ານມາຈະ​ເປັນ​ອຸປະສັກ​ໃຫຍ່ ເພາະ
SpaceX ໃຊ້​ເວລາ​ຫຼາຍ​ປີ​ຈົນ​ສາມາດເຮັດ​ໃຫ້ Falcon9 ລົງ​ຈອດ​ໄດ້​ສຳເລັດ​ເທື່ອ​ທຳ​ອິດ​ໃນ​ປີ 2015 ຫຼັງ​ຈາກ​ໄດ້​ລົ້ມ​ມາຫຼາຍ​ຄັ້ງ. ປັດຈຸບັນ
SpaceX ແມ່ນ​ບໍລິສັດ​ດຽວ​ທີ່​ສາມາດ​ນຳ​ດາວ​ທຽມ​ກັບ​ມາ​ໃຊ້​ໃໝ່​ໄດ້​ຢ່າງ​ຕໍ່​ເນື່ອງ ແລະ ບາງ​ບູ​​ສເຕີ​ຖືກ​ໃຊ້​ງານ​ເກີນ 20 ຄັ້ງ ແລ້ວ. ປັດຈຸບັນ
ອຸດສາຫະກຳ​ດາວ​ທຽມ​ກັບ​ມາ​ໃຊ້​ໃໝ່​ໃນ​ທົ່ວ​ໂລກ ທັ້ງ​ເອີ​ຣົບ, ອິນ​ເດຍ, ຈີນ ແລະ ສະຫະລັດ ກຳລັງ​ຕິດຕາມ​ແນວທາງ​ຂອງ SpaceX. ແຕ່​
ປະສົບ​ການ ແລະ ຄວາມ​ຖີ່​ໃນ​ການ​ປ່ອຍ​ດາວ​ທຽມ​ຕິດຕໍ່​ກັນ​ກວ່າ 10 ປີ​ຂອງ Falcon 9 ແມ່ນບັນຫາ​ສຳຄັນ​ທີ່​ຄູ່​ແຂ່ງ​ຍັງ​ບໍ່​ທັນ​ປະສົບ​ຜົນສຳ
ເລັດ ແລະ ເຮັດ​ໃຫ້ SpaceX ຄວບ​ຄຸມ​ຕະຫຼາດ​ການ​ປ່ອຍ​ດາວ​ທຽມ​ຂະໜາດ​ກາງ-ໃຫ່ຍ ​ເກືອບ​ທັງ​ໝົດ. ເຖິງ​ວ່າການ​ທົດ​ທອງ​ຄັ້ງ​ລ່າ​ສຸດ​ຂອງ
LandSpace ຈະ​ບໍ່​ສຳເລັດ ແຕ່​ນັກ​ວິເຄາະ​ເບິ່ງ​ວ່າ ນີ້​ແມ່ນ​ບາດກ້າວ​ສຳຄັນ​ໃນ​ການ​ແຂ່ງຂັນ​ດ້ານ​ເຕັກ​ໂນ​ໂລຊີ​ອາ​ວະ​ກາດ​ຍຸກ​ໃໝ່ ທີ່ມີເປົ້າໝາຍ​
ໄປ​ສູ່​ອະນາຄົດ​ທີ່​ນຳ​ໃຊ້ ຕົ້ນ​ທຶນ​ຕໍ່າ, ປ່ອຍ​ໄດ້​ຖີ່, ແລະ ນຳ​ກັບ​ໃຊ້​ໃໝ່​ໄດ້ ເຊິ່ງ​ອາດ​ຈະ​ເປັນ​ຕົວ​ກຳນົດ​ອຳນາດ​ຂອງ​ປະເທດ ແລະ ບໍລິສັດ​ໃນ​ອາ
​ວະ​ກາດ​ໃນ​ທົດ​ສະ​ວັດ​ໜ້າ.

ແຫຼ່ງທີ່ມາ: ຂກທ
ວັນທີ 10/12/2025