ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕຣວກ​ກີ​ ນຳ​ສະເໜີຍົນ​ບໍ​່ມີ​ຄົນ​ຂັບ Aksungur UAV ລຸ້ນ​ໃໝ່

     ໜັງສືພິມ Army Recog nition ລາຍ​ງານ​ວ່າ: ກຸ່ມ​ອຸດສາຫະກຳ​ການ​ບິນ​ອາ​ວະ​ກາດ​ຂອງ ຕຣວກ​ກີ (TAI) ໄດ້​ເຜີຍແຜ່​ວີ​ດີ​ໂອ​ການ
​ທົດ​ລອງ​ບິນ​ຍົນ​ບໍ່​ມີ​ຄົນ​ຂັບ ລຸ້ນ Aksungur (UAV) ຂອງ​ຕົນ ທີ່​ໃຊ້​ເຄື່ອງ​ຈັກ Super Simsek ສອງ​ເຄື່ອງ​ຈັກ​ຕິດ​ຕັ້ງ​ຢູ່​ໃຕ້​ປີກຂອງ​ມັນ,
ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ແຜນການ​ຂອງ​ຕຣວກ​ກີ​ເພື່ອ​ເລັ່ງ​ການ​ພັດທະນາ​ໂຄງ​ສ້າງ UAV ຂອງ​ຕົນ.

     ໃນ​ໄລຍະ​ເບື້ອງ​ຕົ້ນ​ຂອງ​ການ​ທົດ​ລອງ​ແມ່ນ​ສຸມ​ໃສ່​ການ​ກວດ​ລອງ​ຄວາມ​ສາມາດ​ໃນ​ການ​ບັນທຸກ, ການ​ຂະຫຍາຍ​ລະດັບ​ການບິນ ແລະ
ການ​ນຳ​ໃຊ້ UAV “ລູກ” ຢ່າງ​ປອດ​ໄພ​ຈາກ UAV “ແມ່. ກ່ອນ​ໜ້າ​ນີ້, ກຸ່ມ TAI ຍັງ​ໄດ້​ທົດ​ລອງ​ການ​ນຳ​ໃຊ້ UAV Super Simsek ໃສ່​
ກັບ UAV Anka ທີ່​ໃຫຍ່​ກວ່າ, UAV ຫຼາຍ​ຊະນິດ​ສາມາດ​ເຮັດ​ໜ້າທີ່​ເປັນ "ເຮືອ​ບິນ​ແມ່," ແລະ UAV "ລູກ" ສາຍ​ດຽວ​ກັນ​ສາມາດ​ນຳ​ໃຊ້​
ເພື່ອ​ປະຕິບັດ​ພາລະກິດ​ແຕກ​ຕ່າງ​ກັນ. ລາຍ​ງານ​ແຈ້ງວ່າ: Aksungur ເປັນ UAV ລະດັບ​ກາງ​ທີ່​ສາມາດ​ປະຕິບັດ​ການ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ,
ການ​ເຝົ້າ​ລະວັງ, ການ​ລາດຕະເວນ​ທາງບົກ (ISR) ແລະ ການ​ລາດຕະເວນ​ທາງ​ທະເລ, ການ​ລວບ​ລວມ​ຂໍ້​ມູນ​ສືບ​ລັບ​ສັນຍານ ແລະ ພາລະກິດ
​ໂຈມ​ຕີ​ທັງ​ໃນ​ສະພາບ​ກາງເວັນ ແລະ ກາງຄືນ. ເຮືອ​ບິນ​ມີ​ຄວາມ​ຍາວ 12,5 ແມັດ, ສູງ 3,1 ແມັດ, ມີ​ປີກ​ກວ້າງ 24,2 ແມັດ ແລະ ບັນທຸກ
​ນ້ຳໜັກ​ເວລາ​ບິນ​ຂຶ້ນ​ສູງ​ສຸດ 3,3 ໂຕນ. Aksungur ມີ​ເສົາ​ສາມ​ເສົ້າ​ຕັ້ງ​ຢູ່​ແຕ່​ລະ​ປີກ, ສາມາດ​ບັນທຸກ​ນ້ຳໜັກ​ໄດ້​ເຖິງ 750 ກິ​ໂລ. ໂດຍ​ການ​
ໃຊ້​ເຄື່ອງ​ຈັກ​ກາ​ຊວນ PD-170 ສອງ​ເຄື່ອງ​ທີ່​ມີຄວາມ​ແຮງ, ແຕ່​ລະ​ເຄື່ອງ​ມີ​ກຳລັງ 170 ແຮງ​ມ້າ. Aksungur ສາມາດ​ບັນລຸ​ຄວາມ​ໄວ​ສູງ​ສຸດ
250 ກິໂລແມັດ​ຕໍ​່ຊົ່ວໂມງ, ມີ​ໄລຍະ​ທາງ 6.500 ກິໂລແມັດ, ເພດານ​ບິນ​ສູງ​ເກືອບ 12.200 ແມັດ ແລະ ສາມາດ​ບີນ​ຢ່າງ​ຕໍ່​ເນື່ອງ​ເປັນ​ເວລາ
50 ຊົ່ວໂມງ, ຂະນະ​ດຽວ​ກັນ Super Simsek ເປັນ​ຍົນ​ບໍ່​ມີ​ຄົນ​ຂັບ​ຍຸດທະວິທີ ຍາວ 1,2 ແມັດ, ສູງ 75 ແມັດ, ມີ​ປີກ​ຍາວ 2,45 ແມັດ
ແລະ ນ້ຳໜັກ​ບິນ​ຂຶ້ນ​ສູງ​ສຸດ 200 ກິ​ໂລ, ຮອງ​ຮັບ​ນ້ຳໜັກ​ໄດ້​ເຖິງ 50 ກິ​ໂລ. ຕິດ​ຕັ້ງ​ເຄື່ອງ​ຈັກ​ສາມາດ​ບັນລຸ​ຄວາມ​ໄວ​ສູງ​ກວ່າ1.000 ກິໂລ
ແມັດ​ຕໍ່​ຊົ່ວໂມງ, ປະຕິບັດ​ງານ​ຢູ່​ທີ່​ລະດັບ​ຄວາມ​ສູງ​ເກືອບ 10.500 ແມັດ ແລະ ບີນ​ຢ່າງ​ຕໍ່​ເນື່ອງ​ປະມານ 80 ນາທີ, ຊ່ວຍ​ໃຫ້​ມັນ​ສາມາດ​ປະ
ຕິບັດ​ງານ​ທາງ​ອາກາດ​ໃນ​ໄລຍະ​ທາງ​ປະມານ 900 ກິໂລແມັດ​ຢ່າງ​ທົນ​ທານ.

ແຫຼ່ງທີ່ມາ: ຂກທ
ວັນທີ 10/04/2026