ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດ​ຕັງ T-90S Bhishma ຂອງ​ອິນ​ເດຍ ມາ​ຈາກ ຣັດ​ເຊຍ


ລົດ​ຕັງ T-90S Bhishma

     ໃນ​ການ​ເດີນ​ຂະ​ບວນ​ໃນ​ ວັນຊາດ​ສາທາລະນະ​ລັດ ອິນ​ເດຍ ໄດ້​ນຳ​ສະເໜີ​ລົດ​ຕັງ T-90S Bhishma ເຊິ່ງ​ແມ່ນ​ກະດູກ​ສັນຫຼັງ​ຂອງ​ເຫຼົ່າ
​ຮົບ​ຫຸ້ມ​ເກາະ​ຂອງ​ກອງທັບ​ຕົນ. T-90S Bhishma ຂອງ​ອິນ​ເດຍ ແມ່ນ​ລົດ​ຕັງ​ຕົ້ນ​ແບບ T-90 ທີ່​ຜະລິດ​ໂດຍ ຣັດ​ເຊຍ, ຖື​ເປັນ​ລົດ​ຕັງ​ທີ່​ກ້າວ
ໜ້າ​ທີ່​ສຸດ ​ໃນ​ໂລກ, ໂດຍ​ມີ​ປືນ​ໃຫຍ່​ຂະໜາດ 125 ​ມມ ແລະ ລະບົບ​ຄວບ​ຄຸມ​ການ​ຍິງ​ທີ່​ທັນ​ສະໄໝ.

     T-90S ໄດ້​ພິສູດ​ແລ້ວ​ວ່າ, ເປັນ​ອາວຸດ​ທີ່​ມີ​ປະສິດທິພາບ​ສູງ​ໃນ​ສະໜາມຮົບ, ສາມາດ​ປະຕິບັດ​ງານ​ໃນ​ສະພາບ​ແວດ​ລ້ອມ​ທີ່​ຫຼາກ​ຫຼາຍ,
ຈາກ​ທະເລຊາຍ​ໄປ​ສູ່​ພູ​ດອຍ, ພາຫະນະ​ນີ້​ ເປັນ​ທາງ​ເລືອກ​ທີ່​ເໝາະ​ສົມ​ສຳລັບ​ກອງ ທັບ​ອິນ​ເດຍ. ດ້ານ​ສະມັດ​ຕະ​ພາບ​ຂອງ T-90S ມີ​ກຳລັງ​
ເຄື່ອນ​ທີ່ ແລະ ກຳລັງ​ຍິງ​ທີ່​ແມ້ນ​ຢຳ, ສາມາດ​ໂຈມ​ຕີ​ເປົ້າ​ຫມາຍ​ໄດ້​ໃນ​ໄລຍະ​ໄກ, ມີ​ລະບົບ​ຫຸ້ມ​ເກາະ ແລະ ລະບົບ​ຕ້ານທານ​ການ​ປ້ອງ​ກັນ​ທີ່​
ແຂງ​ແກ່ນ ສຳລັບ​ທີມ​ປະຈຳ​ລົດ. T-90S ຖືກ​ປັບປຸງ ແລະ ອອກ​ແບບ​ມາ​ສະເພາະ​ສຳລັບ​ກອງທັບ​ອິນ​ເດຍ, ມີ​ລັກສະນະ​ພິເສດ​ເພື່ອ​ຕອບ​ສະ
ໜອງ​ຕາມ​ສະພາບ​ແວດ​ລ້ອມ​ຂອງ​ພູມີ​ປະເທດ, ມີ​ລະບົບ​ປ້ອງ​ກັນ​ທີ່​ພັດທະນາ​ຢູ່​ພາຍໃນ​ປະເທດ, ມີ​ຄວາມ​ສາມາດ​ຕ້ານ ທານ​ກັບ​ລູກ​ສອນ​ໄຟ​
ນຳ​ວິຖີ​ຕ້ານ​ລົດ​ຕັງ ແລະ ລູກ​ລະເບີດ​ຂອງ​ສັດຕູ.

     ລັກສະນະ​ທີ່​ໂດດ​ເດັ່ນ​ອີກ​ດ້ານ​ໜຶ່ງ​ແມ່ນ, ການ​ລວມ​ເອົາ​ເກາະ​ປະສົມ​ທີ່​ຜະລິດ​ໂດຍ​ອິນ​ເດຍ ​ແລະ ວັດ​ສະ​ດຸ​ຫຸ້ມ​ເກາະ (ERA) ທີ່​ນຳ​ເຂົ້າ​
ຈາກ​ຕ່າງປະເທດ, ເຊິ່ງ​ສະໜອງ​ການ​ປ້ອງ​ກັນ​ທີ່​ດີ​ຕໍ່​ການ​ຮັບ​ມື​ກັບ​ອາວຸດ​ຕ້ານ​ລົດ​ຕັງ​ທີ່​ທັນ​ສະໄໝ​ຂອງ​ສັດຕູ.

ແຫຼ່ງທີ່ມາ: ຂກທ
ວັນທີ 10/02/2025