ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາກ​ຊັງ​ຕິນ ​ໄດ້​ຮັບຍົນ​ສູ້​ຮົບ F-16AM/BM ຊຸດ​ທຳ​ອິດ 6 ລໍາ ຈາກ​ດານ​ມາກ


     ຕາມ​ແຫຼ່ງ​ຂ່າວ defence industry europe ກ່າວ​ວ່າ: ອາກ​ຊັງ​ຕິນ​ໄດ້​ຮັບ​ຍົນ​ສູ້ຮົບ່ F-16AM/BM ຊຸດ​ທຳ​ອິດ​ຈຳນວນ 6 ລຳ ຕາມ
​ແຜນການ​ຈັດ​ຊື້​ຍົນ​ທັງ​ໝົດ 25 ລຳ ທີ່​ລັດຖະບານ​ກຳນົດ​ໄວ້. ຍົນ​ຂັບ​ສູ້ຮົບ Lockheed Martin F-16AM/BM Fighting Falcon ມື​
ສອງ​ຈາກດານ​ມາກ ໃນ​ນັ້ນ, ​ໄດ້​ເດີນທາງ​ເຖິງ​ສະໜາມ​ບິນ​ອາກ​ຊັງ​ຕິນ​ໃນ​ວັນ​ທີ 5 ທັນວາ​ທີ່​ຜ່ານ.

     ນາຍ​ທະຫານ​ຂັ້ນ​ສູງ​ຂອງ​ອາກ​ຊັງ​ຕິນ​ໄດ້​ກ່າວ​ສື່​ມວນ​ອີ​ກວ່າ: ຍົນ​ສູ້ຮົບ​ທັງ 6 ລຳ​ໄດ້​ບິນ​ຈາກ​ດານ​ມາກ​ດ້ວຍ​ການ​ແວ່​ພັກ​ເພື່ອ​ກວດ​ສອບ​ທາງ
ດ້ານ​ເຕັກ​​​ນິກ​ຫຼາຍ​ຈຸດ ແລະ ມີ​ຍົນ​ເຕື່ມ​ນ້ຳມັນ​ກາງ​ອາກາດ ລຸ້ນ Boeing KC-135 Stratotanker ຂອງ​ສະຫະລັດ ບິນ​ມາ​ພ້ອມ 3 ລຳ ເພື່ອ
​ເຕື່ມ​ນ້ຳມັນ​ກາງ​ອາກາດ. ການ​ຮັບ​ມອບ​ຄັ້ງ​ນີ້​ເປັນ​ຂັ້ນ​ຕອນ​ສຳຄັນ​ໃນ​ການ​ຍົກ​ສູງ​ຂີດ​ຄວາມ​ສາມາດ​ຂອງ​ກອງທັບ​ອາກາດ​ອາກ​ຊັງ​ຕິນ. ສະນັ້ນ, ​ທາງ
ລັດຖະບານ​ຈື່ງໄດ້​ສັ່ງ​ຊື້ F-16AM/BM ມື​ສອງ​ຈາກ​ດານ​ມາກ​ທັງ​ໝົດ 25 ລຳ ຮ່ວມ​ທັງ​ຍົນ​ສູ້ຮົບທີ່​ບໍ່​ໄດ້​ໃຊ້​ງານ ຈຳນວນ 1 ລຳ ທີ່​ສົ່ງ​ມອບ​ໃນ​
ເດືອນ ທັນວາ 2024. ສ່ວນ​ທີ່​ເຫຼືອ​ຄາດ​ວ່າ​ຈະ​ຖືກ​ຂົນສົ່ງ​ຜ່ານ​ທາງ​ເຮືອບັນທຸກ. ຂໍ້​ຕົກລົງ​ນັ້ນ​ໄດ້​ມີ​ການ​ເຊັນ​ສັນຍາ​ພາຍ​ໃນ ເດືອນ​ເມສາ 2024
ທີ່​ຜ່ານ​ມາ ລະຫວ່າງ​ອາກ​ຊັງ​ຕິນ-ດານ​ມາກ ແລະ​ຂໍ້​ຕົກລົງ​ອາກ​ຊັງ​ຕິນ-ສະຫະລັດ ໃນ​ເດືອນ​ທັນວາ 2024 ເພື່ອ​ການ​ເຝິກ​ອົບຮົມ, ການ​ຂົນສົ່ງ​ກຳ
ລັງ​ພົນທະຫານ ແລະ ການ​ລຳລຽງ​ອາວຸດ​ຍຸດ​ໂທ​ປະກອນ​ທາງ​ການ​ທະຫານ. ການຈັດຊື້ F-16AM/BM​ ມູນ​ຄ່າ​ຫຼາຍ​ກວ່າ 941 ລ້ານ​ໂດ​ລາ ລວມ
​ເຖິງ​ຂີ​​ປ​ະນາ​ວຸດ​ນຳ​ວິຖີ AIM-120C-8 AMRAAM ແລະ ລະເບີດ​ນຳ​ວິຖີ GBU-12 Paveway II ຈຳນວນ​ທີ່​ບໍ່​ທັນ​ມີ​ການ​ເປີດເຜີຍ​ຢ່າງ​ເປັນ
​ທາງ​ການ ປັດຈຸບັນ ອາກ​ຊັງ​ຕິນ​ເປັນ​ປະ ເທດ​ທີ 3 ໃນ​ພາກ​ພື້ນ ທີ່​ອາເມຣິກາ​ລາ​ຕີນ​ທີ່ນຳ​ໃຊ້ F-16 ຮອງ​ຈາກ ເວ​ເນ​ຊູ​ເອ​ລາ ແລະ ຊິ​ລີ.​

     ນັກ​ວິເຄາະດ້ານການທະຫານເຫັນ​ວ່າ: ການ​ຈັດ​ຊື້​ຍົນ​ຂັບ​ໄລ່​ມື​ສອງ​ຄັ້ງ​ນີ້ ອາດ​ເປີດ​ທາງ​ໃຫ້​ອາກ​ຊັງ​ຕິນ​ພິຈາລະນາ​ຈັດ​ຊື້ F-16C/D Block
70/72 ຮຸ່ນ​ໃໝ່​ເພີ່ມ​ໃນ​ອະນາຄົດ. ການ​ມາ​ຮອດ​ຂອງ F-16 ຈຳນວນ 6 ລໍາທໍາອິດມັນ​ຈະ​ສະແດງ​ເຖິງ​ສັນຍານ​ວ່າ ອາກ​ຊັງ​ຕິນ​ໄດ້​ສືບຕໍ່​ຕາມ
​ແຜນການ​ຍຸດ​ທະ​ສາດ​ເພື່ອ​ໃຫ້​ກອງທັບ​ອາດ​ຂອງ​ຕົນ​ໃຫ້​ທັນ​ສະໄໝ​ເພື່ອ​ກຽມພ້ອມ​ໃຫ້​ທັນ​ກັບ​ຍຸກ​ປັດຈຸບັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 09/12/2025