ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ຈີນ ​ເປີດ​ໂຕ ເຮືອ​ບັນທຸກ​ຍົນ ​ລຸ້ນ​ໃໝ່

     ຕາມ​ສື່​ໂທລະພາບ CCTV ຂອງ​ຈີນ ໄດ້​ເຜີຍແຜ່​ວິ​ດີ​ໂອ ກອງທັບ​ເຮືອ​ຈີນ ໄດ້ເປີດ​ຕົວ​ເຮືອ​ບັນທຸກ​ຍົນ ​ລຸ້ນ​ໃໝ່ ​ທີ່​ຕິດ​ຕັ້ງ​ລະບົບ​ແມ່​
ເຫຼັກ​ໄຟຟ້າ​ທີ່​ພັດທະນາ​ພາຍ​ໃນ​ປະເທດ​ເປັນ​ຄັ້ງ​ທຳ​ອິດ ແລະ ສາມາດ​ປ່ອຍ​ຍົນ​ສູ້​ຮົບ​ໄດ້ 3 ລຸ້ນ ຄື: ເຮືອຍົນ​ສູ້​ຮົບ J-35 ລຸ້ນ​ທີ 5, ຍົນ​ຮົບ
J-15T, ຍົນ ສອດແນມ​ເຕືອນ​ໄພ​ລ່ວງ​ໜ້າ KJ-600 ແລະ ຄຸມ​ເຮືອບິນ​ຈາກ​ຖານເຮືອ​ບັນທຸກ​ຍົນ ຝູ​ຈ້ຽນ (Fujian) ໂດຍ​ໃຊ້​ລະບົບ​ດີດ​
ໂຕ Electromagnetic Aircraft Lunch System (EMALS).

     ປັດຈຸ​ບັນ​ມີ​ກຳປັ່ນ​ບັນທຸກ​ເຮືອບິນ​ພຽງ​ລຳ​ດຽວ​ໃນ​ໂລກ​ທີ່​ຕິດ​ຕັ້ງ​ລະບົບ​ປ່ອຍ​ຍົນ​ດ້ວຍ​ລະບົບ​ພະລັງງານ​ດ້ວຍ​ແມ່​ເຫຼັກ​ໄຟຟ້າ​ຢູ່​ເທິງເຮືອ​
ບັນທຸກ​ເຮືອບິນ ເພື່ອ​ດີດ​ເຮືອບິນ​ທີ່​ໄຊ້​ແຮງ​ດັນ​ອາຍ​ນ້ຳ (EMALS). ດ້ານກຳປັ່ນ USS Gerald R. Ford ຂອງ​ກອງທັບ​ເຮືອ​​ສະຫະລັດ
ໄດ້​ຮັບ​ການ​ຮັບຮອງ​ການ​ປະຕິບັດ​ງານ​ດ້ວຍ​ລະບົບໄຟຟ້ານີ້​ໃນ​ຊ່ວງປີ 2022. ລະບົບ​ພະລັງງານໄຟຟ້າ, ຊ່ວຍ​ໃຫ້ຍົນບິນຂຶ້ນພ້ອມດ້ວຍອຸປະ
ກອນປະກອບ ຄົບ​ຊຸດ ແລະ ນ້ຳ ມັນ​ທີ່ສາມາດບັນທຸກໄດ້ຫຼາຍ​ກວ່າ​ຍົນ​​ລຸ້ນ​ເກົ່າ, ເຮັດໃຫ້ຍົນລຸ້ນໃໝ່ ສາມາດ​ໂຈມ​ຕີ​ເປົ້າ​ໝາຍ​ໄດ້​ໄກ​ກວ່າ,
ເສີມສ້າງ​ຄວາມ​ສາມາດ​ຂອງ​ກອງທັບ​ເຮືອ​ຈີນໄດ້ດີກວ່າເກົ່າ.

ແຫຼ່ງທີ່ມາ: ຂກທ
ວັນທີ 09/10/2025